ໜັງສືແຈ້ງເຊີນປະມູນ
ເຖິງ : ບັນດາບໍລິສັດ ແລະ ວິສາຫະກິດ ຈັດຈໍາໜ່າຍອຸປະກອນໄອທີ ທີ່ນັບຖື.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຍື່ນຊອງປະມູນລາຄາເຊົ່າຈັກອັດເອກະສານ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍຖືເປັນກຽດແຈ້ງເຊີນມາຍັງບັນດາບໍລິສັດ ແລະ ວິສາຫະກິດ ຈັດຈໍາໜ່າຍອຸປະກອນໄອທີ ກ່ຽວກັບການສະເໜີເງື່ອນໄຂ ແລະ ຂັ້ນຕອນໃນການປະກອບເອກະສານ ຍື່ນຊອງປະມູນລາຄາເຊົ່າຈັກອັດເອກະສານ ຈໍານວນ 20 ເຄື່ອງ ນໍາໃຊ້ຢູ່ ທຄຕລ ສໍານັກງານໃຫຍ່ ຕັ້ງຢູ່ບ້ານຊຽງຍືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ດັ່ງລາຍລະອຽດລຸ່ມນີ້
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍື່ນຊອງປະມູນໃນຄັ້ງນີ້ດ້ວຍ.
ຜູ້ອໍານວຍການ
ຜູ້ປະສານງານ:
ທ່ານ ພູວອນ ສໍອິນໄຊ 020 5955 9889
ທ້າວ ຄໍາຫຼ້າ ເພັດມີໄຊ 020 7777 7096