ຊົມເຊີຍ BCEL ໄດ້ຮັບລາງວັນ ການເງິນສາກົນ ປະຈໍາປີ 2024
|
ໃນວັນທີ 14 ຕຸລາ 2024 ທີ່ຜ່ານມາ, ທຄຕລ ໄດ້ຮັບການປະກາດລາຍຊື່ເປັນຜູ້ຊະນະ ໃນການເຂົ້າຊິງລາງວັນການເງິນສາກົນ ສາຂາ The Most Innovative Digital Bank – Laos 2024 ຜ່ານຊ່ອງທາງ ເວັບໄຊທ໌ທາງການຂອງ International Finance Award ເຊິ່ງເປັນທະນາຄານແຫ່ງດຽວຂອງ ສປປ ລາວ ທີ່ໄດ້ຮັບລາງວັນຈາກການເງິນສາກົນ.
ລາງວັນດັ່ງກ່າວໄດ້ຈາກ ການນຳສະເໜີ ການບໍລິການແອັບ BCEL One (Mobile Banking Application) ເຂົ້າຊິງລາງວັນ ເນື່ອງຈາກຜະລິດຕະພັນດັ່ງກ່າວ ເປັນການໃຫ້ບໍລິການຊຳລະສະສາງທີ່ມີຄວາມຫຼາກຫຼາຍ, ທັນສະໄໝ, ວ່ອງໄວ ແລະ ສາມາດກວດສອບໄດ້ຕະຫຼອດເວລາ ໂດຍສະເພາະແມ່ນການຊຳລະສະສາງຜ່ານ QR Code OnePay ຂອງ ທຄຕລ ທີ່ບໍ່ພຽງແຕ່ສາມາດຮອງຮັບການຊຳລະສະສາງຈາກທະນາຄານອື່ນໆພາຍໃນປະເທດ, ແຕ່ຍັງສາມາດຮອງຮັບການຊຳລະຈາກຕ່າງປະເທດໄດ້ເຊັ່ນກັນ ບໍ່ວ່າຈະເປັນ ປະເທດໄທ, ເກົາຫຼີໃຕ້, ຫວຽດນາມ ແລະ ຈີນ ກໍ່ສາມາດຊຳລະຜ່ານ QR Code OnePay ຂອງ ທຄຕລ ໄດ້ເຊັ່ນກັນ. ປະຈຸບັນ BCEL One ໄດ້ມີການພັດທະນາອັບເກຣດໃໝ່ ເພື່ອສິ່ງທີ່ເໜືອກວ່າ ມິຕິໃໝ່ທາງການເງິນ ຄວບຄຸມທຸກຄວາມຕ້ອງການໄວ້ໃນ 1 ດຽວດ້ວຍ One Bank Tap ທີ່ຕອບໂຈດທຸກຄວາມຕ້ອງການ, ການຈັດການທາງການເງິນຮູບແບບໃໝ່ ກັບຟັງຊັນທີ່ຫຼາກຫຼາຍກ່ອນເກົ່າ ບໍ່ວ່າຈະເປັນຟັງຊັນທີ່ສາມາດເປີດບັນຊີໄດ້ດ້ວຍຕົນເອງພາຍໃນແອັບ, ສາມາດຄວບຄຸມການນຳໃຊ້ວົງເງິນ ແລະ ຕິດຕາມການເຄື່ອນໄຫວບັນຊີ, ຟັງຊັນ E-Cheque ໃບຢັ້ງຢືນການຊຳລະສະສາງຮູບແບບໃໝ່ ແລະ ຟັງຊັນ One-Eye ຄວບຄຸມບັດອອນລາຍ ເປີດ-ປິດບັດ ໄດ້ງ່າຍທຸກທີ່ທຸກເວລາ.... ທຸກທຸລະກໍາຄົບຈົບໃນ One Bank.
ລາງວັນອັນຊົງກຽດທີ່ ທຄຕລ ໄດ້ຮັບໃນເທື່ອນີ້ ເປັນສິ່ງທີ່ຢັ້ງຢືນເຖິງຄຸນນະພາບໃນການບໍລິການ ແລະ ການຍອມຮັບທັງພາຍໃນ ແລະ ສາກົນຕໍ່ ທຄຕລ ໄດ້ເປັນຢ່າງດີ. ການສະເໜີຊື່ທະນາຄານເພື່ອເຂົ້າຮັບລາງວັນ ແລະ ການຕັດສິນ ແມ່ນພິຈາລະນາໂດຍຄະນະກໍາມະການ ທີ່ມາຈາກບັນດາບໍລິສັດກວດສອບຈາກພາຍໃນ ແລະ ພາຍນອກ. ເຊິ່ງມີຫຼາຍກວ່າ 100 ທະນາຄານ ຈາກ 30 ປະເທດ ສະເໜີຊື່ເຂົ້າຊິງລາງວັນໃນຄັ້ງນີ້.