ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ສຳນັກງານໃຫ່ຍ ເລກທີ ............../ທຄຕລ
ນະຄອນຫຼວງວຽງຈັນ, ວັນທີ ......................
ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ ຕົວແທນຈໍາໜ່າຍພາຫະນະ ພາຍໃນ ນະຄອນຫຼວງວຽງຈັນ ທີ່ນັບຖື.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຍືນຊອງປະມູນ ພາຫະນະ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງເຊີນມາຍັງທ່ານຜູ້ສະໜອງ ທີ່ມີຄວາມສົນໃຈເຂົ້າຮ່ວມປະມູນລາຄາ ພາຫະນະ ປະເພດ ລົດຕູ້ ເເລະ ລົດກະບະ, ເພື່ອນໍາໃຊ້ເຂົ້າໃນວຽກງານຂອງ ທຄຕລ. ດັ່ງນັ້ນ, ຈຶ່ງໄດ້ແຈ້ງເຊີນມາຍັງທ່ານເພື່ອຍື່ນຊອງເຂົ້າຮ່ວມປະມູນ ດັ່ງມີລາຍລະອຽດລຸ່ມນີ້:
ເງື່ອນໄຂຂອງບໍລິສັດ ຫ້າງຮ້ານຕົວແທນຈຳໜ່າຍພາຫະນະ ທີ່ມີຄວາມຕ້ອງການຍື່ນຊອງປະມູນຕ້ອງປະກອບດັ່ງນີ້:
ປະມູນ: ປະເພດລົດບໍລິຫານ ລົດກະບະ ເເລະ ລົດຕູ້.
ລ/ດ ປະເພດລົດ ຈໍານວນ ລາຍລະອຽດ
1 ລົດກະບະ
ຍີ່ຫໍ້ Toyota ລຸ້ນ TRAVO 4TREX AT
(ຮັບໃຊ້ວຽກງານບໍລິຫານ) 01 ຄັນ 1. ຈັກເທີໂບ-ກາຊວນ ຂະໜາດ 2.8 ລິດ, 16 ວາວ DOHC.
2. ຂັບເຄື່ອນ 4 ລໍ້, ພວງມະໄລຊ້າຍເດີມ.
3. ຄວາມຈຸກະບອກສູບ 2,755 ຊີຊີ (cc), ໃຫ້ກຳລັງສູງສຸດ 201 ແຮງມ້າ ແລະ ແຮງບິດ 500 ນິວຕັນແມັດ (Nm), ເກຍໂອໂຕ້ (Auto Shift).
4. ສີຂາວມຸກ.
2 ລົດຕູ້
(ຮັບໃຊ້ວຽກງານບໍລິຫານ) 05 ຄັນ 1. ລົດຕູ້ 14 ບ່ອນນັ່ງຂື້ນໄປ, ຫຼັງຄາສູງ, ພວງມະໄລຊ້າຍເດີມ.
2. ຂັບເຄື່ອນ 2 ລໍ້.
3. ເຄື່ອງຈັກ 4 ສູບ, ຄວາມເເຮງ 2,500-2,800 ຊີຊີ, 6 ສູບ, ເກຍໂອໂຕ (Auto Shift).
4. ສີຂາວມຸກ.
ປະມູນ: ປະເພດລົດຕູ້ບໍລິການເຄື່ອນທີ່.
1 ລົດຕູ້
(ຮັບໃຊ້ວຽກງານບໍລິການເຄື່ອນທີ່) 02 ຄັນ 1. ມາດຕະຖານເຕັກນິກຂອງເຄື່ອງຈັກ ຢູ່ໃນລະດັບມາດຕະຖານ.
2. ຕິດ Sticker ຮອບຄັນ ຕາມ Artwork.
3. ໂຕະເຄົ້າເຕີ້ບໍລິການ 3 ຈຸດ (ກ້ອງລຸ່ມໂຕະໂລ່ງ).
4. ມີຊ່ອງ ຮັບເອກະສານ/ເງິນ ແລະ ມີຜ້າກັ້ງ.
5. ຕູ້ສຳລັບໃສ່ເອກະສານ.
6. ລະບົບປັກໄຟ ເພື່ອຈ່າຍໄຟຟ້າ ໃຫ້ພຽງພໍກັບອຸປະກອນທັງໝົດ:
CCTV 1 ຊຸດ.
Computer 2 ຊຸດ.
Printer 4 ໜ່ວຍ.
Scanner 2 ໜ່ວຍ.
Router 1 ໜ່ວຍ.
ຈັກກວດນັບເງິນ 1 ໜ່ວຍ.
ແອ 1 ໜ່ວຍ.
ປະມູນ: ປະເພດລົດເຄື່ອນຍ້າຍວັດຖຸ ລົດຕູ້ ເເລະ ກະບະ.
1
ລົດເຄື່ອນຍ້າຍວັດຖຸ
(ປະເພດລົດຕູ້)
03 ຄັນ 1. ມາດຕະຖານເຕັກນິກຂອງເຄື່ອງຈັກ ແລະ ຄວາມສາມາດ ຢູ່ໃນລະດັບມາດຕະຖານສາກົນ ທີ່ອອກແບບແຕ່ລະໄລຍະ.
2. ຫ້ອງເກັບເງິນຕ້ອງຮັບປະກັນຄວາມແໜ້ນໜາ 3 ຊັ້ນ (ບໍ່ລວມກັບຊັ້ນທີ່ຜະລິດມາຈາກໂຮງງານ), ຊັ້ນນອກ ແລະ ໃນ ຕ້ອງແມ່ນເຫຼັກທີ່ບໍ່ເຂົ້າໝ້ຽງ ຫຼື ເຫຼັກທີ່ປະສົມຕ້ານໄດ້ການເຂົ້າໝ້ຽງ ຢ່າງໜ້ອຍຕ້ອງໜາ 1 mm ສຳລັບຊັ້ນນອກ, 2 mm ສຳລັບຊັ້ນໃນ, ສ່ວນຊັ້ນລະຫວ່າງກາງເປັນວັດສະດຸຕ້ານອັກຄີໄພໄດ້.
3. ມີປະຕູເປີດ ແລະ ປິດ ຫ້ອງນິລະໄພ 2 ຊັ້ນ, ຊັ້ນນອກແມ່ນປະຕູທີ່ຜະລິດມາຈາກໂຮງງານ, ສ່ວນຊັ້ນໃນ ແມ່ນສາມາດໃສ່ກຸນແຈເກາະ, ກຸນແຈລະຫັດຕົວເລກ ຫຼື ກຸນແຈອີເລັກໂທນິກ; ປະກອບມີບັນພັບ, ໄລກອນ ແລະ ກຸນແຈທີ່ແໜ້ນໜາດີ.
4. ສາມາດຍົກຍໍກ່ອງ, ຫີບ ແລະ ກະເປົາບັນຈຸເງິນສົດ ຂຶ້ນ/ລົງ ໄດ້ສະດວກ.
5. ດ້ານໃນຫ້ອງໂດຍສານ ແລະ ດ້ານໃນຫ້ອງເກັບຮັກສາເງິນສົດຕ້ອງຕິດຕັ້ງອຸປະ ກອນບັ້ງດັບເພີງ 1- 2 ບັ້ງ.
6. ດ້ານໃນຫ້ອງເກັບຮັກສາເງິນສົດຕ້ອງຕິດຕັ້ງກ້ອງບັນທຶກວົງຈອນ ແລະ ມີລະບົບແຈ້ງເຕືອນເມື່ອມີການບຸກລຸກ ແລະ ອັກຄີໄພ.
7. ບໍລິເວນດ້ານນອກອ້ອມຮອບຕົວລົດສາມາດຕ້ານແຮງລະເບີດໄດ້ລະດັບໜຶ່ງ ແລະ ກັນລູກກະສຸນໄດ້.
8. ມີລະບົບຕິດຕາມ GPS ສາມາດຮູ້ຕຳແໜ່ງ (ສະເພາະຜູ້ບໍລິຫານ).
2
ລົດເຄື່ອນຍ້າຍວັດຖຸ
(ປະເພດລົດກະບະ)
02 ຄັນ
ເອກະສານ ຊອງທີ1:
1. ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດກ່ຽວກັບຈໍາໜ່າຍພາຫະນະ, ດຳເນີນທຸລະກິດ ຢ່າງໜ້ອຍ 03 ປີຂຶ້ນໄປ, ພ້ອມທັງສໍາເນົາໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນ 3 ປີ (ປີ 2023, 2024 ເເລະ 2025), ໃບຢັ້ງຢືນການເປັນຕົວແທນຈໍາໜ່າຍ (ຖ້າມີ) ເເລະ ມີສູນບໍລິການຫຼັງການຂາຍ.
2. ກຳນົດຍື່ນຊອງລາຍລະອຽດສະເປັກລົດ, ການຮັບປະກັນສິນຄ້າ, ປີຜະລິດລົດ, ໄລຍະເວລາໃນການຈັດສົ່ງ ແລະ ຂໍ້ມູນຕ່າງໆ ຕາມ format ທີ່ຕິດຄັດມາພ້ອມນີ້ ແລະ ຍືນກ່ອນ ວັນທີ 00/06/2026 ເວລາ 11:00 ໂມງ ໂດຍການສົ່ງຟາຍເຂົ້າ E-mail: procurement@bcel.com.la
ເອກະສານ ຊອງທີ2: (ປິດຊອງ)
1. ໃບສະເໜີລາຄາໃຫ້ລະບຸລາຄາຫົວໜ່ວຍແຕ່ລະລາຍການ ແລະ ລວມມູນຄ່າອາກອນມູນຄ່າເພີ່ມ ໂດຍລະບຸເປັນ 02 ສະກຸນ: ກີບ ແລະ ໂດລາ.
2. ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຕໍ່າສຸດ 10% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນທີ່ອອກໂດຍ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງ ວັນທີ 00/04/2026) ຫຼື ແຊັກທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງກ່າວຄືນ.
3. ໃນວັນອັງຄານ ວັນທີ 00/06/2026 ເວລາ 9:00 ໂມງ ແມ່ນມື້ເປີດຊອງປະມູນ ສະນັ້ນຜູ້ສະໜອງທີ່ຜ່ານການຄັດເລືອກຈາກເອກະສານຊອງທີ 1 ຕ້ອງມາຍືນຊອງລາຄາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ ຫ້ອງປະຊຸມ ຊັ້ນ 5 ອາຄານ C.
ໝາຍເຫດ: ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງຕາມການກຳນົດຂ້າງເທິງ. ການຄັດເລືອກຜູ້ສະໜອງ ແມ່ນຈະໄດ້ຄັດເລືອກຈາກຫຼາຍເງື່ອນໄຂ (ບໍ່ໄດ້ຄັດເລືອກຈາກລາຄາພຽງຢ່າງດຽວ).
ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
• ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຮັບຜິດຊອບຄ່າທຳນຽມໃນການຈົດທະບຽນສັນຍາ.
• ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ ແມ່ນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 10% ຂອງມູນຄ່າທີ່ຊະນະການປະມູນ.
• ພາຍຫຼັງທີ່ເຊັນສັນຍາແລ້ວ ກໍລະນີຜູ້ສະໜອງບໍ່ສາມາດສະໜອງສິນຄ້າໄດ້ຕາມສະເປັກ ຫຼື ເວລາທີ່ກໍານົດ ທຄຕລ ຈະປັບໄໝ 0,5%ຕໍ່ວັນ ສູງສຸດ 20% ຂອງມູນຄ່າສັນຍາທັງໝົດ.
ການຊໍາລະຈະຈ່າຍເປັນງວດດຽວ 100 % ຂອງມູນຄ່າ ພາຍໃນ 30 ວັນລັດຖະການ ພາຍຫຼັງໄດ້
ຮັບເຄື່ອງຄົບຖ້ວນ ແລະ ໄດ້ຮັບການຢັ້ງຢືນຈາກພາກສ່ວນກ່ຽວຂ້ອງ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ຜູ້ອຳນວຍການ