ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ/ຫ້າງຮ້ານຕົວແທນຈໍາໜ່າຍສິນຄ້າເຄື່ອງທີ່ລະນຶກ ຢູ່ໃນນະຄອນຫຼວງວຽງຈັນ.
ເລື່ອງ: ເຊີນເຂົ້າຮ່ວມການປະມູນລາຄາເຄື່ອງທີ່ລະນືກ ຂອງ ທຄຕລ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍແຈ້ງມາຍັງບັນດາຜູ້ສະໜອງ ທີ່ມີຄວາມສົນໃຈເຂົ້າຮ່ວມປະມູນລາຄາຜະລິດເຄື່ອງທີ່ລະນຶກ ປະຈຳປີ 2026 ໃຫ້ ທຄຕລ ດັ່ງມີລາຍການລຸ່ມນີ້:
|
ລ/ດ
|
ລາຍການ
|
ຈຳນວນ / ຮູບພາບ
|
|
1
|
ເສື້ອໂປໂລ
- ເນື້ອຜ້າ 80% Polyester, 20% Spandex
- ປັກແສ່ວໂລໂກ້ ດ້ານໜ້າ 01 ຈຸດ, ຫຼັງ 01 ຈຸດ.
- ແຍກ Size ຍິງ-ຊາຍ.
- ການຫຸ້ມຫໍ່: 10 ຜືນ/ມັດ, 10 ມັດ/ແກັດ. ລະບຸເບີເສື້ອ ໃສ່ດ້ານນອກ ຂອງທຸກໆແກັດ.
|
4,800 ຜືນ
|
|
ໝາຍເຫດ:
- ສາມາດເຂົ້າມາເບີ່ງຕົວຢ່າງ ຫຼື ຫາກຕ້ອງການຟາຍຮູບເພີ່ມຕື່ມ ສາມາດພົວພັນໄດ້ທີ່ ພະແນກຫ້ອງການບໍລິຫານ-ການເງິນ ສຳນັກງານໃຫຍ່ ຊັ້ນ 4 ຕຶກ C ແຕ່ວັນນີ້ ຈົນເຖິງທີ 28/10/2025 ໃນໂມງລັດຖະການ.
- ຜູ້ສະໜອງສາມາດເຂົ້າຮ່ວມປະມູນທຸກລາຍການ ຫຼື ລາຍການໃດໜຶ່ງ ກໍ່ໄດ້, ສ່ວນການພິຈາລະນາແມ່ນ ທຄຕລ ຈະຄັດເລືອກ ແຍກເປັນແຕ່ລະລາຍການ.
- ການຄັດເລືອກຜູ້ສະໜອງແມ່ນ ຈະຄັດເລືອກຈາກຫຼາຍເງື່ອນໄຂ (ບໍ່ໄດ້ຄັດເລືອກຈາກລາຄາພຽງຢ່າງດຽວ).
|
Ø ເງື່ອນໄຂຂອງຜູ້ສະໜອງທີ່ຕ້ອງການຮ່ວມຍື່ນຊອງປະມູນຕ້ອງປະກອບເອກະສານ ດັ່ງນີ້:
- 1:
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດກ່ຽວກັບຈຳໜ່າຍເຄື່ອງໃຊ້ຫ້ອງການ, ເຄື່ອງທີ່ລະນຶກ, ແຜ່ນແພ: ສຳເນົາໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປະຈຳປີ 2022, 2023, 2024 (ຕ້ອງເປັນບໍລິສັດທີ່ເຂົ້າລະບົບອາກອນມູນຄ່າເພີ່ມ).
- ຜູ້ສະໜອງຕ້ອງລະບຸລາຍລະອຽດສິນຄ້າ ພ້ອມທັງລະບຸເງື່ອນໄຂຕ່າງໆໃຫ້ຄົບຖ້ວນ ແລະ ກົງກັບຄວາມຕ້ອງ ການໃນຕາຕະລາງຂ້າງເທິງນີ້, ແຫຼ່ງຜະລິດສິນຄ້າ, ລະບຸໄລຍະເວລາໃນການຮັບປະກັນ, ລະບຸໄລຍະການຜະລິດ, ຜົນງານຜ່ານມາທີ່ເຄີຍສະໜອງສິນຄ້າປະເພດດັ່ງກ່າວໃຫ້ພາກສ່ວນອື່ນ (ຕາມແບບຟອມຄັດຕິດແຈ້ງເຊີນ).
- ເອກະສານ ຂໍ້ 1.1 ແລະ 1.2 ແມ່ນສົ່ງຟາຍ pdf ເຂົ້າ Email: procurement@bcel.com.la, ສິນຄ້າຕົວຢ່າງ (ສະເປັກຖືກຕ້ອງພ້ອມປັກແສ່ວຕາມ Artwork BCEL) ທີ່ຈະເຂົ້າຮ່ວມປະມູນ ແມ່ນໃຫ້ມາສົ່ງກ່ອນ ວັນພຸດ, ທີ 29/10/2025 ເວລາ 11:00 ໂມງ ທີ່ພະແນກຫ້ອງການບໍລິຫານ-ການເງິນ ຊັ້ນ 4 ຕຶກ C.
- 2 (ປິດຊອງ):
- ທຄຕລ ຈະແຈ້ງສະເພາະຜູ້ທີ່ຜ່ານເງື່ອນໄຂຮອບທີ 01 ເທົ່ານັ້ນ ເພື່ອເຂົ້າມາຍື່ນຊອງລາຄາ ໃນວັນຄານ,ທີ 11/11/2025 ເວລາ 09:00 ໂມງ. ສະນັ້ນ, ຜູ້ສະໜອງຈະຕ້ອງຖືຊອງລາຄາມາດ້ວຍຕົວເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ຫ້ອງປະຊຸມຊັ້ນ 05 ຕຶກ C.
- ໃບສະເໜີລາຄາໃຫ້ລະບຸ ລາຄາ/ໜ່ວຍ ແລະ ລວມມູນຄ່າອາກອນທັງໝົດເປັນສະກຸນເງິນກີບ.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນບໍ່ໃຫ້ຫຼຸດ 10% ຂອງມູນຄ່າທັງໝົດລວມອາກອນ ດ້ວຍໜັງສືຄໍ້າປະກັນທີ່ອອກ ໂດຍທະນາຄານພາຍໃນປະເທດ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງວັນທີ 30/01/ 2026) ຫຼື ແຊັກທີ່ວີຊ້າແລ້ວ (ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງແຊັກ/ໜັງສືຄໍ້າປະກັນດັ່ງກ່າວຄືນໃຫ້ຜູ້ສະໜອງທີ່ບໍ່ໄດ້ຮັບການຄັດເລືອກ, ສຳລັບຜູ້ສະໜອງທີ່ໄດ້ຮັບການຄັດເລືອກ ແມ່ນຈະສົ່ງຄືນຫຼັງຈາກສົ່ງສິນຄ້າໃຫ້ ທຄຕລ ຖືກຕ້ອງຄົບຖ້ວນ.
- ຖ້າຜູ້ສະໜອງບໍ່ວາງເງິນຄໍ້າປະກັນການປະມູນ ຕາມທີ່ລະບຸໄວ້ໃນຂໍ້ທີ 2.3 ແມ່ນ ທຄຕລ ຈະປະຕິເສດການຍື່ນຊອງໃບສະເໜີລາຄາ.
ໝາຍເຫດ: ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງຕາມການກຳນົດຂ້າງເທິງ.
Ø ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຜູ້ຊະນະການປະມູນຕ້ອງມີຄວາມສາມາດຈັດສົ່ງສິນຄ້າ ຈໍານວນທັງໝົດສໍາເລັດພາຍໃນ 50 ວັນ ນັບຈາກມື້ຮອງຮັບແບບ ແລະ ໄດ້ຮັບໜັງສືສັ່ງຊື້.
- ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ ແມ່ນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 10% ຂອງມູນຄ່າລວມທີ່ສະເໜີປະມູນ.
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຄ່າທຳນຽມໃນການຈົດທະບຽນສັນຍາ ແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງຜູ້ສະໜອງ.
- ການຊໍາລະແມ່ນຈ່າຍເງິນງວດດຽວ 100% ຕາມມູນຄ່າສັ່ງຊື້ ພາຍຫຼັງໄດ້ຮັບເຄື່ອງຄົບຖ້ວນ, ພ້ອມທັງໄດ້ຮັບການຢັ້ງຢືນຈາກພາກສ່ວນກ່ຽວຂ້ອງ ແລະ ກວດກາຄວາມຖືກຕ້ອງຈາກທັງສອງຝ່າຍ ພາຍໃນ 30 ວັນລັດຖະການ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນ ມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ຜູ້ອໍານວຍການ
ຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມ:
021 213200 ຕໍ່ 414