ໜັງສືແຈ້ງເຊີນປະມູນ
ເຖິງ : ບັນດາບໍລິສັດ ແລະ ວິສາຫະກິດ ທໍາຄວາມສະອາດ ທີ່ນັບຖື.
ເລື່ອງ : ແຈ້ງເຊີນເຂົ້າຮ່ວມຍື່ນຊອງປະມູນລາຄາທໍາຄວາມສະອາດສະຖານທີ່ເຮັດວຽກ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍຖືເປັນກຽດແຈ້ງເຊີນມາຍັງບັນດາ ບໍລິສັດ ແລະ ວິສາຫະກິດ ທໍາຄວາມສະອາດ ກ່ຽວກັບການສະເໜີເງື່ອນໄຂ ແລະ ຂັ້ນຕອນໃນການປະກອບເອກະສານຍື່ນຊອງປະມູນລາຄາທໍາຄວາມສະອາດສະຖານທີ່ເຮັດວຽກຂອງ ທຄຕລ ຢູ່ພາຍໃນນະຄອນຫຼວງວຽງຈັນ ດັ່ງລາຍລະອຽດລຸ່ມນີ້:
|
ລ/ດ |
ລາຍການໜ້າວຽກ |
ໄລຍະເວລາໃນການຈັດຕັ້ງປະຕິບັດ |
ໝາຍເຫດ |
||
|
ປະຈໍາວັນ |
ປະຈໍາອາທິດ |
ປະຈໍາເດືອນ |
|||
|
|
ປັດກວາດ, ຖູປຽກ-ແຫ້ງ ພື້ນຫ້ອງເຮັດວຽກ ດ້ວຍນໍ້າຢາສະເພາະ ແລະ ດູດຝຸ່ນດ້ວຍເຄື່ອງຈັກ |
ü |
|
|
|
|
|
ເຊັດຝຸ່ນຕາມແວ່ນ, ໂຕະ, ຕັ່ງ, ຕູ້, ຄອມພິວເຕີ, ເຄົາເຕີ, ບານປະຕູແກ້ວ ແລະ ເຄື່ອງເຟີນິເຈີ້ ດ້ວຍນໍ້າຢາສະເພາະ |
ü |
|
|
|
|
|
ເກັບຂີ້ເຫຍື້ອທຸກໆຫ້ອງເອົາໄປຖີ້ມຕາມຈຸດທີ່ກໍານົດ ພ້ອມທັງລ້າງກະຕ່າ ແລະ ຖັງໃສ່ຂີ້ເຫຍື້ອ |
ü |
|
|
|
|
|
ສຽບ-ຖອດ ສາຍໄຟໝໍ້ຕົ້ມນໍ້າ ແລະ ເຕີມນໍ້າ |
ü |
|
|
|
|
|
ຂັດລ້າງຊັກໂຄກ ແລະ ໂຖປັດຊະວະດ້ວຍນໍ້າຢາຂ້າເຊື້ອ |
ü |
|
|
|
|
|
ລ້າງອ່າງລ້າງມື, ເຄົາເຕີ້ ແລະ ກ໊ອກນໍ້າໃນຫ້ອງນໍ້າ ດ້ວຍນໍ້າຢາຂ້າເຊື້ອ |
ü |
|
|
|
|
|
ຂັດລ້າງ ແລະ ຖູພື້ນຫ້ອງນໍ້າ ດ້ວຍນໍ້າຢາຂ້າເຊື້ອ |
ü |
|
|
|
|
|
ເຊັດແວ່ນພາຍໃນຫ້ອງນໍ້າ ແລະ ເຊັດ-ຂັດລ້າງ ຕາມຝາຫ້ອງນໍ້າດ້ວຍນໍ້າຢາຂ້າເຊື້ອ |
ü |
|
|
|
|
|
ກວດກາ ແລະ ເຕີມເຄື່ອງໃຊ້ພາຍໃນຫ້ອງນໍ້າເຊັ້ນ: ເຈ້ຍທິດຊູ, ນໍ້າຢາລ້າງມື, ນໍ້າຫອມດັບກິ່ນ/ກ້ອນດັບກິ່ນ, ຖົງຮອງກະຕ່າຂີ້ເຫຍື້ອ |
ü |
|
|
|
|
|
ລ້າງກະຕ່າ ແລະ ຖັງຂີ້ເຫຍື້ອ ພາຍໃນຫ້ອງນໍ້າ |
ü |
|
|
|
|
|
ເກັບຂີ້ເຫຍື້ອຢູ່ຫ້ອງນໍ້າໄປຖິ້ມຕາມຈຸດທີ່ກໍານົດ |
ü |
|
|
|
|
|
ປັດກວາດ, ເຊັດຖູຕາມຂັ້ນໄດ ພາຍໃນ-ພາຍນອກ, ລະບຽງດ້ານໜ້າ ແລະ ດ້ານຫຼັງ |
ü |
|
|
|
|
|
ລ້າງຈອກ, ຈານ, ຖ້ວຍ ແລະ ບ່ວງ ສໍາລັບຮັບແຂກ ແລະ ພະນັກງານ |
ü |
|
|
|
|
|
ຫົດນໍ້າດອກໄມ້ພາຍໃນອາຄານຂອງຫ້ອງຮັບແຂກ ແລະ ພະນັກງານ |
ü |
|
|
|
|
|
ປັດຝຸ່ນ, ແລະ ອະນາໄມໄຍແມງມູມ ແລະ ເພດານ |
|
ü |
|
|
|
|
ປັດຝຸ່ນຕາມປະຕູ, ປ່ອງຢ້ຽມ, ເຫຼັກກັນຂະໂມຍ, ສະວິດໄຟ, ປັກໄຟ, ຖັງດັບເພີງ, ເຄື່ອງດູດອາກາດພາຍໃນຫ້ອງເຮັດວຽກ ແລະ ຫ້ອງນໍ້າ |
|
ü |
|
|
|
|
ລ້າງພື້ນດ້ວຍເຄື່ອງຈັກ ກໍລະນີມີຄາບດໍາ ແລະ ຄາບເປື້ອນຝັງແໜ້ນ |
|
|
ü |
|
1) ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດໍາເນີນທຸລະກິດ (ສໍາເນົາໃບທະບຽນວິຫາສາຫະກິດ, ໃບຢັ້ງຢືນການເສຍອາກອນ ປີ 2024/2025);
2) ເອກະສານກ່ຽວກັບມາດຕະຖານໃຫ້ລະບຸຄົບຖ້ວນກ່ຽວກັບ ວິທີການປະຕິບັດວຽກ, ວັດສະດຸ, ຍີ່ຫໍ້/ລຸ້ນ ເຊິ່ງບໍລິສັດຕ້ອງຮັບຜິດຊອບເອງທັງໝົດ ເປັນຕົ້ນແມ່ນ ອຸປະກອນຮັບໃຊ້ທໍາຄວາມສະອາດ, ນໍ້າຢາທໍາຄວາມສະອາດ, ຜ້າແພທີ່ນໍາໃຊ້ ໃຫ້ຄົບຖ້ວນ ແລະ ພຽງພໍໃນການນໍາໃຊ້ຕົວຈິງ ລວມເຖິງຮັບຜິດຊອບພາຫະນະເດີນທາງໄປແຕ່ລະຈຸດເອງ. ສໍາລັບເຈ້ຍທິດຊູ ແລະ ຖົງຢາງໃສ່ຂີ້ເຫຍື້ອແມ່ນ ທຄຕລ ຈະປະກອບໃຫ້. ເຊິ່ງ ທຄຕລ ຈະບໍ່ໄດ້ຄັດເລືອກເງື່ອນໄຂລາຄາພຽງຢ່າງດຽວ.
3) ຄຸນວຸດທິຂອງບໍລິສັດ ແລະ ປະສົບການທີ່ເຮັດວຽກດັ່ງກ່າວ ຫຼື ວຽກທີ່ຄ້າຍຄືລັກສະນະດຽວກັນ;
4) ກໍານົດຍື່ນຊອງມາດຕະຖານເຕັກນິກ ຈະປິດຮັບວັນທີ 07/08/2026 ເວລາ 15:30 ໂມງ ທີ່ພະແນກຫ້ອງການບໍລິຫານ-ການເງິນ ທຄຕລ ສໍານັກງານໃຫຍ່ ທີ່ປ່ອງຂາອອກ-ຂາເຂົ້າ ອາຄານ C ຊັ້ນ 4.
1) ໃບສະເໜີລາຄາຕ້ອງລະບຸເປັນລາຄາລວມທັງໝົດ 5 ຈຸດ ທີ່ເປັນລາຄາຕໍ່ເດືອນ, ຕໍ່ 01 ປີ ແລະ 02 ປີ ພ້ອມທັງສະແດງລາຄາທີ່ລວມອາກອນມູນຄ່າເພີ່ມທັງໝົດເປັນສະກຸນເງິນກີບໃຫ້ຄົບຖ້ວນ;
2) ໃນວັນທີ 11/08/2026 ເວລາ 13:30 ໂມງ ແມ່ນມື້ເປີດຊອງລາຄາປະມູນ ແຈ້ງໃຫ້ບໍລິສັດຈະຕ້ອງຖືຊອງລາຄາມາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ຫ້ອງປະຊຸມອາຄານ C ຊັ້ນ 5 ຫ້ອງ 5/2;
3) ຜູ້ເຂົ້າຮ່ວມຍື່ນຊອງປະມູນ ຕ້ອງວາງເງິນຄໍ້າປະກັນການປະມູນຕໍ່າສຸດ 10% ຂອງມູນຄ່າທັງໝົດຕໍ່ 02 ປີ ໂດຍໜັງສືຄໍ້າປະກັນທີ່ອອກໃຫ້ໂດຍທະນາຄານພາຍໃນ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງວັນທີ 30/11/2026) ຫຼື ແຊັກທີ່ວີຊ່າແລ້ວ (ທຄຕລ ບໍ່ຮັບເງິນສົດ) ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງກ່າວຄືນ ສໍາລັບຜູ້ຊະນະການປະມູນແມ່ນຈະສົ່ງຄືນພາຍຫຼັງເຊັນສັນຍາສໍາເລັດ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍື່ນຊອງປະມູນໃນຄັ້ງນີ້ດ້ວຍ.
ຜູ້ອໍານວຍການ
ຜູ້ປະສານງານ:
ນ. ຫຼ້າໄພວັນ ປັນນະວົງ 020 22233419