ພິທີເປີດນໍາໃຊ້ຜະລິດຕະພັນ 𝐎𝐧𝐞𝐁𝐚𝐧𝐤 𝐊𝐢𝐝 ຢ່າງເປັນທາງການ
ໃນຕອນບ່າຍຂອງວັນສຸກ, ວັນທີ 30 ພຶດສະນາ 2025, ຢູ່ທີ່ ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ທຄຕລ ໄດ້ຈັດ ພິທີເປີດໂຕ ຜະລິດຕະພັນ OneBank Kid Application ຢ່າງເປັນທາງການ ໃຫ້ກຽດເປີດພິທີໃນຄັ້ງນີ້ໂດຍ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອໍານວຍການ BCEL, ເປັນກຽດເຂົ້າຮ່ວມໂດຍ ທ່ານ ນ ລຳມອນ ສິມມະໄລວົງ ຮອງຫົວຫນ້າກົມຄຸ້ມຄອງລະບົບການຊໍາລະ, ທ່ານ ປອ. ຄໍາວິໄລ ກາດອຸດົມ ຮອງຫົວຫນ້າ ກົມຄຸ້ມຄອງທະນາຄານທຸລະກິດ ພ້ອມດ້ວຍບັນດາຄະນະກົມ, ຄະນະພະແນກທີ່ກ່ຽວຂ້ອງຈາກທະນາຄານແຫ່ງ ສປປ ລາວ, ຄະນະກົມຈາກ ກະຊວງສຶກສາທິການ ແລະ ກິລາ, ບັນດາລູກຄ້າຂອງ ທຄຕລ, ບໍລິສັດໃນເຄືອ ທຄຕລ, ຄະນະອໍານວຍການ, ຄະນະພະແນກ, ສູນ ແລະ ສາຂາ ຕະຫຼອດຮອດພະນັກງານຂອງ ທຄຕລ ພາຍໃນນະຄອນຫຼວງວຽງຈັນ ພ້ອມດ້ວຍສື່ມວນຊົນຈາກຫຼາຍພາກສ່ວນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ;
ໃນຍຸກປະຈຸບັນເທັກໂນໂລຢີໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ເຂົ້າມາມີອິດທິພົນໃນການດຳລົງຊີວິດຂອງຄົນໃນປະຈຸບັນ, ທຄຕລ ກໍ່ໄດ້ມີການນໍາໃຊ້ຄວາມກ້າວໜ້າຂອງເທັກໂນໂລຢີເຂົ້າມາໝູນໃຊ້ວຽກງານປັບປຸງການບໍລິການ ໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ ບົນພື້ນຖານຄວາມປອດໄພ ແລະ ໄດ້ມາດຕະຖານສາກົນ.
ການເປີດໂຕນໍາໃຊ້ຜະລິດຕະພັນ OneBank Kid Application ໃນຄັ້ງນີ້ແມ່ນເປັນອີກບາດກ້າວໜຶ່ງແຫ່ງການພັດທະນາຂອງ ທຄຕລ ເພື່ອທີ່ຈະຂະຫຍາຍ ເເລະ ປັບປຸງການບໍລິການໃຫ້ສາມາດຕອບໂຈດໃນຊີວິດປະຈໍາວັນ ເເລະ ເຂົ້າເຖິງລູກຄ້າໃນທຸກໆຮູບເເບບ. ລ່າສຸດຜົນສໍາເລັດໃນການພັດທະນາເເອັບທາງທະນາຄານໃນທ້າຍປີທີ່ຜ່ານມາ ເເມ່ນ ທຄຕລ ໄດ້ເປີດໂຕເພື່ອໃຫ້ບໍລິການແອັບທີ່ມີຊື່ວ່າ OneBank ທີ່ສາມາດນໍາໃຊ້ ແລະ ຈັດການບັນຊີແບບເປັນກຸ່ມ ຫຼື ເອີ້ນວ່າໃຊ້ບັນຊີເເບບຮ່ວມກັນ. ມີການອັບເດດໜ້າຕ່າງ ທີ່ສະເເດງ Dashboard ລາຍຮັບ-ລາຍຈ່າຍ ຂອງເດືອນ, ສາມາດ ເປີດບັນຊີ Virtual ຫຼື ບັນຊີ shadow ທີ່ລີ້ງກັບບັນຊີຫຼັກ ເເລະ ການໂອນເງິນເເບບ Recurring.
ຜະລິດຕະພັນ OneBank Kid ແມ່ນໄດ້ຕໍ່ຍອດຈາກ One Bank ໃນການນຳໃຊ້ບັນຊີເເບບຮ່ວມກັນ, ເຊິ່ງຜູ້ປົກຄອງຈະສາມາດສ້າງສິດນໍາໃຊ້ ເເລະ ມອບໃຫ້ລູກ ຫຼື ຄົນໃນຄອບຄົວຂອງຕົນເອງ ເພື່ອໄປນໍາໃຊ້ ຜ່ານ OneBank Kid ທີ່ມີຮູບເເບບການນໍາໃຊ້ງ່າຍດາຍ, ມີໜ້າຕ່າງ ລູກຫຼີ້ນທີ່ມີສີສັນກວ່າ ເເລະ ຈັດສັນສະເພາະເເຕ່ຟັງຊັນທີ່ນໍາໃຊ້ໃນຊີວິດປະຈໍາວັນເປັນພື້ນຖານ ເພື່ອແນ່ໃສ່ລູກຄ້າທີ່ເປັນເດັກນ້ອຍລຸ້ນເຍົາວະຊົນ ເຊິ່ງເປັນອີກກ້າວສຳຄັນໜື່ງໃນການພັດທະນາການບໍລິການທາງການເງິນ ເເລະ ເຊື່ອໝັ້ນວ່າການປູກຝັງທັກສະທາງການເງິນຕັ້ງແຕ່ຍັງນ້ອຍຄືຮາກຖານທີ່ໝັ້ນຄົງໃນການສ້າງນິໃສທາງການເງິນທີ່ດີໃນອານາຄົດ ແລະ ນັ້ນແມ່ນຈຸດປະສົງຂອງການສ້າງແອັບ OneBank Kid ຂື້ນມາ, ແອັບການເງິນຮູບແບບໃໝ່ທີ່ອອກແບບສະເພາະສຳລັບເດັກນ້ອຍ ໂດຍມີພໍ່, ແມ່ ເປັນຜູ້ຄຸ້ມຄອງ ແລະ ດູແລ, ກຳນົດວົງເງິນການໃຊ້ຈ່າຍຕໍ່ທຸລະກຳ, ຕໍ່ມື້ , ຕໍ່ອາທິດ, ຕໍ່ເດືອນ ສົ່ງເສີມການອອມເງິນ, ສົ່ງເສີມພຶດຕິກຳການໃຊ້ຈ່າຍຢ່າງມີວິໃນ, OneBank Kid ຈະເປັນເຄື່ອງມືທີ່ຊ່ວຍໃຫ້ເດັກນ້ອຍຮຽນຮູ້ວາງແຜນການໃຊ້ເງິນ ແລະ ໃນແອັບຈະມີກະປຸກອອມສິນເພື່ອໃຫ້ເດັກໄດ້ຕັ້ງເປົ້າໝາຍຜ່ານ Future ທີ່ຫລາກຫລາຍ ມີສີສັນເຊັ່ນ : ກະປຸກໝູ, ຕົ້ນໄມ້, ຫີບສົມບັດ ແລະ ອື່ນໆ, ການໃຫ້ເງິນຂະໜົມປະຈຳວັນ, ປະຈຳອາທິດ ຫລື ສາມາດເອົາໃຫ້ເປັນເດືອນ ພໍ່ແມ່ຕັ້ງໂອນແບບ Auto, ສາມາດອອກບັດ Unionpay, Mastercard, ສາມາດສະແກນຈ່າຍ QR Code, ໂອນເງິນ, ຖອນເງິນຜ່ານຕູ້ທີ່ໄດ້ທັງບັດ, QR ແລະ ທີ່ສຳຄັນ OneBank Kid ກໍມີໜ້າຕ່າງ OneID ທີ່ສາມາດສະແກນແທນ QR Code ໄດ້.
ໃນຍຸກແຫ່ງການພັດທະນາທີ່ເທັກໂນໂລຢີມີຄວາມກ້າວໜ້າສູງ ແລະ ເພື່ອການຫັນເປັນດີຈິຕໍ້ຂອງອຸດສະຫະກໍາການຊໍາລະສະສາງຂອງລາວ ທຄຕລ ຈະສືບຕໍ່ພັດທະນາຜະລິດຕະພັນ ແລະ ການບໍລິການຢ່າງບໍ່ຢຸດຢັ້ງ ໂດຍທຸກຜະລິດຕະພັນ ແລະ ການບໍລິການ ທຄຕລ ແມ່ນເນັ້ນຄວາມທັນສະໄໝ, ສະດວກສະບາຍ, ມີຄວາມປອດໄພ ກວດສອບໄດ້ ແລະ ໄດ້ມາດຕະຖານສາກົນ ເພື່ອນໍາສະ ເໜີບໍລິການທາງການເງິນທີ່ຫຼາກຫຼາຍທັນສະໄໝ ຕອບສະໜອງຄວາມຕ້ອງການລູກຄ້າ ບົນພື້ນຖານຄວາມຮັບຜິດຊອບສູງຕໍ່ສັງຄົມ, ເພື່ອໃຫ້ລູກຄ້າ ແລະ ສັງຄົມໄດ້ຮັບປະໂຫຍດສູງສຸດ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ