
ຊື່ຜະລິດຕະພັນ: ເງິນກູ້ໄລຍະສັ້ນ | |
|
ເປັນການໃຫ້ບໍລິການສິນເຊື່ອທີ່ມີໄລຍະເວລາຊຳລະເງິນຄືນ ພາຍໃນ ບໍ່ເກີນ 1 ປີ, ສິນເຊື່ອປະເພດນີ້ມີຈຸດປະສົງເພື່ອຊ່ວຍສະໜັບສະໜູນເງິນ ທຶນໃນການເສີມສ້າງສະພາບຄ່ອງທາງການເງິນຊື້ວັດຖຸດິບ, ອຸປະກອນ ຫຼື ຈ່າຍຄ່າແຮງງານ ແລະ ເງິນທຶນໝູນວຽນອື່ນໆ. |
ຊື່ຜະລິດຕະພັນ: ເງິນກູ້ໄລຍະຍາວ | |
ເປັນການໃຫ້ບໍລິການສິນເຊື່ອທີ່ມີໄລຍະເລີ່ມແຕ່ 1 ປີ ຫາ 5 ປີ, ສິນເຊື່ອ ປະເພດນີ້ມີຈຸດປະສົງເພື່ອຊ່ວຍສະໜັບສະໜູນເງິນທຶນໝູນວຽນ ແລະ ທຶນຄົງທີ່ ເພື່ອເສີມສະພາບຄ່ອງທາງການເງິນໃຫ້ຫົວໜ່ວຍທຸລະກິດ ບໍໍ່ວ່າຈະເປັນທຶນ ຊື້ວັດຖຸດິບ, ອຸປະກອນ - ເຄື່ອງຈັກ, ຈ່າຍຄ່າແຮງງານ ແລະ ຂະຫຍາຍທຸລະກິດ. |
|
ຊື່ຜະລິດຕະພັນ: ເງິນກູ້ໄລຍະຍາວ | |
ເປັນການໃຫ້ບໍລິການສິນເຊື່ອ ສຳລັບລູກຄ້າທີ່ຕ້ອງການລົງທຶນໃນຊັບສິນຄົງທີ່ທີ່ສູງກວ່າ 5 ປີຂຶ້ນໄປ ເຊັ່ນ: ຊື້ທີ່ດິນເພື່ອ ກໍ່ສ້າງໂຮງງານ ແລະ ອານຄານ, ຊື້ເຄື່ອງຈັກການຜະລິດເພື່ອຂະຫຍາຍທຸລະກິດ ແລະ ໂຄງການໄລຍະຍາວ ຄື: ໂຄງການກໍ່ສ້າງເຂື່ອນໄຟຟ້າ... |
|
ຊື່ຜະລິດຕະພັນ: ສິນເຊື່ອເບີກເກີນບັນຊີ | |
ເປັນການໃຫ້ບໍລິການສິນເຊື່ອ ແກ່ຜູ້ກູ້ຢືມສາມາດຖອນນໍາໃຊ້ເງິນກູ້ໄດ້ສູງກວ່າວົງເງິນຝາກກະແສລາຍວັນ, ແຕ່ບໍ່ເກີນວົງເງິນທີ່ໄດ້ຮັບ ການອະນຸມັດຈາກທະນາຄານ.ສິນເຊື່ອປະເພດນີ້ມີຈຸດປະສົງ ອໍານວຍຄວາມສະດວກທຶນໃຫ້ແກ່ຜູ້ກູ້ຢືມ ເພື່ອເປັນທຶນໝູນວຽນໃນທຸລະກິດ. |
|
ຊື່ຜະລິດຕະພັນ: ສິນເຊື່ອລ່ວງໜ້າ | |
ເປັນການໃຫ້ບໍລິການສິນເຊື່ອ ທີ່ຜູ້ກູ້ຢືມຕ້ອງຊໍາລະຄືນພາຍໃນບໍ່ເກີນ 3 ເດືອນ ຈຸດປະສົງຂອງສິນເຊື່ອປະເພດນີ້ແມ່ນເພື່ອເສີມສ້າງສະພາບຄ່ອງໃຫ້ແກ່ຜູ້ກູ້ຢືມໃນຊ່ວງລໍຖ້າການໃດ້ຮັບເງິນ ຫຼື ການຊໍາລະສະສາງ. |