ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ສຳນັກງານໃຫ່ຍ ເລກທີ ............../ທຄຕລ
ນະຄອນຫຼວງວຽງຈັນ, ວັນທີ ................................
ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ ຕົວແທນຈໍາໜ່າຍພາຫະນະ ພາຍໃນ ນະຄອນຫຼວງວຽງຈັນ ທີ່ນັບຖື.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຍືນຊອງປະມູນ ພາຫະນະ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍແຈ້ງມາຍັງບັນດາຜູ້ສະໜອງ ຊາບວ່າ ທຄຕລ ມີຄວາມຕ້ອງການພາຫະນະ ຈຳນວນ 01 ຄັນ, ສະນັ້ນ ຈິ່ງແຈ້ງມາທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນ ດັ່ງມີລາຍການລຸ່ມນີ້:
|
ລ/ດ
|
ລາຍລະອຽດ
|
ຈໍານວນ
|
|
1
|
ລົດໄຟຟ້າ ຍີ່ຫໍ້ Honda ລຸ້ນ ENS 2.
|
01 ຄັນ
|
|
|
- ຫ້າງຮ້ານຕົວແທນຈຳໜ່າຍພາຫະນະ ທີ່ມີຄວາມຕ້ອງການຍື່ນຊອງປະມູນຕ້ອງປະກອບດັ່ງນີ້:
- ເອກະສານ ຊອງທີ1:
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດຈໍາໜ່າຍພາຫະນະ ຢ່າງໜ້ອຍ 03 ປີຂຶ້ນໄປ, ສໍາເນົາໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປີ 2023-2024, ໃບຢັ້ງຢືນການເປັນຕົວແທນຈໍາໜ່າຍ (ຖ້າມີ) ເເລະ ຕ້ອງມີ ສູນບໍລິການ ຫຼັງການຂາຍ.
- ກຳນົດສົ່ງເອກະສານ, ລາຍລະອຽດສະເປັກລົດ, ການຮັບປະກັນສິນຄ້າ, ໄລຍະເວລາໃນການຈັດສົ່ງ ແລະ ຂໍ້ມູນຕ່າງໆ ຕາມ format ທີ່ຕິດຄັດມາພ້ອມນີ້ ແລະ ສົ່ງກ່ອນ ວັນພຸດ, ທີ 04/02/2026 ເວລາ 11:00 ໂດຍການສົ່ງຟາຍ PDF ເຂົ້າ E-mail: procurement@bcel.com.la
- ເອກະສານ ຊອງທີ2: (ປິດຊອງ)
- ທຄຕລ ຈະແຈ້ງສະເພາະຜູ້ທີ່ຜ່ານເງື່ອນໄຂຮອບທີ 01 ເທົ່ານັ້ນ ເພື່ອເຂົ້າມາຍື່ນຊອງລາຄາ ໃນວັນພຸດ,ທີ 18/02/2026 ເວລາ 09:00 ໂມງ. ສະນັ້ນ, ຜູ້ສະໜອງຈະຕ້ອງຖືຊອງລາຄາມາດ້ວຍຕົວເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ຫ້ອງປະຊຸມຊັ້ນ 05 ຕຶກ C.
-
ຕິດຕໍ່ພົວພັນ: ຂະເເໜງສະໜອງວັນຖຸເຕັກນິກ213200 ຕໍ່ 414
|
ໃບສະເໜີລາຄາໃຫ້ລະບຸ ລາຄາ/ໜ່ວຍ ແລະ ລວມມູນຄ່າອາກອນທັງໝົດເປັນສະກຸນເງິນກີບ.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນບໍ່ໃຫ້ຫຼຸດ 10% ຂອງມູນຄ່າທັງໝົດລວມອາກອນ ດ້ວຍໜັງສືຄໍ້າປະກັນ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງວັນທີ 31/03/2026) ຫຼື ແຊັກທີ່ວີຊ້າແລ້ວ ທີ່ ອອກໂດຍ ທຄຕລ ເທົ່ານັ້ນ, ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງແຊັກ/ໜັງສື ຄໍ້າປະກັນ ດັ່ງກ່າວ ຄືນ ໃຫ້ຜູ້ສະໜອງທີ່ບໍ່ໄດ້ຮັບການຄັດເລືອກ, ສຳລັບຜູ້ສະໜອງທີ່ໄດ້ຮັບການຄັດເລືອກ ແມ່ນ ຈະສົ່ງຄືນຫຼັງຈາກ ທີ່ຜູ້ສະໜອງ ຈັດສົ່ງລົດໃຫ້ ທຄຕລ ຖືກຕ້ອງຄົບຖ້ວນ.
- ຖ້າຜູ້ສະໜອງບໍ່ວາງເງິນຄໍ້າປະກັນການປະມູນ ຕາມທີ່ລະບຸໄວ້ໃນຂໍ້ທີ 2.3 ແມ່ນ ທຄຕລ ຈະປະຕິເສດການຍື່ນຊອງໃບສະເໜີລາຄາ.
- ໝາຍເຫດ:
ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງຕາມການກຳນົດຂ້າງເທີງ ເເລະ ການຄັດເລືອກຜູ້ສະໜອງແມ່ນ ຈະຄັດເລືອກຈາກຫຼາຍເງື່ອນໄຂ (ບໍ່ໄດ້ຄັດເລືອກຈາກລາຄາພຽງຢ່າງດຽວ).
- ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ ແມ່ນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 10% ຂອງມູນຄ່າລວມທີ່ສະເໜີປະມູນ.
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຄ່າທຳນຽມໃນການຈົດທະບຽນສັນຍາ ແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງຜູ້ສະໜອງ.
- ການຊໍາລະແມ່ນຈ່າຍເງິນງວດດຽວ 100% ຕາມມູນຄ່າສັ່ງຊື້ ພາຍຫຼັງໄດ້ຮັບເຄື່ອງຄົບຖ້ວນ, ພ້ອມທັງໄດ້ຮັບການຢັ້ງຢືນຈາກພາກສ່ວນກ່ຽວຂ້ອງ ແລະ ກວດກາຄວາມຖືກຕ້ອງຈາກທັງສອງຝ່າຍ ພາຍໃນ 30 ວັນລັດຖະການ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ຕິດຕໍ່ພົວພັນ: ຂະເເໜງສະໜອງວັນຖຸເຕັກນິກ213200 ຕໍ່ 414
|
ຜູ້ອຳນວຍການ