ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ຈັດກອງປະຊຸມສະຫລຸບຜົນການດຳເນີນທຸລະກິດປະຈຳປີ 2025 ແລະ ກຳນົດທິດທາງແຜນການປະຈຳປີ 2026, ໃນວັນທີ 05 - 06 ກຸມພາ 2026 ທີ່ ໂຮງແຮມ ລາດຊະວົງ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສາຍສະໝອນ ຈັນທະຈັກ, ຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ພ້ອມດ້ວຍຄະນະອຳນວຍການ, ບັນດາຄະນະພະແນກ, ສູນ ແລະ ສາຂາທົ່ວລະບົບ ເຂົ້າຮ່ວມຫຼາຍກວ່າ 170 ທ່ານ.
ຈຸດປະສົງກອງປະຊຸມເພື່ອປະເມີນຜົນການດຳເນີນທຸລະກິດຂອງ ທຄຕລ ຕະຫຼອດໄລຍະ 01 ປີຜ່ານມາ ແລະ ກຳນົດທິດທາງແຜນການໃນຕໍ່ໜ້າ. ພ້ອມນັ້ນ, ຍັງມີການມອບລາງວັນຍ້ອງຍໍໃຫ້ບັນດາສາຂາ ທີ່ມີຜົນງານການຈັດຕັ້ງປະຕິບັດວຽກງານ KPI ເພື່ອເປັນບ່ອນຢັ້ງຢືນການປະຕິບັດວຽກງານຂອງສາຂາດັ່ງກ່າວ.

ທ່ານ ນ. ສາຍສະໝອນ ຈັນທະຈັກ, ຜູ້ອຳນວຍການ ທຄຕລ ໄດ້ລາຍງານວ່າ ການດຳເນີນທຸລະກິດຂອງ ທຄຕລ ພາຍໃນປີ 2025 ມີຫຼາຍດ້ານທີ່ປັບຕົວດີຂຶ້ນ ເປັນຕົ້ນແມ່ນຕົວເລກຖານະການເງິນ, ເງິນຝາກ ແລະ ເງິນກູ້ ມີການເພີ່ມຂຶ້ນ ແລະ ປະຕິບັດໄດ້ລື່ນແຜນການທີ່ກຳນົດໄວ້; ດ້ານຜົນການດຳເນີນງານພວກເຮົາສາມາດມີກຳໄລລື່ນແຜນ ແລະ ມີທ່າກ້າວທີ່ດີທຽບໃສ່ປີຜ່ານມາ. ທັງໝົດນັ້ນ, ແມ່ນ ໝາກຜົນຂອງການທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ຂອງພະນັກງານ ທຄຕລ ໝົດທຸກຄົນ ໃນຕະຫຼອດໄລຍະ 01 ປີຜ່ານມາ ຈຶ່ງເຮັດໃຫ້ພວກເຮົາສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງຄືດັ່ງກ່າວ.
ໃນປີ 2026 ທຄຕລ ຈະສຸມໃສ່ການດຳເນີນທຸລະກິດແບບຍືນຍົງ, ປັບປຸງການບໍລິການໃຫ້ດີຂື້ນກວ່າເກົ່າ, ສ້າງຄວາມເຊື່ອໝັ້ນໃຫ້ຜູ້ຖຶຮຸ້ນ ແລະ ນັກລົງທືນ ເປັນຕົ້ນແມ່ນຍົກສູງຄຸນນະພາບສິນເຊື່ອໃຫ້ມີປະສິດທິພາບ, ຖືເອົາວຽກງານການຫັນເປັນທັນສະໄໝ ເພື່ອຮັກສາຄວາມເປັນຜູ້ນຳດ້ານ Digital Banking, ເພີ່ມຄວາມຫຼາກຫຼາຍຂອງຜະລິດຕະພັນ, ສ້າງຄວາມເຂັ້ມແຂງທາງດ້ານການເງິນ, ຮ່ວມມືທຸລະກິດກັບພາກສ່ວນພາຍນອກ ເພື່ອເພີ່ມໂອກາດທາງທຸລະກິດ, ຫຼຸດຜ່ອນດ້ານລາຍຈ່າຍທີ່ບໍ່ຈຳເປັນ.
ກອງປະຊຸມໄດ້ດຳເນີນເປັນເວລາ 02 ວັນ ເຕັມ ເຊີ່ງເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ປິດລົງດ້ວຍຫມາກຜົນອັນຈົບງາມເຊີ່ງສະແດງໃຫ້ເຫັນເຖິງຄວາມສາມັກຄີເປັນປຶກແຜ່ນແຫນ້ຫນາ ແລະ ຄວາມພ້ອມຢ່າງເຕັມສ່ວນ ທີ່ຈະຮ່ວມກັນຊຸກຍູ້ ທຄຕລ ກ້າວໄປສູ່ການເຕີບໂຕທີ່ຍືນຍົງ, ແຂງແກ່ນ ແລະ ຫມັ້ນຄົງ.