BCEL OneHeart ມອບເງິນທີ່ລະດົມໄດ້ຈາກສັງຄົມ
ຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມທີ່ ແຂວງ ອັດຕະປື
ມູນຄ່າທັງໝົດ 4 ຕື້ກວ່າກີບ
ໃນວັນທີ 20 ທັນວາ 2019, ທຄຕລ ຕາງໜ້າຜູ້ຮ່ວມບໍລິຈາກຜ່ານ BCEL OneHeart ໄດ້ມອບເງິນທີ່ລະດົມ ໄດ້ຈາກສັງຄົມ ຜ່ານ BCEL OneHeart ໃຫ້ແກ່ຜູ້ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື ເນື່ອງຈາກຄູກັ້ນນ້ຳເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນຄັ້ງວັນທີ 23 ກໍລະກົດ 2018 ທີ່ຜ່ານມານີ້. ຈາກເຫດການໄພພິບັດນ້ຳຖ້ວມທີ່ເກີດຂຶ້ນໃນຄັ້ງນັ້ນ ໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນທີ່ດຳລົງ ຊີວິດໃນຂົງເຂດດັ່ງກ່າວຢ່າງມະຫາສານ. ດ້ວຍເຫດນັ້ນ, ທຄຕລ ຈຶ່ງໄດ້ເຂົ້າໄປມີສ່ວນຮ່ວມໃນການລະດົມທຶນ ຊ່ວຍເຫຼືອຜູ້ປະສົບໄພພິພັດນ້ຳຖ້ວມຜ່ານຊ່ອງທາງ BCEL OneHeart ເຊິ່ງສາມາດລະດົມໄດ້ທັງໝົດຈໍານວນ 4.055.322.843,91 ກີບ (ສີ່ຕື້ຫ້າສິບຫ້າລ້ານສາມແສນຊາວສອງພັນແປດຮ້ອຍສີ່ສິບສາມຈຸດເກົ້າສິບເອັດກີບ) ມີຜູ້ຮ່ວມບໍລິຈາກທັງໝົດ 26.991 ຄັ້ງ. ໃນນີ້້ຈໍານວນເງິນທີ່ສາມາດລະດົມໄດ້ຈາກຊ່ອງທາງ BCEL One, Onepay, i-Bank, Counter ມີ 26.694 ຄັ້ງ, ຈໍານວນເງິນ 3.932.557.722,06 ກີບ ແລະ ຈຳນວນເງິນທີ່ສາມາດລະດົມໄດ້ຜ່ານບັດ (Visa, Mastercard JCB ແລະ Unionpay) ຈາກຕ່າງປະເທດມີ 297 ຄັ້ງ, ຈໍານວນເງິນ 122.765.121,85 ກີບ.
ພິທີມອບ-ຮັບເງິນຊ່ວຍເຫຼືອດັ່ງກ່າວ ແມ່ນໄດ້ຈັດຂຶ້ນຢູ່ທີ່ສູນພັກຊົ່ວຄາວ ຂອງຜູ້ປະສົບໄພນ້ຳຖ້ວມຈຸດບ້ານດົ່ງບາກ ເມືອງສະໜາມໄຊ ແຂວງ ອັດຕະປື ຕາງໜ້າໃຫ້ແກ່ຜູ້ບໍລິຈາກທັງໝົດມອບເງິນ ຊ່ວຍເຫຼືອໃນຄັ້ງນີ້ໂດຍ ທ່ານ ບົວວັນ ສີມະລີວົງ ຮອງຜູ້ອຳນວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ຕາງໜ້າຮັບໂດຍ ນາຍບ້ານຈາກ 9 ບ້ານທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ປະກອບມີ: ນາຍບ້ານບ້ານແທຄຸ້ມໂຄກກ່ອງ, ນາຍບ້ານບ້ານແທ ຄຸ້ມທ່າອວນ, ນາຍບ້ານບ້ານສະໝອງໃຕ້, ນາຍບ້ານບ້ານທ່າແສງຈັນ, ນາຍບ້ານບ້ານທ່າຫີນ, ນາຍບ້ານບ້ານຫີນລາດ, ນາຍບ້ານບ້ານໃໝ່, ນາຍບ້ານບ້ານໄຊດອນໂຂງ ແລະ ນາຍບ້ານບ້ານຕະມໍຢອດ. ພາຍໃຕ້ການເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງໆອັດຕະປື ພ້ອມດ້ວຍ ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງໆສະໜາມໄຊ ແລະ ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງອັດຕະປື, ຫົວໜ້າ ທຄຕລ ສາຂາອັດຕະປື ແລະ ຕາງໜ້າຄະນະຮັບຜິດຊອບໂຄງການ OneHeart ພ້ອມດ້ວຍສື່ມວນຊົນຈາກຫຼາຍພາກສ່ວນ ກໍ່ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.
ສາເຫດທີ່ເຮັດໃຫ້ມີການຊັກຊ້າໃນການມອບເງິນຊ່ວຍເຫຼືອໃນຄັ້ງນີ້ແມ່ນເນື່ອງມາຈາກ ພາກສ່ວນກ່ຽວຂ້ອງໄດ້ໃຊ້ ເວລາຫຼາຍພໍສົມຄວນໃນການເກັບກຳຂໍ້ມູນຜູ້ໄດ້ຮັບຜົນກະທົບຢ່າງລະອຽດ, ມາຮອດປະຈຸບັນນີ້ ຈຶ່ງຮູ້ຂໍ້ມູນລະອຽດຂອງ ຜູ້ປະສົບໄພພິບັດທັງໝົດ ຈຶ່ງສາມາດເປີດບັນຊີໃຫ້ຜູ້ທີ່ໄດ້ຮັບຜົນກະທົບແລ້ວຈຳນວນທັງໝົດ 1.174 ບັນຊີ (ບັນຊີ/ຄອບຄົວ) ໂດຍມີຜູ້ປະສົບໄພພິບັດນ້ຳຖ້ວມທັງໝົດ 4.663 ຄົນ ຈໍານວນເງິນສະເລ່ຍແມ່ນ 869.681 ກີບ/ຄົນ ເຊິ່ງໄດ້ຄິດໄລ່ຕາມຈໍານວນສະມາຊິກໃນຄອບຄົວຕົວຈິງ. ເງິນຊ່ວຍເຫຼືອທັງໝົດແມ່ນໄດ້ຖືກໂອນເຂົ້າບັນຊີຂອງຜູ້ປະ ສົບໄພຮຽບຮ້ອຍແລ້ວ ເພື່ອໃຫ້ເຂົາເຈົ້ານຳໄປຟື້ນຟູຊີວິດການເປັນຢູ່ໃຫ້ດີຂຶ້ນກວ່າເກົ່າ.
ໂອກາດນີ້ຕາງໜ້າຜູ້ປະສົບໄພຂໍສະແດງຄວາມຂອບໃຈມາຍັງທຸກທ່ານ ທີ່ໄດ້ຮ່ວມບໍລິຈາກຊ່ວຍຜູ້ປະສົບໄພພິບັດ ນໍ້າຖ້ວມທີ່ ແຂວງ ອັດຕະປື ຜ່ານ BCEL OneHeart ແລະ ຂໍອວຍພອນໄຊອັນປະເສີດມາຍັງທຸກທ່ານ ຈົ່ງມີຄວາມສຸກຄວາມຈະເລີນ ແລະ ມີຜົນສຳເລັດທູກໜ້າທີ່ວຽກງານດ້ວຍ.