ບໍລິການເຄື່ອງຮັບບັດ EDC 

ຄຸນລັກສະນະ

  • ບໍລິການເຄື່ອງຮັບບັດຂອງ ທຄຕລ ຍັງສະໜອງຟັງຊັ້ນເສີມອື່ນໆທີ່ຊ່ວຍໃຫ້ສະມາຊິກສາມາດດຶງດູດລູກຄ້າເພື່ອເປັນການເພີ່ມຍອດຂາຍໃຫ້ຫຼາຍຂຶ້ນ ພ້ອມທັງເຮັດໃຫ້ລູກຄ້າມີຄວາມເພິ່ງພໍໃຈໃນການບໍລິການຍິ່ງຂຶ້ນ ເຊິ່ງຟັງຊັ້ນເສີມດັ່ງກ່າວແມ່ນມີຟັງຊັ້ນການບລ໊ອກວົງເງິນ (Pre-Authorization) ກໍ່ເປັນອີກຟັງຊັ້ນໜຶ່ງທີ່ເໝາະສົມສໍາລັບສະມາຊິກປະເພດໂຮງແຮມ, ເຮືອນພັກ, ທ່ອງທ່ຽວ ແລະ ບໍລິການລົດເຊົ່າ.
  • ນອກນັ້ນ ຍັງມີຟັງຊັ່ນຄີອິນ (Manual Keyin) ເຊິ່ງເປັນຟັ່ງຊັ້ນທີ່ອໍານວຍຄວາມສະດວກໃນການກົດຂໍ້ມູນບັດເພື່ອ ຊໍາລະເງິນໂດຍທີ່ເຈົ້າຂອງບັດບໍ່ຈໍາເປັນຕ້ອງຢູ່ສະຖານທີ່ນັ້ນເໝາະສົມສໍາລັບການສັ່ງຈອງຜ່ານໂທລະສັບ ແລະ ອີເມລ.