ຊື່ຜະລິດ​ຕະພັນ

ບໍລິການ ບັດຊຳລະພາສີ - ອາກອນ ແລະ ພັນທະອື່ນໆ (Smart Tax)

ຄຸນລັກສະນະ

ແມ່ນຜະລິດຕະພັນໜຶ່ງທີ່ອອກໂດຍ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເຊິ່ງເປັນຜະລິດຕະພັນທີ່ ໃຊ້ຊຳລະຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຜ່ານລະບົບທະນາຄານດ້ວຍບັດ (Smart Tax) ແທນການ​ນຳ​ໃຊ້ແຊັກ ແລະ ເງິນສົດ, ມີຄວາມໂປ່ງໃສ, ສາມາດກວດສອບໄດ້ ຫຼຸດຜ່ອນການນຳໃຊ້ເງິນສົດ, ເປັນບັດ Chip ທີ່ທັນສະໄໝ,​ ມີຄວາມປອດ ໄພສູງຍາກຕໍ່ການປອມແປງ ແລະ ບໍ່ສາມາດຖອນອອກເປັນເງິນສົດ ຫຼື ໃຊ້ຢ່າງອື່ນໄດ້.

ຜົນປະໂຫຍດທີ່ໄດ້ຮັບ

ປະຢັດເວລາ,​ ຫຼຸດຜ່ອນການນຳໃຊ້ເງິນສົດ, ອໍານວຍຄວາມສະດວກໃຫ້ແກ່ການຊໍາລະຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຂອງບຸນຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ມີສິນຄ້າສົ່ງອອກ - ນໍາເຂົ້າ, ຮັບປະກັນຄວາມຍຸດຕິທຳ, ໂປ່ງໃສ, ບໍລິການວ່ອງໄວ, ສາມາດກວດສອບໄດ້ ແລະ ຫັນໄປສູ່ຄວາມທັນສະໄໝ.

ເງື່ອນໄຂການໃຊ້ບໍລິການ

ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ມີສິນຄ້າສົ່ງອອກ - ນຳເຂົ້າ. ເອກະສານປະກອບມີ :

  • ສຳເນົາບັດປະຈຳຕົວ ຫຼື ໜັງສື​ເດີນທາງ ຫຼື ສຳມະ​ໂນ​ຄົວ;
  • ສຳເນົາໃບທະບຽນວິສາຫະກິດ (ຖ້າເປັນບັດຂອງບໍລິສັດ);
  • ສຳ​ເນົາ​ໃບ​ຢັ້ງຢືນ​ການ​ມອບ​ພັນທະ​ອາກອນ(ຖ້າ​ເປັນ​ບັດ​ຂອງ​ບໍລິສັດ).