ຊົມເຊີຍ ກອງປະຊຸມສາມັນຜູ້ຖືຮຸ້ນ ທຄຕລ ປະຈໍາປີ 2025
ໃນວັນທີ 30 ເມສາ 2026 ທີ່ ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ທຄຕລ ປະຈໍາປີ 2025 , ໂດຍການເປັນປະທານກອງປະຊຸມຂອງ ທ່ານ ນາງ ບຸນຕາ ດາຣາວີ, ຮອງປະທານສະພາບໍລິຫານ ທຄຕລ, ມີ ຜູ້ ຖື ຮຸ້ນ ເຂົ້າຮ່ວມ ດ້ວຍ ຕົນ ເອງຈຳນວນ 76 ທ່ານ, ຜູ້ມອບ ສິດຈຳນວນ 470 ທ່ານ ຊຶ່ງລວມຈໍານວນຮຸ້ນທັງ ໝົດທີ່ເຂົ້າຮ່ວມກອງປະຊຸມເທົ່າ ກັບ 1,420,723,090 ຮຸ້ນ, ນັບທັງ 74,993,690 ຮຸ້ນ ທີ່ ຖືກມອບ ສິດ, ບັນລຸ ອັດຕາສ່ວນ 91.964 % ຂອງ ຈຳນວນ ຮຸ້ນ ທຄຕລ ທັງໝົດ, ນອກນັ້ນ ຍັງມີຜູ້ຕາງໜ້າຈາກທະນາຄານແຫ່ງ ສປປ ລາວ, ຫ້ອງການຄະນະປະຕິຮູບລັດວິສາຫະກິດ, ຕະຫຼາດຫຼັກຊັບລາວ ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບເຂົ້າຮ່ວມຕິດຕາມກອງປະຊຸມອີກດ້ວຍ.
ກອງປະຊຸມໄດ້ດໍາເນີນແຕ່ລະວາລະຢ່າງຄົບຖ້ວນ ພ້ອມທັງໄດ້ເປີດໂອກາດໃຫ້ແກ່ຜູ້ຖືຮຸ້ນສອບຖາມບັນດາຂໍ້ສົນໃຈຕ່າງໆ ແລະ ຄະນະບໍລິຫານ ທຄຕລ ກໍ່ໄດ້ອະທິບາຍຊີ້ແຈງໃນແຕ່ລະບັນຫາຢ່າງກົງໄປກົງມາ ເຊິ່ງກອງປະຊຸມໄດ້ພິຈາລະນາຮັບຮອງບັນຫາສໍາຄັນດັ່ງນີ້:
1. ຮັບຮອງ ບົດບັນທຶກກອງປະຊຸມຜູ້ຖືຮຸ້ນ ທຄຕລ ສະໄໝວິສາມັນ ປະຈຳປີ2025;
2. ຮັບຊາບລາຍງານຄວາມຄຶບໜ້າການຈັດຕັ້ງປະຕິບັດວຽກງານ ການເພິ່ມທຶນຈົດທະບຽນຂອງ ທຄຕລ, ການຂາຍຮຸ້ນ ທີ່ ທຄຕລ ຖືຄອງຢູ່ ທະນາຄານລາວ-ຝຣັ່ງ ຈຳກັດ ແລະ ການຂາຍຮຸ້ນທີ່ ທຄຕລ ຖືຄອງຢູ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ;
3. ຮັບຮອງບົດລາຍງານຜົນການດໍາເນີນງານ ແລະ ເອກະສານລາຍງານການເງິນຂອງ ທຄຕລ ປະຈຳປີ 2025;
4. ຮັບຮອງການຈັດສັນກຳໄລປະຈໍາປີ 2025, ໂດຍຈ່າຍເງິນປັນຜົນໃຫ້ຜູ້ຖືຮຸ້ນຈຳນວນ 200 ກີບ/ຮຸ້ນ ລວມມູນຄ່າເງິນປັນຜົນທັງໝົດ308,974,400,000.00 ກີບ;
5. ຮັບຮອງເອົາແຜນການປະຈໍາປີ 2026;
6. ຮັບຮອງການແຕ່ງຕັ້ງຜູ້ກວດສອບອິດສະລະປະຈໍາປີ 2026, 2027ແລະ 2028;
7. ຮັບຮອງແຜນການນຳໃຊ້ທຶນທີ່ລະດົມໄດ້ຈາກການອອກຈຳໜ່າຍຮຸ້ນເພີ່ມທຶນຂອງ ທຄຕລ;
8. ຮັບຮອງການປັບປຸງກົດລະບຽບຂອງ ທຄຕລ;
9. ຮັບຮອງການປັບປຸງດັດສະນີເງິນເດືອນພື້ນຖານສໍາລັບພະນັກງານ ທຄຕລ;
ໃນກອງປະຊຸມ ທ່ານ ນ. ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການ ທຄຕລ ກໍ່ໄດ້ກ່າວໃຫ້ຄວາມໝັ້ນໃຈຕໍ່ຜູ້ຖືຮຸ້ນ ທຄຕລ ວ່າ ຄະນະບໍລິຫານ ທຄຕລ ຈະສືບຕໍ່ສູ້ຊົນຈັດຕັ້ງປະຕິບັດແຜນທຸລະກິດປະຈໍາປີ 2026 ໃຫ້ບັນລຸເປົ້າໝາຍ ແລະ ສ້າງຜົນກໍາໄລສູງສຸດ ເພື່ອຮັກສາຜົນປະໂຫຍດຂອງອົງກອນ ແລະ ຂອງຜູ້ຖືຮຸ້ນ. ກອງປະຊຸມໄດ້ດໍາເນີນໄປຢ່າງມີຜົນສໍາເລັດຢ່າງຈົບງາມ.