ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ, ຫ້າງຮ້ານທີ່ຜະລິດ ແລະ ສະໜອງເຄື່ອງໃຊ້ຫ້ອງການ.
ເລື່ອງ: ແຈ້ງເຊີນປະເມີນລາຄາເຄື່ອງໃຊ້ຫ້ອງການ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງມາຍັງບັນດາບໍລິສັດ ແລະ ຫ້າງຮ້ານຕົວແທນຈຳໜ່າຍ
ເຄື່ອງໃຊ້ຫ້ອງການທີ່ມີຄວາມຕ້ອງການເຂົ້າຮ່ວມສະໜອງເຄື່ອງໃຊ້ຫ້ອງການ ຈຳນວນ 143 ລາຍການ(ລາຍການແມ່ນຕິດຄັດໃຫ້ດ້ານຫຼັງ ) , ເພື່ອມານໍາໃຊ້ເຂົ້າໃນວຽກງານວິຊາສະເພາະຂອງ ທຄຕລ ຈຶ່ງໄດ້ແຈ້ງເຊີນມາຍັງທ່ານເພື່ອເຂົ້າຮ່ວມປະມູນດັ່ງມີເງື່ອນໄຂລຸ່ມນີ້:
- ເງື່ອນໄຂຂອງຜູ້ສະໜອງທີ່ຕ້ອງການຍື່ນຊອງປະມູນຕ້ອງປະກອບເອກະສານ ດັ່ງນີ້:
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດຈໍາໜ່າຍເຄື່ອງໃຊ້ຫ້ອງການ, ດຳເນີນທຸລະກິດ ຢ່າງໜ້ອຍ 02 ປີຂຶ້ນໄປ, ສໍາເນົາໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປີ 2023-2024 ຮ່າງແບບຟອມຂອງ ທຄຕລ ທີ່ຄັດຕິດມາພ້ອມນີ້
- ກຳນົດຍື່ນລາຍລະອຽດຂ້າງເທິງ ສາມາດຍື່ນໄດ້ນັບຈາກ ວັນນີ້ ເຖິງ ວັນຄານ ວັນທີ 11/08/2025 ກ່ອນເວລາ 11:00 ໂມງ ໂດຍການສົ່ງຟາຍສະແກນເປັນ PDF ເຂົ້າມາທີເມວ: procurement@bcel.com.la
- ເອກະສານຊອງທີ 02 (ປິດຊອງ):
- ທຄຕລ ຈະແຈ້ງສະເພາະຜູ້ທີ່ຜ່ານເງື່ອນໄຂ ຮອບທີ 01 ເທົ່ານັ້ນ ເພື່ອເຂົ້າມາຍື່ນຊອງລາຄາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າມາຮ່ວມໃນວັນຄານ, ທີ 20/08/2025 ເວລາ 09:00 ໂມງ. ແມ່ນມື້ເປີດຊອງປະມູນ ສະນັ້ນໃຫ້ຜູ້ສະໜອງທີ່ຜ່ານການຄັດເລືອກຈາກເອກະສານຊອງທີ 1 ມາຍື່ນຊອງລາຄາມາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ຫ້ອງປະຊຸມຊັ້ນ 5 ອາຄານ C ຫ້ອງປະຊຸມ 5/2.
- ໃບສະເໜີລາຄາໃຫ້ລະບຸລາຄາຫົວໜ່ວຍ ແລະ ລວມມູນຄ່າອາກອນທັງໝົດເປັນສະກຸນເງິນກີບໃຫ້ຄົບຖ້ວນ.
- ຜູ້ສະໜອງຕ້ອງກໍານົດສະເປັກ ພ້ອມທັງລະບຸເງື່ອນໄຂຕ່າງໆ ມາໃຫ້ຄົບຖ້ວນ ແລະ ໃຫ້ກົງກັບຄວາມຕ້ອງການຕາມຕາຕະລາງຄັດຕິດຊ້ອນທ້າຍ.
- ການພິຈາລະນາຄັດເລືອກຜູ້ສະໜອງແມ່ນ ທຄຕລຈະຄັດຈາກຫຼາຍເງື່ອນໄຂ(ບໍ່ໄດ້ຄັດຈາກລາຄາພຽງຢ່າງດຽວ).
- ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາເປັນຜູ້ສະໜອງເຄື່ອງໃຊ້ຫ້ອງການໃຫ້ ທຄຕລ ສຳນັກງານໃຫຍ່ ໃນໄລຍະ 1 ປີ ແລະ ຮັບຜິດຊອບຄ່າທຳນຽມໃນການຈົດທະບຽນສັນຍາ.
- ມີສີນຄ້າພ້ອມສົ່ງ ແລະ ຈັດເຄື່ອງສົ່ງ ທຄຕລ ເປັນລາຍເດືອນ ຫຼື ຕາມການສັ່ງຊື້ຍ່ອຍ.
- ທຄຕລ ຈະຊຳລະເງີນ 100 % ຂອງມູນຄ່າສັ່ງຊື້ແຕ່ລະເດືອນ, ພາຍໃນ 15 ວັນລັດຖະການ ນັບຈາກມື້ທີ່ໄດ້ຮັບເອກະສານຄົບຖ້ວນ ແລະ ຈັດສົ່ງເຄື່ອງຖືກຕ້ອງ.
ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງຕາມການກຳນົດຂ້າງເທິງ.
ດັ່ງນັ້ນ, ຈຶ່ງແຈ້ງເຊີນມາຍັງທ່ານ ທີ່ມີຄວາມສົນໃຈຍື່ນຊອງສະເໜີລາຄາ ໃນຄັ້ງນີ້ດ້ວຍ.
ຜູ້ອໍານວຍການ
ຕິດຕໍ່ພົວພັນ:
021 213200 ຕໍ່ 414 ( ໂມງລັດຖະການ )