ໜັງສືແຈ້ງເຊີນ
ເຖິງ: ບັນດາຜູ້ສະໜອງ ໃຫ້ເຊົ່າປ້າຍໂຄສະນາ (Billboard).
ເລື່ອງ: ເຊີນເຂົ້າຮ່ວມການປະມູນລາຄາ ເຊົ່າປ້າຍໂຄສະນາ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍແຈ້ງມາຍັງບັນດາຜູ້ສະໜອງ ຊາບວ່າ ທຄຕລ ມີຄວາມຕ້ອງການ ຂຶ້ນປ້າຍໂຄສະນາ (Billboard) ຈຳນວນ 01 ປ້າຍ/ຈຸດ, ສະນັ້ນ ຈຶ່ງແຈ້ງມາຍັງບັນດາທ່ານຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມ, ລາຍລະອຽດລຸ່ມນີ້:
- ສະຖານທີ່ຕັ້ງປ້າຍ: ສີ່ແຍກໄຟແດງກອງລະຄອນລຳ.
- ວັດສະດຸ: ໂຄງເຫຼັກ, ຜ້າໄວນິວ (ປ່ຽນໃໝ່ 3 ຄັ້ງ/ປີ), ມີດອກໄຟຊ່ອງຜ້າໄວນິວ, ລວມຮັບຜິດຊອບຄ່າອະ ນຸຍາດຈາກພາກລັດທຸກຢ່າງ.
- ໄລຍະເຊົ່າ: 12 ເດືອນ.
Ø ເງື່ອນໄຂຂອງຜູ້ສະໜອງທີ່ຕ້ອງການຮ່ວມຍື່ນຊອງປະມູນຕ້ອງປະກອບເອກະສານ ດັ່ງນີ້:
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດດ້ານສິ່ງພິມ-ໂຄສະນາ: ສຳເນົາໃບທະບຽນວິສາ ຫະກິດ, ໃບຢັ້ງຢືນການເສຍອາກອນປະຈຳປີ 2022, 2023, 2024.
- ຜູ້ສະໜອງຕ້ອງລະບຸລາຍລະອຽດສິນຄ້າ ພ້ອມທັງລະບຸເງື່ອນໄຂຕ່າງໆໃຫ້ຄົບຖ້ວນ ແລະ ກົງກັບຄວາມຕ້ອງ ການໃນຕາຕະລາງຂ້າງເທິງນີ້, ລະບຸໄລຍະເວລາໃນການຮັບປະກັນ, ລະບຸໄລຍະການຜະລິດ (ຕາມແບບ ຟອມຄັດຕິດແຈ້ງເຊີນ).
- ເອກະສານເງື່ອນໄຂ ຂໍ້ 1 ແລະ 2 ແມ່ນ ສົ່ງຟາຍ pdf ເຂົ້າມາທີ່ Email: procurement@bcel.com.la, ແມ່ນໃຫ້ສົ່ງກ່ອນ ວັນຈັນ, ທີ 06/10/2025 ເວລາ 12:00 ໂມງ.
- ຜູ້ສະໜອງຈະຕ້ອງຖືຊອງລາຄາມາດ້ວຍຕົວເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ຫ້ອງປະຊຸມຊັ້ນ 05 ຕຶກ C, ຍື່ນຊອງລາຄາໃນ ວັນສຸກ, ທີ 10/10/2025 ເວລາ 14:00 ໂມງ.
- ໃບສະເໜີລາຄາໃຫ້ລະບຸ ມູນຄ່າລວມອາກອນທັງໝົດ ເປັນສະກຸນເງິນກີບ.
Ø ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຜູ້ຊະນະການປະມູນຕ້ອງມີຄວາມສາມາດໃນການດຳເນີນວຽກ ໃຫ້ສໍາເລັດພາຍໃນ 10 ວັນ ນັບຈາກມື້ຮອງຮັບແບບ ແລະ ໄດ້ຮັບໜັງສືສັ່ງວຽກ.
- ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ ແມ່ນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 10% ຂອງມູນຄ່າລວມທີ່ສະເໜີປະມູນ.
- ການຊໍາລະແມ່ນຈ່າຍເປັນ 02 ງວດ:
- ງວດທີ 1: ຈ່າຍ 90% ຂອງມູນຄ່າທັງໝົດ ພາຍຫຼັງຕິດຕັ້ງ-ຂຶ້ນປ້າຍໂຄສະນາ ຖືກຕ້ອງຄົບຖ້ວນ, ພ້ອມທັງໄດ້ຮັບການຢັ້ງຢືນຈາກພາກສ່ວນກ່ຽວຂ້ອງ ແລະ ກວດກາຄວາມຖືກຕ້ອງຈາກທັງສອງຝ່າຍ ພາຍໃນ 30 ວັນລັດຖະການ.
- ງວດທີ 2: ຈ່າຍ 10% ຂອງມູນຄ່າທັງໝົດ ຫຼັງຄົບກຳນົດສັນຍາ 12 ເດືອນ, ຊຳລະພາຍໃນ 30 ວັນລັດຖະການ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ຜູ້ອໍານວຍການ
ຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມ:
021 213200 ຕໍ່ 414