ໜັງສືແຈ້ງເຊີນ
ເຖິງ: ບັນດາທ່ານຜູ້ສະໜອງ ທີ່ເປັນຕົວແທນຈຳໜ່າຍປະເພດເຄື່ອງຈັກຄັດໄຈ້ເງິນ.
ເລື່ອງ: ເຊີນເຂົ້າຮ່ວມຍື່ນຊອງປະມູນລາຄາບຳລຸງຮັກສາ ເຄື່ອງຈັກນັບ, ກວດເງິນປອມ ເເລະ ຄັດເເຍກເງິນ ຂອງ ທຄຕລ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍແຈ້ງເຊີນມາຍັງທ່ານຊາບ: ບໍລິສັດ, ບັນດາຜູ້ສະໜອງ ເເລະ ຫ້າງຮ້ານຕົວເເທນຈຳໜ່າຍ, ເພື່ອເຂົ້າຮ່ວມປະມູນລາຄາໃນການບໍລິການການບຳລຸງຮັກສາ ເຄື່ອງຈັກນັບ, ກວດເງິນປອມ ເເລະ ຄັດເເຍກເງິນ ຂອງ ທຄຕລ ເພື່ອຮັບປະກັນການໃຊ້ງານອຸປະກອນເຄື່ອງຈັກໃຫ້ມີປະສິດທິພາບ, ລາຍລະອຽດມີດັ່ງລາຍການລຸ່ມນີ້:
|
ລຳດັບ
|
ລາຍການ
|
ຈຳນວນເຄື່ອງ
|
ໝາຍເຫດ
|
-
|
GLORY GFS-120
|
156 ເຄື່ອງ
|
- GLORY ສັນຍາການບຳລຸງຮັກສາ 173 ເຄື່ອງ
|
-
|
GLORY GFS-
|
9 ເຄື່ອງ
|
-
|
GLORY UW-00
|
1 ເຄື່ອງ
|
-
|
GLORY UW-00
|
3 ເຄື່ອງ
|
-
|
GLORY UFS-100
|
1 ເຄື່ອງ
|
-
|
Glory UW F4
|
3 ເຄື່ອງ
|
|
ລວມທັງໝົດ
|
173 ເຄື່ອງ
|
- ກວດເຊັກພື້ນຖານຂອງເຄື່ອງ ເຊັ່ນ: ການຕັ້ງຄ່າຂອງເຄື່ອງ ເເລະ ອື່ນໆ ຕາມມາດຕະຖານເຕັກນິກ.
- ບັນທຶກລາຍລະອຽດຕ່າງໆທີ່ຕິດພັນກັບຕົວເຄື່ອງ.
- ສະຫຼຸບລາຍງານໃຫ້ ທຄຕລ ໃນການບຳລຸງຮັກສາເເຕ່ລະຄັ້ງ.
- ການເຂົ້າມາບຳລຸງຮັກສາ 4 ຄັ້ງ/ປີ ຫລື 3 ເດືອນ/ຄັ້ງ.
- ໜ້າວຽກອື່ນໆທີ່ຈຳເປັນໃນການບຳລຸງຮັກສາເຄື່ອງ (ໃຫ້ບໍລິສັດລະບຸມາຕື່ມ).
- ການສະເໜີລາຄາບໍາລຸງຮັກສາແມ່ນໃຫ້ສະເໜີມາເປັນ 2ຮູບແບບຄື: 1. ແບບລວມອາໄຫຼ່ 2. ແບບບໍ່ລວມອາໄຫຼ່.
- ແຍກລາຄາບໍາລຸງຮັກສາເຄື່ອງຈັກແຕ່ລະລຸ້ນໃຫ້ລະອຽດ.
- ໄລຍະການສ້ອມແປງສຳລັບພາຍໃນນະຄອນຫຼວງ ກຳນົດ 3 ຊົ່ວໂມງ (ໃຫ້ບໍລິສັດລະບຸລາຍລະອຽດຕື່ມ) ສຳລັບຕ່າງແຂວງກຳນົດ 3 ວັນ (ໃຫ້ບໍລິສັດລະບຸລາຍລະອຽດຕື່ມ).
- ຖ້າເກີດມີບັນຫາໃນຊ່ວງໄລຍະການບໍຳລຸງຮັກສາ ທີ່ມາຈາກການກວດສອບທີ່ບໍ່ຄົບຖ້ວນ ບໍ່ຮອບຄອບຂອງບໍລິສັດ ມີການປ່ອຍປະລະເລີຍ ຫຼື ແກ່ຍາວໃນການແກ້ໄຂບັນຫາ ທຄຕລ ມີສິດປັບໄໝໂດຍຄິດໄລ່ຈາກຄວາມເສຍຫາຍຕົວຈິງ.
Ø ເອກະສານ ຊອງທີ 1 (ບໍ່ປິດຊອງ):
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດຈໍາໜ່າຍເຄື່ອງຈັກນັບເງິນ, ຕ້ອງມີວິຊາການ ກ່ຽວກັບເຄື່ອງຈັກດັ່ງກ່າວໂດຍສະເພາະ, ສໍາເນົາໃບທະບຽນວິສາຫະກິດ (ດໍາເນີນທຸລະກິດຢ່າງໜ້ອຍ 03 ປີຂຶ້ນໄປ), ໃບຢັ້ງຢືນການເສຍອາກອນປີ 2022 - 2025 ແລະ ໃບຢັ້ງຢືນການເປັນຕົວແທນຈໍາໜ່າຍ.
- ຕ້ອງເປັນບໍລິສັດ ທີ່ສາມາດສະໜອງອາໄຫຼ່ ແລະ ສ້ອມແປງ ເຄື່ອງຈັກຍີ່ຫໍ້ GLORY (ຖ້າມີເອກະສານຢັ້ງຢືນການເປັນຕົວແທນຈາກບໍລິສັດຜູ້ສະໜອງຈັກຍີ່ຫໍ້ GLORY ປະເທດລາວ ແລະ ຍັງບໍ່ໝົດອາຍຸຂອງສັນຍາ ຈະພິຈາລະນາເປັນພິເສດ).
- ຕ້ອງເປັນບໍລິສັດທີ່ມີປະສົບການ, ມີຜົນງານການຕິດຕັ້ງ ແລະ ບຳລຸງຮັກສາໃຫ້ບັນດາອົງກອນ ຫຼື ໂຄງການຢ່າງໜ້ອຍ 03 ປີຂຶ້ນໄປ.
- ເອກະສານລາຍລະອຽດສະເປັກໜ້າວຽກ, ການຮັບປະກັນ ເເລະ ຂໍ້ມູນຕ່າງໆເເມ່ນຕາມ Format ທີ່ຕິດຄັດມາພ້ອມນີ້.
- ເອກະສານຂ້າງເທິງແມ່ນໃຫ້ຍື່ນກ່ອນ ວັນສຸກ, ທີ 11/09/2026 ເວລາ 11:00 ໂມງ ໂດຍການສົ່ງຟາຍ pdf ເຂົ້າ E-mail: procurement@bcel.com.la
Ø ເອກະສານ ຊອງທີ 2 (ປິດຊອງ):
- ໃບສະເໜີລາຄາໃຫ້ລະບຸເປັນເງິນກີບ, ລວມອາກອນມູນຄ່າເພີ່ມ (ລາຄາ/ໜ່ວຍ, ລາຄາລວມ)
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຢ່າງໜ້ອຍ 10% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນທີ່ອອກໂດຍ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງ ວັນທີ 31/12/2026) ຫຼື ແຊັກທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງແຊັກ/ໜັງສືຄໍ້າປະກັນດັ່ງກ່າວຄືນພາຍໃນ 10 ວັນ.
- ວັນພຸດ, ວັນທີ 23/09/2026, ເວລາ 9:00 ໂມງ ແມ່ນມື້ເປີດຊອງປະມູນ, ສະນັ້ນ ໃຫ້ຜູ້ສະໜອງທີ່ຜ່ານການຄັດເລືອກຈາກເອກະສານຊອງທີ 1 ມາຍື່ນຊອງລາຄາມາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ຫ້ອງປະຊຸມຊັ້ນ 5 ອາຄານ C.
: ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານບໍ່ຄົບຖ້ວນ ຫຼື ບໍ່ຖືກ ຕ້ອງຕາມການກຳນົດຂ້າງເທິງ. ການຄັດເລືອກຜູ້ສະໜອງເເມ່ນຈະຄັດເລືອກຈາກຫຼາຍເງື່ອນໄຂ (ບໍ່ໄດ້ຄັດເລືອກຈາກລາຄາພຽງຢ່າງດຽວ).
ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ເເລະ ຜູ້ສະໜອງທີ່ຊະນະການປະມູນ:
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ 01 ປີ ແລະ ຮັບຜິດຊອບຄ່າທຳນຽມໃນການຈົດທະບຽນສັນຍາ.
- ຖ້າຜູ້ຊະນະການປະມູນ ປະຕິເສດການເຊັນສັນຍາ ແມ່ນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 10% ຂອງມູນຄ່າລວມທີ່ສະເໜີປະມູນ.
ການຊຳລະເເມ່ນເເບ່ງອອກເປັນ 04 ງວດ/ປີ ດັ່ງລຸ່ມນີ້:
- ງວດທີ 01: ຊໍາລະ 25% ຂອງມູນຄ່າ ພາຍໃນ 30 ວັນ, ພາຍຫຼັງທີ່ເຂົ້າມາບຳລຸງຮັກສາ ງວດທີ 01 ເເລະ ກວດກາຄວາມຖືກຕ້ອງຈາກພາກສ່ວນທີ່ກ່ຽວຂ້ອງ.
- ງວດທີ 02: ຊໍາລະ 25% ຂອງມູນຄ່າ ພາຍໃນ 30 ວັນ, ພາຍຫຼັງທີ່ເຂົ້າມາບຳລຸງຮັກສາ ງວດທີ 02 ເເລະ ກວດກາຄວາມຖືກຕ້ອງຈາກພາກສ່ວນທີ່ກ່ຽວຂ້ອງ.
- ງວດທີ 03: ຊໍາລະ 25% ຂອງມູນຄ່າ ພາຍໃນ 30 ວັນ, ພາຍຫຼັງທີ່ເຂົ້າມາບຳລຸງຮັກສາ ງວດທີ 03 ເເລະ ກວດກາຄວາມຖືກຕ້ອງຈາກພາກສ່ວນທີ່ກ່ຽວຂ້ອງ.
- ງວດທີ 04: ຊໍາລະ 25% ຂອງມູນຄ່າ ພາຍໃນ 30 ວັນ, ພາຍຫຼັງທີ່ເຂົ້າມາບຳລຸງຮັກສາ ງວດທີ 04 ເເລະ ກວດກາຄວາມຖືກຕ້ອງຈາກພາກສ່ວນທີ່ກ່ຽວຂ້ອງ.
ດັ່ງນັ້ນ, ຈຶ່ງແຈ້ງເຊີນມາຍັງທ່ານ ທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນລາຄາໃນຄັ້ງນີ້ດ້ວຍ.
ຜູ້ອຳນວຍການ