ພະແນກຄຸ້ມຄອງຄວາມສ່ຽງ ແລະຕ້ານການຟອກເງິນ ແມ່ນພະແນກໜຶ່ງທີ່ສັງກັດໃນໂຄງປະກອບການຈັດຕັ້ງຂອງ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະ ເກີດມາຈາກການລວມເຂົ້າກັນ ຂອງຂະແໜງຄຸ້ມຄອງຄວາມສ່ຽງ ແລະ ຂະແໜງຕ້ານການຟອກເງິນ.
ມີພາລະບົດບາດເປັນ "ເສນາທິການໃຫ້ກັບຄະນະອໍານວຍການ ແລະ ຄະນະກໍາມະການຄຸ້ມຄອງຄວາມສ່ຽງ" ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄວາມສ່ຽງ ແລະ ວຽກງານຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຢ່າງຮອບດ້ານ ຂອງທຄຕລທົ່ວລະບົບ, ເປັນໃຈກາງປະສານງານ ແລະ ແກ້ໄຂບັນຫາຕ່າງໆ ກ່ຽວກັບວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ວຽກງານ FATCA ພາຍໃນ ທຄຕລ ລວມທັງພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອປ້ອງກັນບໍ່ໃຫ້ ທຄຕລ ຕົກເປັນເຄື່ອງມືໃນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງກຸ່ມຄົນທີ່ບໍ່ດີ.
ພະແນກຄຸ້ມຄອງຄວາມສ່ຽງ ແລະ ຕ້ານການຟອກເງິນ ເຮັດໜ້າທີ່ຢ່າງເອກະລາດ ເພື່ອສະໜັບສະໜູນຍຸດທະສາດບໍລິຫານຄວາມສ່ຽງ ເພື່ອສ້າງຄວາມເຂັ້ມແຂງ ທາງດ້ານການເງິນແກ່ທະນາຄານ ເພື່ອຮັກສາຜົນປະໂຫຍດຂອງຜູ້ຖືຮຸ້ນ ແລະ ຜູ້ຝາກເງິນ.
...
...