
ຊື່ຜະລິດຕະພັນ |
BCEL i-Bank |
||
ຄຸນລັກສະນະ |
ເປັນບໍລິການ ທຄຕລ ໄອແບັງເປັນບໍລິການເພື່ອເຮັດໃຫ້ລູກຄ້າສາມາດເຮັດລາຍການທຸລະກຳທາງດ້ານການເງິນຂອງລູກຄ້າຜ່ານທາງອິນເຕີເນັດໄດ້ຕະຫລອດ 24 ຊົ່ວໂມງ. |
||
ຄຸນປະໂຫຍດ |
ທຸກໆນາທີຂອງການພັດທະນາ ມີເຕັກໂນໂລຊີເກີດຂຶ້ນຢ່າງຫຼວງຫຼາຍ ແລະ ມື້ນີ້ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເອງກໍ່ເຊັ່ນດຽວກັນ ພວກເຮົາບໍ່ໄດ້ຢຸດຢັ້ງການພັດທະນາ. ມາຮອດມື້ນີ້ ພວກເຮົາໄດ້ພັດທະນາລະບົບ Online Banking ທີ່ມີຊື່ວ່າ BCEL i-Bank version ໃໝ່ ທີ່ຈະເຮັດໃຫ້ທ່ານ ສະດວກ, ວ່ອງໄວ ແລະ ໝັ້ນໃຈຂື້ນຫຼາຍຂຶ້ນຕື່ມອີກ ກັບ ໜ້າຕ່າງການໃຊ້ງ່າຍດາຍ ແລະ ກະທັດຮັດ, ຫຼຸດຂັ້ນຕອນທີ່ຫຍຸ້ງຍາກ, ເຮັດທຸລະກຳໄດ້ຫຼາກຫຼາຍປະເພດເຊັ່ນ: ໂອນເງິນພາຍໃນບັນຊີ BCEL,ໂອນລອຍ, ໂອນເງິນຂ້າມທະນາຄານ, ໂອນເງິນໄປຕ່່າງປະເທດ, ຊຳລະຄ່າສາທາລະນຸປະໂພກ, ຕິດຕາມການນຳໃຊ້ແຊັກ, ຕິດຕາມ statement ບັນຊີ ແລະ ຫຼັງສຳເລັດທຸລະກຳ ມີໃບຢັ້ງຢືນການໂອນໃຫ້ທຸກຄັ້ງ ເຊິ່ງມາພ້ອມກັບລະບົບຄວາມປອດໄພທີ່ໄດ້ມາດຕະຖານສາກົນ ທີມີຄວາມປອດໄພສູງ. |
||
ບໍລິການຕ່າງໆ |
ສຳລັບລູກຄ້ານິຕິບຸກຄົນ : ອະນຸຍາດໃຫ້ມີຫລາຍ user ໃນການນຳໃຊ້ລະບົບ. ສາມາດເພີ່ມຄວາມປອດໄພ ໂດຍການແຍກສິດທິຜູ້ນຳໃຊ້ແລະ ເພີ່ມຂັ້ນຕອນໃນການເຮັດທຸກລະກຳ ໃຫ້ມີກົນໄກການອະນຸມັດໄປຕາມສິດທິທີ່ ກຳນົດໄວ້ ໂດຍທຸກລາຍການເຄື່ອນໄຫວສາມາດມີ User ຜູ້ກວດສອບ ແລະ ຜູ້ອານຸມັດ.ທຸກໆທຸລະກຳດ້ານການເງິນໄດ້ນຳໃຊ້ລະຫັດ One time password ໃນການຢືນຢັນທຸລະກຳທຸກຄັ້ງ. ທີ່ສຳຄັນທຸກໆການເຄື່ອນໄຫວລ້ວນແຕ່ມີລະບົບລາຍງານໃຫ້ຜູ້ບໍລິຫານກວດສອບໄດ້ຕະຫລອດເວລາ. |
||
ເງື່ອນໄຂການໃຊ້ບໍລິການ |
|
||
ຟອມລົງທະບຽນ |
ທ່ານສາມາດສະໝັກແລະປະກອບແບບຟອມໄດ້ທີ່ສໍານັກງານໃຫຍ່, ໜ່ວຍບໍລິການ ແລະສາຂາຂອງທຄຕລ ຫຼື ທ່ານສາມາດດາວໂຫລດ ແບບຟອມສະໝັກ ແລະເອກະສານປະກອບການຂໍນຳໃຊ້ບໍລິການໄດ້ທີ່ ເວບໄຊ້ http://www.bcel.com.la
|