ນະຄອນຫຼວງວຽງຈັນ, ວັນທີ .........................
ໜັງສືແຈ້ງເຊີນ
ເຖິງ: ບັນດາ ບໍລິສັດຜູ້ສະໜອງ ແລະ ຫ້າງຮ້ານຈຳໜ່າຍເຄື່ອງໃຊ້ຫ້ອງການ .
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຍືນຊອງປະມູນລາຄາເຈ້ຍA4 75 gsm.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງມາຍັງບັນດາບໍລິສັດ ແລະ ຫ້າງຮ້ານຕົວແທນຈຳ ໜ່າຍເຄື່ອງໃຊ້ຫ້ອງການ ຊາບວ່າ ທຄຕລ ມີຄວາມຕ້ອງການເຈ້ຍA4 ເພື່ອມານໍາໃຊ້ເຂົ້າໃນວຽກງານວິຊາສະເພາະຂອງ ທະນາຄານ ຈຶ່ງໄດ້ແຈ້ງເຊີນມາຍັງທ່ານເພື່ອຍື່ນຊອງເຂົ້າຮ່ວມປະມູນລາຄາ ດັ່ງມີລາຍລະອຽດຂ້າງລຸ່ມນີ້:
|
ລ/ດ |
ລາຍການ |
ຈຳນວນ |
ໝາຍເຫດ |
|
1
|
|
2,000 ແກັດ
|
|
1.1 ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດກ່ຽວກັບຈຳໜ່າຍເຄື່ອງໃຊ້ຫ້ອງການ: ສຳເນົາໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປະຈຳປີ 2022, 2023, 2024 (ຕ້ອງເປັນບໍລິສັດທີ່ເຂົ້າລະບົບອາກອນມູນຄ່າເພີ່ມ).
1.2 ຜູ້ສະໜອງຕ້ອງລະບຸລາຍລະອຽດສິນຄ້າ ພ້ອມທັງລະບຸເງື່ອນໄຂຕ່າງໆໃຫ້ຄົບຖ້ວນ ແລະ ກົງກັບຄວາມຕ້ອງການໃນຕາຕະລາງຂ້າງເທິງນີ້, ແຫຼ່ງຜະລິດສິນຄ້າ, ລະບຸໄລຍະເວລາໃນການຮັບປະກັນ, ລະບຸໄລຍະ ການຈັດສົ່ງ, ຜົນງານຜ່ານມາທີ່ເຄີຍສະໜອງເຈ້ຍ A4 ໃຫ້ພາກສ່ວນອື່ນ (ຕາມແບບຟອມຄັດ ຕິດແຈ້ງເຊີນ).
1.3 ເອກະສານ ຂໍ້ 1.1 ແລະ 1.2 ແມ່ນສົ່ງຟາຍ pdf ເຂົ້າ Email: procurement@bcel.com.la, ສິນຄ້າຕົວຢ່າງ (ເຈ້ຍ A4 75 gsm) ທີ່ຈະເຂົ້າຮ່ວມປະມູນ ແມ່ນໃຫ້ມາສົ່ງກ່ອນ ວັນຄານ, ທີ 03/03/2026 ເວລາ 11:00 ໂມງ ທີ່ພະແນກຫ້ອງການບໍລິຫານ-ການເງິນ ຊັ້ນ 4 ຕຶກ C.
2.1 ທຄຕລ ຈະແຈ້ງສະເພາະຜູ້ທີ່ຜ່ານເງື່ອນໄຂຮອບທີ 01 ເທົ່ານັ້ນ ເພື່ອເຂົ້າມາຍື່ນຊອງລາຄາ ໃນວັນອັງຄານ, ທີ 17/03/2026 ເວລາ 09:00 ໂມງ. ສະນັ້ນ, ຜູ້ສະໜອງຈະຕ້ອງຖືຊອງລາຄາມາດ້ວຍຕົວເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ຫ້ອງປະຊຸມຊັ້ນ 05 ຕຶກ C.
2.2 ໃບສະເໜີລາຄາໃຫ້ລະບຸ ລາຄາ/ໜ່ວຍ ແລະ ລວມມູນຄ່າອາກອນທັງໝົດເປັນສະກຸນເງິນກີບ.
2.3 ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນບໍ່ໃຫ້ຫຼຸດ 10% ຂອງມູນຄ່າທັງໝົດລວມອາກອນ ດ້ວຍແຊັກ/ໜັງສືຄໍ້າປະກັນທີ່ອອກ ໂດຍ ທຄຕລ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງວັນທີ 30/06/2026) ຫຼື ແຊັກທີ່ວີຊ້າແລ້ວ (ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງແຊັກ/ໜັງສື ຄໍ້າປະກັນດັ່ງກ່າວຄືນໃຫ້ຜູ້ສະໜອງທີ່ບໍ່ໄດ້ຮັບການຄັດເລືອກ, ສຳລັບຜູ້ສະໜອງທີ່ໄດ້ຮັບການຄັດເລືອກ ແມ່ນຈະສົ່ງຄືນຫຼັງຈາກສົ່ງສິນຄ້າງວດທີ01 ໃຫ້ ທຄຕລ ຖືກຕ້ອງຄົບຖ້ວນ.
2.4 ຖ້າຜູ້ສະໜອງບໍ່ວາງເງິນຄໍ້າປະກັນການປະມູນ ຕາມທີ່ລະບຸໄວ້ໃນຂໍ້ທີ 2.3 ແມ່ນ ທຄຕລ ຈະປະຕິເສດການຮັບຊອງໃບສະເໜີລາຄາ.
ໝາຍເຫດ: ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງຕາມການກຳນົດຂ້າງເທິງ.
Ø ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ຕິດຕໍ່ພົວພັນ:
ຂະແໜງສະໜອງວັດຖຸເຕັກນິກ
021 213200 ຕໍ່ 414 ( ໂມງລັດຖະການ )