
ຊື່ຜະລິດຕະພັນ: ທຄຕລ ບໍລິການເງິນດ່ວນຊຸມຊົນ
1. ຜະລິດຕະພັນ ”ທຄຕລ ບໍລິການເງິນດ່ວນຊຸມຊົນ” ແມ່ນຫຍັງ?
ແມ່ນຜະລິດຕະພັນການເງິນດີຈິຕ້ອນໃໝ່ ຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ໂດຍຜ່ານຕົວແທນ ”ທຄຕລ ບໍລິການເງິນດ່ວນຊຸມຊົນ”
(BCOME )ເປັນການໂອນເງິນ ທີ່ສະດວກ, ທັນສະໄໝ ໃນເຂດຊຸມຊົນໃກ້ບ້ານທ່ານໄດ້ຕະຫຼອດໂມງໃຫ້ບໍລິການຂອງຕົວແທນ.
2. ຜະລິດຕະພັນ”ທຄຕລ ບໍລິການເງິນດ່ວນຊຸມຊົນ”ມີປະໂຫຍດເພື່ອໃຜ?
- ຜູ້ປົກຄອງຕ້ອງການສົ່ງເງິນໃຫ້ລູກຫຼານທີ່ຮ່ຳຮຽນຢູ່ໃນເຂດຕົວເມືອງ
- ລູກຫຼານຕ້ອງການສົ່ງເງິນໃຫ້ຜູ້ປົກຄອງເຖິງທ້ອງຖີ່ນຊຸມຊົນໃກ້ບ້ານ
- ສະດວກ ວ່ອງໄວ ສຳລັບຊາວຄ້າຂາຍທີ່ຕ້ອງການໂອນເງິນໃນທ້ອງຖີ່ນ
- ຊ່ວຍປະຢັດເວລາ ແລະ ຄ່າໃຊ້ຈ່າຍ ໃນການເດີນທາງໄປທະນາຄານ
- ສາມາດໃຊ້ບໍລິການໄດ້ນອກໂມງບໍລິການຂອງທະນາຄານ
3. ທ່ານສາມາດໃຊ້ບໍລິການນີ້ໄດ້ແນວໃດ?
- ພຽງແຕ່ທ່ານບອກຂໍ້ມູນຜູ້ໂອນ, ຜູ້ມອບເງິນ ແລະ ຜູ້ຮັບເງິນປາຍທາງໃຫ້ຕົວແທນ
- ທ່ານຕ້ອງກວດກາ ແລະ ເຊັນຢັ້ງຢືນຄວາມຖຶກຕ້ອງໃນໃບບິນທຸກຄັ້ງ
- ທ່ານຈະໄດ້ຮັບຂໍ້ຄວາມລະຫັດລັບ 7 ຕົວເລກ ພາຍຫຼັງລາຍການສຳເລັດ
- ເພື່ອຄວາມປອດໄພໃນການຮັບເງິນ ຜູ້ໂອນເງິນຕ້ອງແຈ້ງລະຫັດລັບ 7 ຕົວເລກ
ໃຫ້ແກ່ຜູ້່ຮັບເງິນປາຍທາງຊາບເທົ່ານັ້ນ
- ພາຍຫຼັງປາຍທາງສໍາເລັດການຮັບເງິນຈະມີຂໍ້ຄວາມແຈ້ງບອກຜູ່ສົ່ງເງິນໃຫ້ຮັບຊາບ.
4. ຄຳຖາມ-ຕອບ
4.1. ຖາມ: ຜະລິດຕະພັນ ”ທຄຕລ ບໍລິການເງິນດ່ວນຊຸມຊົນ” ແມ່ນຫຍັງ?
ຕອບ: ແມ່ນຜະລິດຕະພັນ ເງິນໂອນ ພາຍໃນປະເທດ ຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທີ່ມີສັນຍາລັກ)
4.2. ຖາມ: ສາມາດໂອນເງິນຫຍັງໄດ້ແນ່?
ຕອບ: ໂອນໄດ້ແຕ່ສະເພາະເງິນກີບ ຕັ້ງແຕ່ 1 ກີບ-10.000.000 ກີບ
4.3. ຖາມ: ສາມາດໃຊ້ບໍລິການຢູໃສໄດ້ແນ່?
ຕອບ: ສາມາດເຂົ້າໃຊ້ບໍລິການນຳ ຕົວແທນ”ທຄຕລ ບໍລິການເງິນດ່ວນຊຸມຊົນ” ທີ່ໃກ້ບ້ານທ່ານ ແລະ ຕາມໜ່ວຍບໍລິການ ຂອງ ທຄຕລ ທຸກສາຂາທົ່ວປະເທດ
4.4. ຖາມ: ການບໍລິການໃຊ້ເວລາດົນປານໃດ?
ຕອບ: ທ່ານສາມາດ ສົ່ງເງິນ, ຮັບເງິນ ແລະ ມອບເງິນສຳເລັດພາຍໃນ 5 ນາທີ.
5. ສອບຖາມຂໍ້ມູນເພີ່ມຕື່ມ
ຕໍານິສົ່ງຂ່າວການບໍລິການ
ສົນໃຈສະໝັກເປັນຕົວແທນ ”ທຄຕລ ບໍລິການເງິນດ່ວນຊຸມຊົນ”
ໂທ: 021 213200-412