ໜັງສືແຈ້ງເຊີນ
ເຖິງ: ບັນດາ ໂຮງພິມພາກລັດ ແລະ ເອກະຊົນ ຢູ່ພາຍໃນ ສປປ ລາວ.
ເລື່ອງ: ເຊີນເຂົ້າຮ່ວມການປະມູນລາຄາ ຜະລິດປະຕິທິນ ປະຈຳປີ 2026.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍແຈ້ງມາຍັງບັນດາ ໂຮງພິມພາກລັດ ແລະ ເອກະຊົນ ທີ່ມີຄວາມສົນໃຈເຂົ້າຮ່ວມປະມູນລາຄາຜະລິດປະຕິທິນ ປະຈຳປີ 2026 ໃຫ້ ທຄຕລ ຕາມລາຍລະອຽດລຸ່ມນີ້:
|
ລ/ດ
|
ລາຍການ
|
ລາຍລະອຽດ
|
|
1
|
ປະຕິທິນ ແຂວນຝາ:
ຈຳນວນ 50,000 ອັນ
|
- ຂະໜາດ: 45*70 cm (2 ເດືອນ/ໜ້າ).
- ເຈ້ຍໜາ 160 ແກຼມ, ພິມ 4 ສີ: ພິມ 1 ໜ້າ/ໃບ, ທັງໝົດ 7 ໃບ/ຊຸດ ລວມໜ້າປົກ.
- ໃສ່ຢ່ວງສີທອງ ເຕັມຫົວ.
- ການຫຸ້ມຫໍ່: ແຕ່ລະອັນຖົງຢາງໃສ, 50 ອັນ/ແກັດ.
|
|
2
|
ປະຕິທິນຕັ້ງໂຕະ:
ຈຳນວນ 60,000 ອັນ
|
- ຂະໜາດ: 17*21*9 cm (2 ເດືອນ/ໜ້າ)
- ເຈ້ຍໜາ 200 ແກຼມ; ຂາຕັ້ງສີແດງ-ໜາ 1,200 ແກຼມ
- ພິມ 4 ສີ: ພິມ 2 ໜ້າ/ໃບ, ທັງໝົດ 7 ໃບ/ຊຸດ ລວມໜ້າປົກ.
- ໃສ່ຢ່ວງສີທອງ ເຕັມຫົວ.
- ການຫຸ້ມຫໍ່: 50 ອັນ/ແກັດ.
- ຊອງເຈ້ຍສີຂາວ ພິມໂລໂກ້ ທຄຕລ, ສຳລັບໃສ່ປະຕິທິນ 500 ຊອງ/ແກັດ, ລວມທັງໝົດແມ່ນ 60,000 ຊອງ.
|
|
ໝາຍເຫດ:
- ຜູ້ສະໜອງສາມາດເຂົ້າຮ່ວມປະມູນທຸກລາຍການ ຫຼື ລາຍການໃດໜຶ່ງ ກໍ່ໄດ້, ສ່ວນການພິຈາລະນາແມ່ນ ທຄຕລ ຈະຄັດເລືອກເປັນແຕ່ລະລາຍການ.
- ຜູ້ສະໜອງສາມາດມາເບິ່ງຕົວຢ່າງສິນຄ້າຂອງ ທຄຕລ ໄດ້ນັບຈາກວັນນີ້ເປັນຕົ້ນໄປ ຈົນເຖິງວັນທີ 29/08/2025 ທີ່ ພະແນກຫ້ອງການບໍລິຫານ-ການເງິນ, ສໍານັກງານໃຫຍ່ ທຄຕລ, ປ່ອງບໍລິການຂາເຂົ້າ-ຂາອອກ ຊັ້ນ 4 ອາ ຄານ C.
|
- ເງື່ອນໄຂຂອງຜູ້ສະໜອງທີ່ຕ້ອງການຍື່ນຊອງປະມູນຕ້ອງປະກອບເອກະສານ ດັ່ງນີ້:
*ເອກະສານຊອງທີ 1:
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດກ່ຽວກັບສິ່ງພິມ ແລະ ໃຫ້ສໍາເນົາໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນ 03 ປີ (2022-2024) ແລະ ເອກະສານກ່ຽວກັບຜົນງານການຜະລິດປະຕິທິນ ຜ່ານມາ.
- ຕົວຢ່າງເຈ້ຍ ແລະ ຢ່ວງທອງ ຢ່າງໜ້ອຍ 2 ຊຸດ (ແຂວນຝາ 1 ແລະ ຕັ້ງໂຕະ 1), ພ້ອມທັງກຳນົດລາຍລະອຽດຕາມສະເປັກຂ້າງເທິງ (ຕາມ Format ຄັດຕິດມາພ້ອມນີ້).
- ສາມາດຍື່ນເອກະສານຂ້າງເທິງໄດ້ ໂດຍການສົ່ງຟາຍເປັນ PDF ເຂົ້າ Email: procurement@bcel.com.la ແລະ ສົ່ງສິນຄ້າຕົວຢ່າງທີ່ ພະແນກຫ້ອງການບໍລິຫານ-ການເງິນ, ກ່ອນວັນສຸກ, ທີ 29
-
- /08/2024 ເວລາ 11:00 ໂມງ.
*ເອກະສານຊອງທີ 2 (ປິດຊອງ):
- ທຄຕລ ຈະແຈ້ງສະເພາະຜູ້ທີ່ຜ່ານເງື່ອນໄຂ ຮອບທີ 01 ເທົ່ານັ້ນ ເພື່ອເຂົ້າມາຍື່ນຊອງລາຄາໃນ ວັນພຸດ, ທີ 10/09/2025 ເວລາ 9:00 ໂມງ, ເຊິ່ງຜູ້ສະໜອງຕ້ອງຖືຊອງລາຄາມາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າ ເຂົ້າຮ່ວມທີ່ຫ້ອງປະຊຸມຊັ້ນ 5 ຕຶກ C ສໍານັກງານໃຫຍ່ ທຄຕລ.
- ຜູ້ສະໜອງຕ້ອງກໍານົດສະເປັກ ພ້ອມທັງລະບຸເງື່ອນໄຂຕ່າງໆ ມາໃຫ້ຄົບຖ້ວນ ແລະ ໃຫ້ກົງກັບຄວາມຕ້ອງ ຂອງ ທຄຕລ ການໃນຕາຕະລາງຂ້າງເທິງນັ້ນ.
- ໃບສະເໜີລາຄາໃຫ້ລະບຸລາຄາ/ຫົວໜ່ວຍ ແລະ ລວມມູນຄ່າອາກອນທັງໝົດເປັນສະກຸນເງິນກີບໃຫ້ຄົບຖ້ວນ.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຕໍ່າສຸດ 10% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນທີ່ອອກໂດຍທະນາຄານພາຍໃນ ສປປ ລາວ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງ ວັນທີ 30/11/2025) ຫຼື ແຊັກທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງກ່າວຄືນ.
*ໝາຍເຫດ:
- ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານ/ສິນຄ້າຕົວຢ່າງ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງຕາມການກຳນົດຂ້າງເທິງ, ການຄັດເລືອກຜູ້ສະໜອງແມ່ນຈະຄັດເລືອກຈາກຫຼາຍເງື່ອນໄຂ (ບໍ່ໄດ້ຄັດເລືອກຈາກລາຄາພຽງຢ່າງດຽວ).
- ການຊໍາລະແມ່ນຈ່າຍເງິນງວດດຽວ 100% ຕາມມູນຄ່າສັ່ງຊື້ ພາຍຫຼັງໄດ້ຮັບເຄື່ອງຄົບຖ້ວນ ພ້ອມທັງໄດ້ຮັບການຢັ້ງຢືນຈາກພາກສ່ວນກ່ຽວຂ້ອງ ແລະ ກວດກາຄວາມຖືກຕ້ອງຈາກທັງສອງຝ່າຍ ພາຍໃນໄລຍະ 30 ວັນລັດຖະການ.
*ເງື່ອນໄຂການປະມູນສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຜູ້ຊະນະການປະມູນຕ້ອງໄດ້ຜະລິດປະຕິທິນຕົວຈິງ 01-02 ຊຸດ ມາຜ່ານຕາມ Artwork ທີ່ ທຄຕລ ກໍານົດ ພາຍໃນ 14 ວັນ, ພ້ອມນັ້ນ ຜູ້ສະໜອງຈະຕ້ອງ ນໍາປະຕິທິນໄປຜ່ານກະຊວງຖະແຫຼງຂ່າວ-ວັດ
ທະນະທໍາ ແລະ ຕ້ອງມີຄວາມສາມາດຈັດພິມຈໍານວນທັງໝົດໃຫ້ສໍາເລັດພາຍໃນ 40 ວັນນັບຈາກມື້ຮອງຮັບແບບ.
- ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ ຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 10% ຂອງມູນຄ່າລວມທີ່ສະເໜີປະມູນ.
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຄ່າທຳນຽມໃນການຈົດທະບຽນສັນຍາ ແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງຜູ້ສະໜອງ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍື່ນຊອງປະມູນໃນຄັ້ງນີ້.
ຜູ້ອໍານວຍການ
ຕິດຕໍ່ພົວພັນ: ຂະແໜງສະໜອງວັດຖຸເຕັກນິກ
021 213200 ຕໍ່ 414 (ໂມງລັດຖະການ)