ຊື່ຜະລິດ​ຕະພັນ

ບໍລິການ Pay Card

ຄຸນລັກສະນະ

ແມ່ນຜະລິດຕະພັນໜຶ່ງທີ່ອອກໂດຍ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ອອກໃຫ້ແກ່ຜູ້ສະໝັກນຳ ໃຊ້ບັດບັດດັ່ງກ່າວນີ້ ມີຄວາມສະດວກສະບາຍ ເພາະຜູ້ທີ່ນຳໃຊ້ບັດບໍ່ຈຳເປັນຕ້ອງມີທີ່ຢູ່ທີ່ແນ່ນອນ, ບໍ່ຈຳເປັນຕ້ອງມີບັນຊີເງິນ ຝາກກັບ ທະນຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ ມະຫາຊົນ.

ຜົນປະໂຫຍດທີ່ໄດ້ຮັບ

ທ່ານສາມາດນຳໃຊ້ບັດໃນການຖອນເງິນສົດ, ຊຳລະຄ່ານ້ຳປະປາ,​ ຄ່າໄຟຟ້າ ຜ່ານຕູ້​ເອທີ​ເອັມ ແລະ ຊຳ ລະຄ່າສິນຄ້າ ແລະ ບໍລິການຜ່ານເຄື່ອງຮູດບັດຕາມຮ້ານຄ້າທີ່ມີ​ເຄື່ອງໝາຍ​ຮັບ​ບັດທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ ມະຫາຊົນ;

ເງື່ອນໄຂການໃຊ້ບໍລິການ

ທຸກທ່ານທີ່ຕ້ອງການສະໝັກນຳໃຊ້ບັດ. ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ບໍລິສັດ,​ໂຮງງານ ​ແລະ ຮ້ານ​ຄ້າ ​ທີ່​ມີ​ພະນັກງານ​ເຂົ້າ​ອອກ​ບໍ່​ແນ່ນອນ.