
ຊື່ຜະລິດ ຕະພັນ |
ຊື້ຂາຍຄຳຜ່ານບັນຊີ |
ຄຸນລັກສະນະ |
|
ຜົນປະໂຫຍດທີ່ໄດ້ຮັບ |
|
ເງື່ອນໄຂການໃຊ້ບໍລິການ |
|
ຄ່າບໍລິການ |
ຄ່າທໍານຽມໃນການໃຊ້ບໍລິການ 35 ໂດລາສະຫະລັດ/ຄັ້ງ (ໃນກໍລະນີທີ່ເກີດມີການຊື້ ຂາຍຕົວຈິງ). |
ຂັ້ນຕອນໃນການຊື້-ຂາຍ |
ຊື້-ຂາຍແບບທັນທີ (spot): (1) ແຈ້ງຊື່ເຈົ້າຂອງບັນຊີ (2) ແຈ້ງເລກບັນຊີທີ່ໄດ້ລະບຸໄວ້ໃນສັນຍາ ທີ່ສາມາດຕັດບັນຊີໄດ້ ຕາມມູນຄ່າຊື້-ຂາຍທີ່ໄດ້ລະບຸ, (3) ແຈ້ງລະຫັດ 10 ຕົວເພື່ອຢືນຢັນຄໍາສັ່ງອະນຸມັດ, (4) ສອບຖາມລາຄາຄຳກັບພະນັກງານ ຂອງ ທຄຕລ ທີ່ເບີ: 021-219308 ເພື່ອຕົກລົງ ລາຄາທີ່ຕ້ອງການຊື້-ຂາຍຄຳ, (5) ພາຍຫຼັງຕົກລົງລາຄາກັນແລ້ວ ທາງທຄຕລຈະສົ່ງໃບຢັ້ງຢືນການຊື້-ຂາຍພ້ອມດ້ວຍ ລາຍເຊັນ ແລະປະທັບຕາຈາກ ທຄຕລໃຫ້ລູກຄ້າເຊັນຮັບຮອງພ້ອມດ້ວຍກາປະທັບ (ຖ້າມີ) ຫຼັງຈາກນັ້ນ, ແຟັກກັບຄືນທີ່ເບີ: 021 262764 ຫຼືລູກຄ້າຈະເຂົ້າມາ ສັ່ງຊື້-ຂາຍດ້ວຍຕົນເອງກໍ່ໄດ້, (6) ໃນກໍລະນີເຂົ້າມາດ້ວຍຕົນເອງຫຼັງຈາກຕົກລົງລາຄາຊື້-ຂາຍກັນແລ້ວ ທາງ ທຄຕລ ຈະເຮັດໃບຢັ້ງຢືນໃຫ້ສຳລັບລູກຄ້າທີ່ເປັນບຸກຄົນລາຍເຊັນຕ້ອງກົງກັບລາຍເຊັນໃນບັນ ຊີ ທີ່ລະບຸໃນສັນຍາແລະຖ້າເປັນນິຕິບຸກຄົນ ລາຍເຊັນຕ້ອງກົງກັບລາຍເຊັນໃນບັນຊີ ທີ່ລະບຸໄວ້ໃນສັນຍາແລະຕ້ອງມີກາປະທັບຂອງບໍລິສັດທຸກຄັ້ງ. ຊື້-ຂາຍແບບບໍ່ມີກໍາໜົດ (GTC): (1) ແຈ້ງຊື່ເຈົ້າຂອງບັນຊີ, (2) ແຈ້ງເລກບັນຊີທີ່ໄດ້ລະບຸໄວ້ໃນສັນຍາ ທີ່ສາມາດຕັດບັນຊີໄດ້ຕາມມູນຄ່າຊື້-ຂາຍທີ່ໄດ້ລະບຸ, (3) ແຈ້ງລະຫັດ 10 ຕົວເພື່ອຢືນຢັນຄໍາສັ່ງອະນຸມັດ, (4) ແຈ້ງລາຄາຄຳທີ່ຕ້ອງການ, (5) ລໍຖ້າຮັບໃບຢັ້ງຢືນຈາກ ທຄຕລ ທາງ Fax ເພື່ອເຊັນຢັ້ງຢືນ ພ້ອມດ້ວຍກາປະທັບ (ຖ້າມີ) ແລ້ວສົ່ງແຟັກກັບຄືນທີ່ເບີ: 021 262764/218977 ຫຼືລູກຄ້າຈະເຂົ້າມາ ສັ່ງຊື້- ຂາຍດ້ວຍຕົນເອງກໍ່ໄດ້, (6) ຄຳສັ່ງນີ້ຈະບໍ່ມີອາຍຸແຕ່ຄຳສັ່ງນີ້ຈະມີຜົນສັກສິດ ເມື່ອລາຄາຄໍາທ້ອງຕະຫຼາດເທົ່າກັບລາ ຄາຄໍາທີ່ໄດ້ສັ່ງໄວ້ (ລູກຄ້າສາມາດແຈ້ງຄໍາສັ່ງຍົກເລີກດ້ວຍຕົນເອງ ຫຼືຜ່ານທາງໂທລະສັບ). |