ໜັງສືແຈ້ງເຊີນປະມູນ
ເຖິງ : ບັນດາບໍລິສັດອອກແບບກໍ່ສ້າງ ແລະ ຕົບແຕ່ງ
ເລື່ອງ : ແຈ້ງເຊີນເຂົ້າຮ່ວມຍື່ນຊອງປະມູນລາຄາແຕ້ມແບບຜັງພື້ນທີ່ໃຊ້ສອຍອາຄານປັດຈຸບັນຕຶກ A, B, C ແລະ D ສໍານັກງານໃຫຍ່
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍຖືເປັນກຽດແຈ້ງເຊີນມາຍັງບັນດາບໍລິສັດອອກ ແບບກໍ່ສ້າງ ແລະ ຕົບແຕ່ງ ກ່ຽວກັບການສະເໜີເງື່ອນໄຂ ແລະ ຂັ້ນຕອນໃນການປະກອບເອກະສານຢື່ນຊອງປະ ມູນລາຄາແຕ້ມແບບຜັງອາຄານປັດຈຸບັນ ຕຶກ A, B, C ແລະ D ສໍານັກງານໃຫຍ່ ເຊິ່ງສະຖານທີ່ຕອນດິນຕັ້ງຢູ່ ບ້ານ ຊຽງຍືນ ເມືອງ ຈັນທະບູລີ ນະຄອນ ຫຼວງວຽງຈັນ ໂດຍມີເນື້ອໃນດັ່ງນີ້:
- ເງື່ອນໄຂການປະກອບເອກະສານການປະມູນ\ດັ່ງນີ້:
- ຊອງທີ 01 (ບໍ່ປິດຊອງ):
- ໃບທະບຽນວິສາຫະກິດ;
- ໃບອະນຸຍາດດຳເນີນທຸລະກິດປີ 2024 ຫຼື 2025;
- ທຶນຈົດທະບຽນວິສາຫະກິດ 1 ຕື້ກີບຂຶ້ນໄປ;
- ໃບຢັ້ງຢືນການເສຍອາກອນປີ 2023 ຫຼື 2024;
- ໃບຢັ້ງຢືນຜົນງານ ແລະ ປະສົບການທີມງານທີ່ມີສີມືທາງດ້ານການອອກແບບ ຫຼື ກໍ່ສ້າງ ແລະ ຕົບແຕ່ງ ອາຄານທະນາຄານ ຫຼື ອາຄານສໍານັກງານຫ້ອງການ 3 ຊັ້ນ ຢ່າງໜ້ອຍ 3 ໂຄງການ.
- ເອກະສານຊອງທີ 01 ແມ່ນໃຫ້ສົ່ງກ່ອນວັນທີ 11/07/2025 ເວລາ 08:30-15:30 ໂມງ ທີ່ພະ ແນກຫ້ອງການບໍລິຫານ ແລະ ການເງິນ ຊັ້ນ 04 ຕຶກ C ສໍານັກງານໃຫຍ່.
- ຊອງທີ 02 (ປິດຊອງ):
- ໃບສະເໜີລາຄາ 1 ຊຸດ ເປັນສະກຸນເງິນກີບ ລວມອາກອນມູນຄ່າເພີ່ມ;
- ໄລຍະເວລາການແຕ້ມແບບ;
- ໜັງສືຄໍ້າປະກັນການປະມູນ: ຜູ້ຮັບເໝົາຕ້ອງວາງເງິນຄໍ້າປະກັນການປະມູນຕໍ່າສຸດ 10% ຂອງມູນຄ່າທີ່ ສະເໜີ ດ້ວຍໜັງສືຄໍ້າປະກັນທີ່ອອກໂດຍທະນາຄານພາຍໃນ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງວັນ ທີ 23/09/2025) ຫຼື ແຊັກທີ່ວີຊາແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນປະມູນ ທຄຕລ ຈະສົ່ງໜັງສືຄໍ້າປະກັນ ຫຼື ແຊັກດັ່ງກ່າວຄືນ, ສໍາລັບຜູ້ຊະນະການປະມູນແມ່ນຈະສົ່ງຄືນພາຍຫຼັງເຊັນສັນ ຍາ.
- ວັນພຸດ, ວັນທີ 23/07/2025, ເວລາ 09:00 ໂມງ ແມ່ນມື້ເປີດຊອງປະມູນຊ່ອງໜ້າຄະນະກໍາ ມະການ ທຄຕລ, ບໍລິສັດຕ້ອງຍື່ນຊອງດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມເປີດຊອງປະມູນທີ່ ຫ້ອງປະຊຸມຊັ້ນ 05 ຕຶກ C;
- ລາຄາທີ່ສະເໜີມາຕ້ອງເປັນລາຄາທີ່ສາມາດເປັນຜູ້ແຕ້ມແບບເອງ ແລະ ບໍ່ໃຫ້ເປັນການປະມູນໃນ ນາມ ນາຍໜ້າ ຫຼື ຂາຍຕໍ່ໃຫ້ບໍລິສັດອື່ນ;
- ໜ້າວຽກທີ່ຕ້ອງການ
- ເນື້ອທີ່ອາຄານທັງໝົດ ຕຶກ A, B, C ແລະ D = 5,496 ຕາແມັດ;
- ແຜນຜັງນໍາໃຊ້ຕຶກ A, B, C ແລະ D ປັດຈຸບັນແຜນຜັງຕ້ານອັກຄີໄພພ້ອມສັນຍາລັກປ້າຍຊີ້ບອກທາງ ໜີໄຟ ແລະ ແຜນຜັງລະບົບໄຟສຸກເສີນ (ເປັນປຶ້ມແບບ 01 ຊຸດ);
- ໄຟລ dwg ແລະ PDF ແບບທັງໝົດ;
- ການພົວພັນ ແລະ ໄລຍະເວລາການປະຕິບັດວຽກ
- ສາມາດສອບຖາມລາຍສະອຽດເພີ່ມເຕີມກ່ຽວກັບລາຍລະອຽດການແຕ້ມແບບ ຫຼື ລົງສໍາຫຼວດສະຖານທີ່ ຕົວຈິງ ຈາກວັນທີ 01/07/2025-21/07/2025, ໃນຊ່ວງເວລາ 08:30-11:30 ໂມງ ແລະ 13:30-16:00 ໂມງ ທີ່ໝາຍເລກໂທລະສັບ 021 213200-414 ນອກຈາກເວລາດັ່ງກ່າວແລ້ວ ທຄຕລ ຈະ ຂໍສະຫງວນສິດໃນການຕອບຄໍາຖາມໃດໆ ທັງໝົດ.
- ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ ທຄຕລ ຈະບໍ່ສົ່ງເງິນຄໍ້າປະກັນການປະມູນ 10% ຄືນ.
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ, ຄ່າທໍານຽມຈົດທະບຽນສານ ແລະ ຈົດທະບຽນ ຊັບສິນຂອງສັນຍາແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງບໍລິສັດອອກແບບທີ່ຊະນະການປະມູນ.
- ການຊໍາລະຄ່າອອກແບບ 100% ພາຍຫຼັງ ທຄຕລ ໄດ້ຮັບແບບແຕ້ມສະບັບຄົບຖ້ວນສົມບູນ.
ດັ່ງນັ້ນ, ຈຶ່ງແຈ້ງເຊີນມາຍັງບັນດາບໍລິສັດເພື່ອຢື່ນຊອງປະມູນຕາມທີ່ກ່າວມາຂ້າງເທິງນັ້ນດ້ວຍ.
ປະທານຄະນະກໍາມະການ
ຈັດຊື້, ກໍ່ສ້າງ-ສ້ອມແປງ-ບໍລິການອື່ນໆ ທຄຕລ
ຜູ້ປະສານງານ:
- ທ່ານ ນາງ ວຽງແກ້ວ ອິນສີມີໄຊ 020 59 594 236
- ທ່ານ ເພັດສະໝອນ ແສງຕະກຸນ 020 77467722