SMS Banking

ຄຸນລັກສະນະ

  • ແຈ້ງ​ເຕືອນ ​​​(ອັດຕະ​ໂນ​ມັດ) ​ໄປ​ຫາ​ເບີ​​ໂທ​ ທີ່​ລົງທະບຽນ​ໄວ້​ເຊັ່ນ ການ​ເຄື່ອນ​ໄຫວບັນຊີ ​ແລະ ອັດຕາ​ແລກປ່ຽນ​ປະຈຳ​ວັນ. ລູກ​ຄ້າສາມາດ​ລົງທະບຽນ​ໄດ້ຫຼາຍ​ເບີ​ຫຼາຍ​ບັນຊີ ​ແລະ ສາມາດ​ສົ່ງ​ຂໍ້​ຄວາມ​ສອບ​ຖາມ ສະ​ເພາະ​ປະ​ເພດ​ລາຍການທີ່​ຕ້ອງ ການ​ຮູ້​. ພຽງແຕ່​ມີ​ສັນຍານ​ໂທລະສັບ ກໍ່​ສາມາດ​ນໍາ​ໃຊ້​ໄດ້​ແລ້ວ ​ເຊິ່ງບໍ່​ຈຳ​ເປັນ​ຕ້ອງ​​ເຊື່ອມຕໍ່​ອິນ​ເຕີ​ເນັດ​ໃນ​ມື​ຖື. ສາ​ມາດ​ນໍາໃຊ້​ໄດ້​ກັບ​ມື​ຖື​ທຸກ​ປະ​ເພດ.

ຄຸນປະ​ໂຫຍ​ດ

  1. ບໍລິການແຈ້ງເຕືອນການເຄື່ອນໄຫວບັນຊີ

ບໍ່​ວ່າ​ຈະ​ເປັນ ເງິນ​ເຂົ້າ ຫຼື ​ເງິນ​ອອກ​ເຊັ່ນ: ຝາກ,​ ໂອນ​,​ ຖອນ, ຊໍາລະ​ຄ່າ​ສາທາລະ​ນຸປະ​ໂພ​ກຕ່າງໆ ລະບົບທະນາຄານ​ຈະ​ສົ່ງ​ຂໍ້​ມູນ​ ​ແຈ້ງຍອດຈຳນວນເງິນ​ດັ່ງກ່າວ ພ້ອມກັບ​ຍອດຍົກມາ​ກ່ອນ​ໜ້າ ​ແລະ ຍອດ​ເຫຼືອ​ໃນ​ບັນຊີ​ ສົ່ງ​ຫາ​ເບີ​ມື​ຖື​ຂອງ​ທ່ານ​ທັນທີ.

  1. ບໍລິການແຈ້ງອັດຕາແລກປ່ຽນປະຈຳວັນ

ແຈ້ງອັດຕາແລກປ່ຽນປະຈຳ​ວັນ ຂອງທະນາຄານ ໃນທຸກ​ໆ​ວັນ​ລັດ​ຖະການ ລະບົບ​ຈະ​​ແຈ້ງ​ອັດຕາ​ແລກປ່ຽນ​ແບບ​ອັດຕະ​ໂນ​ມັດໃນຊ່ວງເວລາ 9:00​ໂມງ-10:00 ໂມງ.

  1. ບໍລິການສົ່ງຂໍ້ຄວາມສອບຖາມ

ທ່ານ​ສາມາດ​ກວດສອບ​ຍອດ​​ເງິນ​ໃນ​ ບັນຊີຂອງທ່ານ ແລະ ຂໍ້​ມູນ​ອື່ນໆ​ໄດ້​ຕະຫຼອດ 24 ຊົ່ວ​ໂມງ​ດ້ວຍ​ການ​ສົ່ງ​ຂໍ້ຄວາມ​ສອບ​ຖາມ​ຕາມ​ຮູບ​ແບບ​ທີ່​ທາງ​ທະນາຄານ​ ກຳນົດ.

ລະຫັດ​ສົ່ງ​ຂໍ້ຄວາມ​ສອບ​ຖາມ ​

  • ກໍລະນີທ່ານຕ້ອງການສົ່ງຂໍ້ຄວາມສອບຖາມຂໍ້ມູນຕ່າງໆ ສາມາດປະຕິບັດຕາມ ຂັ້ນຕອນດັ່ງລຸ່ມນີ້:

ຕ້ອງການຮັບຂໍ້ຄວາມເປັນພາສາລາວ

ພິມ LA ສົ່ງເບີ 1444

ຕ້ອງການຮັບຂໍ້ຄວາມເປັນພາອັງກິດ

ພິມ EN ສົ່ງເບີ 1444

ສອບຖາມຍອດເຫຼືອຂອງທຸກໆບັນຊີເງິນຝາກ ປະຢັດ ແລະ ກະແສລາຍວັນ

ພິມ DD ສົ່ງເບີ 1444

ສອບຖາມຂໍ້ມູນການເຄື່ອນໄຫວບັນຊີຍ້ອນຫຼັງຕາມວັນທີ

ພິມ TXDT [ຍະຫວ່າງ] <ວັນເດືອນປີ> ສົ່ງເບີ 1444

ສອບຖາມຂໍ້ມູນການເຄື່ອນໄຫວບັນຊີ 5 ລາຍການເຄື່ອນໄຫວລ່າສຸດ

ພິມ HT [ຍະຫວ່າງ] <ເລກບັນຊີ> ສົ່ງເບີ 1444

ສອບຖາມຂໍ້ມູນບັນຊີເງິນກູ້

ພິມ LN ສົ່ງເບີ 1444

ສອບຖາມຂໍ້ມູນບັນຊີເງິນຝາກມີກໍານົດ

ພິມ TD ສົ່ງເບີ 1444

ສອບຖາມອັດຕາແລກປ່ຽນ USD & THB ທຽບກີບ

ພິມ RT ສົ່ງເບີ 1444

ສອບຖາມ Statement (ເດືອນປະຈຸບັນ) - ສົ່ງເຂົ້າອີເມລ໌

ພິມ STM [ຍະຫວ່າງ] <ເລກບັນຊີ> ສົ່ງເບີ 1444

  ຈ່າຍຄ່າໂທລະສັບຕົນເອງ

ພິມ PTEL ສົ່ງເບີ 1444

ເຕີມເງິນໂທລະສັບຕົນເອງ

ພິມ TOPUP [ຍະຫວ່າງ] <ຈໍານວນເງິນ>  ສົ່ງເບີ 1444

ຈ່າຍອາກອນ

ພິມ TAX [ຍະຫວ່າງ] <ເລກທີໃບແຈ້ງ ຫຼຶ ໃບສັ່ງມອບ (ບາໂຄດ)> ສົ່ງເບີ 1444

ຈ່າຍຄ່າໄຟຟ້າຕົນເອງ

ພິມ EDL ສົ່ງເບີ 1444

ຈ່າຍຄ່ານໍ້າປະປາຕົນເອງ

ພິມ NPL ສົ່ງເບີ 1444

ສອບຖາມລະຫັດຂໍ້ຄວາມທັງໝົດ

ພິມ ? ສົ່ງເບີ 1444

ສອບຖາມລະຫັດຂໍ້ຄວາມໃດໜຶ່ງເພື່ອເບິ່ງລາຍລະອຽດການນໍາໃຊ້

ພິມ <ລະຫັດຂໍ້ຄວາມ>? ສົ່ງເບີ 1444

ເງື່ອນໄຂການ

ໃຊ້ບໍລິການ

  • ທ່ານ​ຕ້ອງ​ມີ​ບັນຊີ​ເງິນ​ຝາກ​ປະຢັດ ຫຼື​ບັນຊີ​ເງິນ​ຝາກກະ​ແສ​ລາຍ​ວັນຢູ່​ ທຄຕລ.
  • ທ່ານ​ຕ້ອງ​ເປັນ​ເຈົ້າ​ຂອງ​​ທີ່​ມີ​ສິດ​ສັ່ງຈ່າຍ ຫຼື ​ໄດ້​ຮັບ​ການ​ມອບ​ສິດ​ຈາກ​ເຈົ້າ​ ຂອງ​ບັນຊີ​ທີ່​ມີ​ສິດ​ສັ່ງຈ່າຍ​ໃນ​ບັນຊີ.
  • ຍອມຮັບ​ເງື່ອນ​ໄຂ ​ແລະ​ ຂໍ້​ກໍານົດ​ໃນ​ການ​ໃຊ້​ບໍລິການພ້ອມ​ທັງ​ໃຫ້​ຂໍ້​ມູນ​ຖືກຕ້ອງ ​​ແລະ​ ຊັດ​ເຈນ​ໃນ​ແບບ​ຟອມຂໍ​​ນໍາ​ໃຊ້​ບໍລິການຂອງ​ທະນາຄານ.
  • ກໍລະນີ​ເຈົ້າ​ຂອງ​ບັນຊີ​ທີ່​ມີ​ສິດ​ສັ່ງ​ຈ່າຍມອບ​​ໃຫ້​ຜູ້​ຕ່າງ​ໜ້າ​ມາ​ພົວພັນ​ຂໍ​ນໍາ​ໃຊ້ຕ້ອງ​ມີ​​ໃບ​ມອບ​ສິດ​ຈາກ​ເຈົ້າ​ຂອງ​ບັນຊີ.
  • ສໍາ​ເນົາ​ບັດປະຈໍາຕົວ​ຂອງ​ເຈົ້າ​ຂອງ​ບັນຊີ, ສໍາ​ເນົາ​ບັດປະຈໍາຕົວ​ຂອງ​ຜູ້​ມອບ​ສິດ​ແລະ​ຜູ້​ທີ່​ຖືກ​ມອບ​ສິດ ​ໃນ​ກໍລະນີ​ມອບ​ສິດ​ໃຫ້​ບຸກຄົນ​ອື່ນ​​ໃຊ້​ບໍລິການ​ນີ້ ສໍາເນົາ​​ເອກະສານ​ທັງ​ໝົດ​ຕ້ອງ​ບໍ່​ໝົດ​ອາຍຸ.

ຟອມລົງທະບຽນ

  • ທ່ານ​ສາມາດສະໝັກ​ແລະ​ປະກອບ​ແບບ​ຟອມ​ໄດ້​ທີ່​ສໍານັກງານ​ໃຫຍ່, ໜ່ວຍ​ບໍລິການ ​ແລະ​ສາຂາ​ຂອງ ທຄຕລ ຫຼື ​ທ່ານ​ສາມາດ​ດາວ​ໂຫລດ ​ແບບ​ຟອມສະໝັກ ​ແລະ ​ເອກະສາ​ນປະກອບ​ການ​ຂໍ​ນໍາ​ໃຊ້​ບໍລິການ​ໄດ້​ທີ່: