ໜັງສືແຈ້ງເຊີນ
ເຖິງ: ບັນດາຜູ້ສະໜອງຢູ່ພາຍໃນ ສປປ ລາວ.
ເລື່ອງ: ເຊີນເຂົ້າຮ່ວມການປະມູນລາຄາ ຮັບເໝົາໃຫ້ບໍລິການທ່ອງທ່ຽວປະເທດເກົາຫຼີ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍແຈ້ງມາຍັງບັນດາຜູ້ສະໜອງ ທີ່ມີຄວາມສົນໃຈເຂົ້າຮ່ວມການປະມູນລາຄາ ໃຫ້ບໍລິການຮັບເໝົາທ່ອງທ່ຽວປະເທດເກົາຫຼີ ດັ່ງມີລາຍການໜ້າວຽກລຸ່ມນີ້:
- ລູກທົວ ຈຳນວນ 20 ທ່ານ.
- ໄລຍະເວລາທ່ອງທ່ຽວ 05 ວັນ 04 ຄືນ.
- ໄລຍະເວລາເດີນທາງຕົວຈິງແມ່ນຊ່ວງ ເດືອນ 03/2025.
- ເດີນທາງດ້ວຍຍົນ ສາຍການບິນ Lao Airlines (ປີ້ໄປ-ກັບ) ທີ່ນັ່ງຊັ້ນ Economy, ນໍ້າໜັກກະເປົາ 20 ກິໂລ.
- ໂຮງແຮມລະດັບ 4 ດາວ (2 ຄົນ/ຫ້ອງ).
- ຄ່າອາຫານທຸກຄາບ, ຄ່າເຂົ້າຊົມສະຖານທີ່ຕ່າງໆຕາມໂປຣແກມທົວ, ຄ່າວີຊ່າ, ລົດ ແລະ ໄກ້ນໍາທ່ຽວ.
- ຄ່າປະກັນໄພທ່ອງທ່ຽວ.
- ສະຖານທີ່ເຂົ້າຢ້ຽມຊົມ:
- ໝູ່ບ້ານແຫ່ງເທບນິຍາຍ, ໝູ່ບ້ານໄຊນ້າທາວ-ເກາະນາມິ-Shopping ຮົງແດ.
- Shopping ເຄື່ອງສຳອາງ-ສວນສະໜຸກເອເວີ້ແລນ-ຫໍຄອຍກຸງໂຊວ-ຄ້ອງກະແຈຄູ່ຮັກ-ສູນໂສມ-ຮ້ານພອຍ.
- ຊົມຜະລິດຕະພັນນ້ຳມັນສົນເຂັມແດງ-ຜະລິດຕະພັນສາລ່າຍ-ພະລາດຊະວັງ-Shopping ຖະໜົນໄວໜຸ່ມຮົງແດ.
- ເງື່ອນໄຂຂອງຜູ້ສະໜອງທີ່ຕ້ອງການຍື່ນຊອງປະມູນຕ້ອງປະກອບເອກະສານ ດັ່ງນີ້:
*ເອກະສານຊອງທີ 1 (ບໍ່ປິດຊອງ):
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດກ່ຽວກັບການບໍລິການທ່ອງທ່ຽວ, ດຳເນີນທຸລະກິດຢ່າງໜ້ອຍ 3 ປີຂຶ້ນໄປ ແລະ ໃຫ້ສໍາເນົາໃບທະບຽນວິສາຫະກິດ, ໃບອະນຸຍາດດຳເນີນທຸລະກິດປະຈຳປີ, ໃບຢັ້ງຢືນການເສຍອາກອນ 2021-2023, ປະກອບຂໍ້ມູນຕາມຟອມ ທຄຕລ, ເອກະສານກ່ຽວກັບຜົນງານຜ່ານມາຂອງບໍລິສັດ, ລາຍລະອຽດໂປຼແກຼມທົວ.
- ສາມາດຍື່ນເອກະສານຂ້າງເທິງໄດ້ ນັບຈາກວັນນີ້ຈົນເຖິງ ວັນພະຫັດ, ທີ 19/12/2024 ກ່ອນເວລາ 11:00 ໂມງ ໂດຍການສົ່ງຟາຍ pdf ເຂົ້າມາທີ່ Email: procurement@bcel.com.la.
*ເອກະສານຊອງທີ 2 (ປິດຊອງ):
- ທຄຕລ ຈະແຈ້ງສະເພາະຜູ້ທີ່ຜ່ານເງື່ອນໄຂ ຮອບທີ 01 ເທົ່ານັ້ນ ເພື່ອເຂົ້າມາຍື່ນຊອງລາຄາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າມາຮ່ວມໃນ ວັນຄານ, ທີ 14/01/2025 ເວລາ 09:00 ໂມງ ທີ່ຫ້ອງປະຊຸມຊັ້ນ 5/2 ຕຶກ C ສໍານັກງານໃຫຍ່.
- ໃບສະເໜີລາຄາໃຫ້ລະບຸລາຄາ/ໜ່ວຍ ແລະ ມູນຄ່າລວມທັງໝົດເປັນ ສະກຸນເງິນກີບ ແລະ ໂດລາ.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຕໍ່າສຸດ 20% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນທີ່ອອກໂດຍທະນາຄານພາຍໃນ ສປປ ລາວ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງວັນທີ 30/04/2024) ຫຼື ແຊັກທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງກ່າວຄືນໃຫ້ຜູ້ທີ່ບໍ່ຜ່ານການຄັດເລືອກ.
*ໝາຍເຫດ: ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງຕາມການກຳນົດຂ້າງເທິງ; ການຄັດເລືອກຜູ້ສະໜອງແມ່ນຈະຄັດເລືອກຈາກຫຼາຍເງື່ອນໄຂ (ບໍ່ໄດ້ຄັດເລືອກຈາກລາຄາພຽງຢ່າງດຽວ).
*ເງື່ອນໄຂສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ ຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 10% ຂອງມູນຄ່າລວມທີ່ສະເໜີປະມູນ.
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຄ່າທຳນຽມໃນການຈົດທະບຽນສັນຍາ ແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງຜູ້ສະໜອງ.
- ການຊໍາລະແມ່ນຈ່າຍເປັນ 02 ງວດ: ງວດທີ 1 ຊຳລະ 50% ພາຍຫຼັງເຊັນສັນຍາຕາມລະບຽບ ແລະ ງວດທີ 2 ຊຳລະ 50% ກ່ອນເດີນທາງ 01 ອາທິດ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ຜູ້ອໍານວຍການ
ຕິດຕໍ່ພົວພັນ:
021 213200 ຕໍ່ 0