ຜະລິດຕະພັນບັດ Chip ATM BCEL UnionPay

ບໍລິການບັດ​​ Chip ATM BCEL UnionPay

ຄຸນລັກສະນະ

  1. ນຳໃຊ້ເຕັກໂນໂລຢີທີ່ທັນສະໄໝເພີ່ມຄວາມປອດໄພ ແລະ ຄວາມສະດວກສະບາຍໃນການນຳໃຊ້ບັດຕາມມາດຕະຖານສາກົນ EMVCo.
  2. ນໍາໃຊ້ຖອນເງິນສົດ (ຜ່ານຕູ້ ທຄຕລ ແລະ ຕູ້ເຄືອຂ່າຍອື່ນທີ່ມີສັນຍາລັກ UnionPay), ຊໍາລະຄ່າສິນຄ້າ ແລະ ຄ່າບໍລິການຕ່າງໆຢູ່ຕາມຮ້ານຄ້າພາຍໃນ ແລະ ຕ່າງປະເທດ ລວມເຖິງເວັບໄຊທ໌ທີ່ມີສັນຍາລັກຮັບບັດ UnionPay ເເລະ ຝາກເງິນສົດຜ່ານຕູ້ຝາກເງິນຂອງ ທຄຕລ.
  3. ສາມາດຮອງຮັບລາຍການຊຳລະຜ່ານເຄື່ອງຮັບບັດແບບ Contactless ເຊິ່ງສຳລັບຜະລິດຕະພັນ ທຄຕລ ຈະເອີ້ນວ່າ:​ ຟັງຊັ້ນ Tap & Go.
  4. ອາຍຸການນຳໃຊ້ 5 ປີ.
  5. ຊື່ໜ້າບັດ ATM ແມ່ນກໍານົດຕາມຊື່ບັນຊີ ຫຼື ຊື່ບຸກຄົນທີ່ເປັນເຈົ້າຂອງບັນຊີ (ຜູ້ນໍາໃຊ້ບັດຫຼັກ ຫຼື ບັດເສີມ) ເຊິ່ງ   ໝາຍເຖິງຊື່ຕາມເລກບັນຊີ (ເປັນພາສາອັງກິດ ຕົວອັນສອນບໍ່ເກີນ 20 ຕົວ) ຫຼື ຊື່ຂອງບຸກຄົນທີ່ມີສິດສັ່ງຈ່າຍໃນບັນຊີນິຕິບຸກຄົນ ໂດຍອີງຕາມຂໍ້ມູນໃນສະໝັກນໍາໃຊ້ບັດ ATM ຕົວຈິງ.
  6. ສໍາລັບເລກບັນຊີບຸກຄົນທີ່ຈະເພີ່ມເຂົ້າໃນບັດ ATM ຊື່ບັນຊີຕ້ອງກົງກັບຊື່ໜ້າບັດ ATM, ກໍລະນີເປັນບັນຊີນິຕິບຸກຄົນ ແມ່ນສາມາດເພີ່ມເຂົ້າບັດ ATM ໄດ້ຕາມການສະເໜີໃນແບບຟອມສະໝັກບັດ ATM ໂດຍປະຕິບັດຕາມເງື່ອນໄຂສັ່ງຈ່າຍໃນບັນຊີ.

ຜົນປະໂຫຍດ

ທີ່ໄດ້ຮັບ

  • ປະຢັດ​ເວລາ ແລະ​ ຄ່າ​ໃຊ້​ຈ່າຍ, ສາມາດຖອນເງິນສົດ ​ສະດວກ ວ່ອງ​ໄວ ຈາກຕູ້​ ATM ທຄຕລ ທຸກ​ຈຸດທົ່ວປະ​ເທດ ໄດ້ຕະຫຼອດ 24 ຊົ່ວ​ໂມງ, ​ສາມາດ​ຊໍາລະຄ່າ​ສິນຄ້າ ​ຫຼື ​ບໍລິການ ຕາມຮ້ານຄ້າທີ່ເປັນສະມາຊິກ ທຄຕລ ແລະ ທົ່ວໂລກ.
  • ນອກຈາກນັ້ນຍັງເພີ່ມຄວາມສະດວກໃຫ້ສາມາດຖອນເງິນ ແລະ ໂອນເງິນຮ່ວມກັນລະຫວ່າງຕູ້​ ATM ຂອງທະນາຄານອື່ນໆໃນເຄືອ LAPNET

​ເງື່ອນໄຂການໃຊ້ບໍລິການ

  1. ມີ​ບັນຊີ​ເງິນ​ຝາກ​ປະຢັດ ​ຫຼື ບັນຊີ​ເງິນ​ຝາກກະ​ແສ​ລາຍ​ວັນ​ ນໍາ ທຄຕລ;
  2. ມີບັດປະຈຳຕົວ ຫຼື  ໜັງສື​ເດີນທາງ (passport) ຫຼື ປື້​ມສໍາມະໂມຄົວ;
  3. ລູກຄ້າທີ່ຈະສະໝັກນໍາໃຊ້ບັດ ATM ຕ້ອງມີບັນຊີເງິນຝາກປະເພດ ກະແສລາຍວັນ ຫຼື ບັນຊີເງິນຝາກປະຢັດ ຂອງບຸກຄົນ ຫຼື ນິຕິບຸກຄົນ  ທີ່ເປີດບັນຊີຢູ່ກັບ ທຄຕລ ໂດຍສະເພາະສະກຸນເງິນກີບ, ບາດ, ໂດລາ ແລະ ຢວນ. ສໍາລັບສະກຸນເງິນອື່ນໆ ແມ່ນປະຕິບັດຕາມແຈ້ງການທີ່ປະກາດໃຊ້ໃນແຕ່ລະໄລຍະ.

ວົງເງິນການນໍາໃຊ້

  • ບັດສະແຕນດາດ ວົງເງິນຖອນສູງສຸດໄດ້ 9.000.000 ກີບ/ມື້, ສາມາດຖອນເງິນສູງສຸດໄດ້ 1.500.000ກີບ/ຄັ້ງ ເເລະ ​ໂອນ​​ເງິນ​ລະຫວ່າງ​ບັນຊີ​ພາຍ​ໃນ ທຄຕລ ແລະ ຊໍາລະ​ຄ່າ​ສິນຄ້າ ຫຼື ຄ່າບໍລິການດ້ວຍ​ວົງ​ເງິນ​ສູງ​ສຸດ 100.000.000 ກີບ​/ມື້.
  • ບັດຄາບ໊ອນ ວົງເງິນຖອນສູງສຸດໄດ້ 12.000.000 ກີບ/ມື້, ສາມາດຖອນເງິນສູງສຸດໄດ້ 1.500.000 ກີບ/ຄັ້ງ ເເລະ ໂອນ​​ເງິນ​ລະຫວ່າງ​ບັນຊີ​ພາຍ​ໃນ ທຄຕລ ​ແລະ ຊໍາລະ​ຄ່າ​ສິນຄ້າ ຫຼື ຄ່າບໍລິການ ດ້ວຍ​ວົງ​ເງິນ​ສູງ​ສຸດ 150.000.000 ກີບ/​ມື້.
  • ບັດຄຳ ວົງເງິນຖອນສູງສຸດໄດ້ 15.000.000 ກີບ/ມື້, ສາມາດຖອນເງິນສູງສຸດໄດ້ 1.500.000 ກີບ/ຄັ້ງ ເເລະ ​ໂອນ​​ເງິນ​ລະຫວ່າງ​ບັນຊີ​ພາຍ​ໃນ ທຄຕລ ແລະ ຊໍາລະ​ຄ່າ​ສິນຄ້າ ຫຼື ຄ່າບໍລິການ ດ້ວຍ​ວົງ​ເງິນ​ສູງ​ສຸດ 200.000.000 ກີບ/​ມື້.

ບັດ MyWay UnionPay

  • ເປັນບັດ ATM BCEL UnionPay ທີ່ສາມາດເລືອກເເຕ່ງຮູບພາບໃສ່ໜ້າບັດໄດ້ດ້ວຍຕົນເອງຜ່ານແອັບ BCEL One.
  • ເງື່ອນໄຂວົງເງິນການນໍາໃຊ້ບັດອີງຕາມເງື່ອນໄຂປະເພດບັດທີ່ເລືອກຄື: ບັດຄໍາ, ບັດຄາບ໊ອນ ຫຼື ບັດຟ້າ.
  • ສຳລັບລູກຄ້າທີ່ມີບັດແບບແຖບແມ່ເຫຼັກ ແລະ ຕ້ອງການປ່ຽນເປັນບັດ MyWay UnionPay ຄ່າທໍານຽມສະໝັກແມ່ນ 30.000 ກີບ. ສຳລັບລູກຄ້າທີ່ສະໝັກນໍາໃຊ້ໃໝ່ ແມ່ນໃຫ້ຈ່າຍຄ່າທຳນຽມເຕັມຕາມລະບຽບ. ຕົວຢ່າງ: MyWay UnionPay ໃນເງື່ອນໄຂບັດຟ້າ ຄ່າທໍານຽມສະໝັກບັດ 70.000 ກີບ (ຄ່າທຳນຽມບັດຟ້າ 40.000 ກີບ ແລະ ຄ່າທຳນຽມຕົບແຕ່ງຮູບເພີ່ມ 30.000 ກີບ ລວມເປັນ 70.000 ກີບ).
  • ຄ່າທໍານຽມລາຍເດືອນອີງຕາມເງື່ອນໄຂປະເພດບັດທີ່ເລືອກ (ບັດຟ້າ 5.000; ບັດຄາບ໊ອນ 6.000 ກີບ; ບັດຄໍາ 8.000 ກີບ).
  • ປັດຈຸບັນສາມາດລົງທະບຽນສະໝັກໄດ້ທາງ BCEL One ແລະ ປ່ອງບໍລິການຂອງ ທຄຕລ.

ເງື່ອນໄຂສຳລັບຮູບພາບທີ່ສາມາດນຳໃຊ້ໄດ້ກັບບັດ MyWay UnionPay

ຮູບທີ່ນຳໃຊ້ຕົກແຕ່ງເພື່ອສະໝັກຂໍນຳໃຊ້ບັດ MyWay UnionPay ຄວນເປັນຮູບພາບຂອງເຈົ້າຂອງບັດ ຫຼື ມີເຈົ້າຂອງບັດຢູ່ໃນຮູບ ຫຼື ຕ້ອງເປັນຮູບພາບທີ່ຜູ້ຖືບັດເປັນເຈົ້າຂອງກຳມະສິດໃນການນຳໃຊ້ຮູບພາບດັ່ງກ່າວ. ເຊິ່ງ ຫ້າມບໍ່ໃຫ້ນຳໃຊ້ຮູບທີ່ລະບຸໄວ້ດັ່ງເງື່ອນໄຂລຸ່ມນີ້:

  1. ຕ້ອງເປັນຮູບພາບທີ່ທ່ານເປັນເຈົ້າຂອງກຳມະສິດໃນການນຳໃຊ້ຮູບພາບ
  2. ຕ້ອງນຳໃຊ້ຮູບພາບຂອງເຈົ້າຂອງບັດ ຫຼື ຮູບພາບທີ່ມີເຈົ້າຂອງບັດ.
  3. ບໍ່ສາມາດນຳໃຊ້ເຄື່ອງໝາຍການທາງການຄ້າ ຫຼື ຮູບພາບທີ່ເປັນການລະເມີດຕໍ່ລິຂະສິດ, ແບຣນດິ້ງຂອງພາກສ່ວນອື່ນທີ່ບໍ່ກ່ຽວຂ້ອງກັບການສະໝັກຂໍນຳໃຊ້ບັດ.
  4. ຫ້າມນຳໃຊ້ຂໍ້ມູນເບີໂທລະສັບ, ເລກບັນຊີ, ທີ່ຢູ່, ຫຼື ຊື່ເວັບໄຊທ໌ ຕົກແຕ່ງໜ້າບັດ
  5. ຫ້າມນຳໃຊ້ຮູບພາບຂອງຄົນທີ່ມີຊື່ສຽງ
  6. ຫ້າມນຳໃຊ້ຮູບພາບຂອງບຸກຄົນອື່ນທີ່ບໍ່ແມ່ນເຈົ້າຂອງບັດ, ຍົກເວັ້ນເຈົ້າຂອງບັດໄດ້ຮັບອະນຸຍາດຈາກບຸກຄົນໃນຮູບພາບໃຫ້ສາມາດນຳໃຊ້ຢ່າງເປັນລາຍລັກອັກສອນໄດ້.
  7. ຫ້າມນຳໃຊ້ເຄື່ອງໝາຍ, ຂໍ້ມູນ, ຫຼື ຕົວເລກທີ່ກ່ຽວຂ້ອງກັບການເມືອງ, ເສດຖະກິດ
  8. ຫ້າມນຳໃຊ້ຮູບພາບທີ່ສື່ເຖິງເພດ ຫຼື ຄວາມຮຸນແຮງ
  9. ຫ້າມນຳໃຊ້ຮູບພາບໂປ້ ຫຼື ຮູບພາບເປືອຍ ບໍ່ວ່າຈະເປັນເພດໃດ ຫືຼ ອາຍຸເທົ່າໃດກໍ່ຕາມ.
  10. ຫ້າມນຳໃຊ້ຮູບພາບທີ່ກ່ຽວກັບສິ່ງມຶນເມົາ, ຢາປົວພະຍາດ, ຢາເສບຕິດ ຫຼື ອາວຸດຕ່າງໆ.
  11. ຫ້າມນຳໃຊ້ຮູບພາບຂອງໃບເງິນ (ທຸກສະກຸນເງິນ)
  12. ແລະ ຮູບອື່ນໆ ທີ່ ທະນາຄານທີ່ພິຈາລະນາວ່າບໍ່ເໝາະສົມ

ເງື່ອນໄຂ ເເລະ ວົງເງິນການນໍາໃຊ້ລາຍການ Contactless (Tap & Go)

  1. ຄຸນລັກສະນະຂອງຟັງຊັ້ນ Contactless

         Contactless ເເມ່ນລະບົບການປະຕິບັດການການຊໍາລະເເບບໄຮ້ສໍາຜັດ ທີ່ມີມາດຕະຖານຄວາມປອດໄພ ເຮັດໃຫ້ການຊໍາລະຜ່ານບັດມີຄວາມສະດວກສະບາຍ, ວ່ອງໄວ ເເລະ ປອດໄພຍິ່ງຂື້ນ ພຽງເເຕ່ ແຕະບັດ (ຫຼື ເອີ້ນວ່າ Tap & Go) ກັບອຸປະກອນທີ່ຮອງຮັບການຊໍາລະເເບບ Contactless ຫຼືອຸປະກອນທີ່ມີສັນຍາລັກ            Contactless.             

  1. ວົງເງິນການນໍາໃຊ້

       #  ລາຍການຊໍາລະແບບ Contactless ຜ່ານເຄື່ອງຮັບບັດ ຂອງ ທຄຕລ

  • ວົງເງິນທີ່ສາມາດຊຳລະສູງສູດ/ຄັ້ງ: 1.000.000 ກີບ (ບໍ່ຈໍາເປັນຕ້ອງປ້ອນລະຫັດບັດ)
  • ຖາ້ວົງເງິນທີ່ຕ້ອງຊຳລະເກີນ 1.000.000 ກີບ, ເຈົ້າຂອງບັດບໍ່ຈໍາເປັນຕ້ອງເປີດຟັ້ງຊັ້ນ Contactless ແລະ ນຳໃຊ້ບັດຊໍາລະຕາມປົກກະຕິ (ປ່ອນບັດເບື້ອງມີ Chip ເຂົ້າເຄື່ອງຮັບບັດ ແລະ ຕ້ອງປ້ອນລະຫັດບັດເພື່ອຢືນຢັນ).

       #  ລາຍການຊໍາລະແບບ Contactless ນອກເຄືອຂ່າຍຂອງ ທຄຕລ

  • ວົງເງິນທີ່ສາມາດຊຳລະສູງສູດ/ຄັ້ງ: 400.000 ກີບ (ບໍ່ຈໍາເປັນຕ້ອງປ້ອນລະຫັດບັດ)
  • ຖາ້ຫາກວົງເງິນທີ່ຕ້ອງການຊຳລະເກີນ 400.000 ກີບ, ເຈົ້າຂອງບັດບໍ່ຈໍາເປັນຕ້ອງເປີດຟັ້ງຊັ້ນ Contactless ແລະ ນຳໃຊ້ບັດຊໍາລະຕາມປົກກະຕິ (ປ່ອນບັດເບື້ອງມີ Chip ເຂົ້າເຄື່ອງຮັບບັດ ແລະ ຕ້ອງປ້ອນລະຫັດບັດເພື່ອຢືນຢັນ).

ໝາຍເຫດ

  • ລຸກຄ້າຕ້ອງຮັກສາຍອດເຫຼືອເງິນໃນບັນຊີຕໍ່າສຸດສໍາລັບປະເພດເງິນຝາກປະຢັດສະກຸນເງິນກີບ: 50.000 ກີບ, ສະກຸນເງິນໂດລາ: 10 ໂດລາ, ສະກຸນເງິນບາດໄທ: 500 ບາດ. ສໍາລັບປະເພດບັນຊີເງິນຝາກກະແສລາຍວັນສະກຸນ ເງິນກີບ: 500.000 ກີບ, ສະກຸນເງິນໂດລາ: 50 ໂດລາ, ສະກຸນເງິນບາດໄທ: 2.000 ບາດ. 
  • ການ​ຖອນ​ເງິນສົດ ຫຼື ຊໍາລະ​ຄ່າ​ສິນຄ້າ ຫຼື ຄ່າ​ບໍລິການ​ຢູ່​ຕ່າງ​ທະນາຄານ ​ແລະ ຢູ່​ຕ່າງປະ​ເທດ ສາມາດ​ນໍາ​ໃຊ້​ໄດ້​ພຽງ​ແຕ່​ບັນຊີ​ຫຼັກ​ເທົ່າ​ນັ້ນ.