ທຄຕລ ຮ່ວມມືກັບ ກົມພາສີ ກະຊວງການເງິນເປີດການນຳໃຊ້ລະບົບການຊຳລະຄ່າອາກອນມູນຄ່າເພີ່ມ ເຄື່ອງຕິດຕົວຜູ້ໂດຍສານຂາເຂົ້າ ແລະ ລະບົບຈັດເກັບຄ່າທຳນຽມພາຫະນະ ແລະ ຜູ້ໂດຍສານເຂົ້າ-ອອກ ແບບອີເລັກໂທຣນິກ (Smart VAT 2) ຢ່າງເປັນທາງການ ໃນວັນທີ 17 ມັງກອນ 2020 ທີ່ດ່ານພາສີສາກົນ ຂົວມິດຕະພາບ I, ນະຄອນຫຼວງວຽງຈັນ
ຈຸດປະສົງແມ່ນເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ປະຊາຊົນຜູ້ຊົມໃຊ້, ຜູ້ເດີນທາງເຂົ້າ-ອອກດ່ານພາສີສາກົນຂົວມິດຕະພາບ I ແລະ ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດຢ່າງຖືກຕ້ອງ, ວ່ອງໄວ, ທັງມີຄວາມໂປ່ງໃສ ແລະ ສາມາດກວດສອບຄືນໄດ້.
ລະບົບດັ່ງກ່າວແມ່ນອຳນວຍຄວາມສະດວກໃຫ້ແກ່ຜູ້ເດີນທາງ ສາມາດລົງທະບຽນເອກະສານປຶ້ມຜ່ານແດນລົດ, ໜັງສືເດີນທາງ, ປຶ້ມຜ່ານແດນຜູ້ໂດຍສານ, ໃບຜ່ານແດນຊົ່ວຄາວ ແລະ ໃບຕິດຕາມການນຳເຂົ້າພາຫະນະຊົ່ວຄາວສຳລັບຄົນຕ່າງປະເທດ, ເຊິ່ງລະບົບຈະຄິດໄລ່ຄ່າທຳນຽມໃຫ້ໂດຍອັດຕະໂນມັດ ໂດຍຜູ້ຊົມໃຊ້ສາມາດຊຳລະຄ່າທຳນຽມດ້ວຍຕົນເອງຫຼາຍຊ່ອງທາງເຊັ່ນ: ດ້ວຍເງິນສົດ, ບັດ ATM ທຄຕລ, ບັດ Smart VAT, BCEL OnePay ແລະ ຜ່ານແອັບ ພລີເຄຊັນ BCEL One.
ລະບົບດັ່ງກ່າວແມ່ນໄດ້ມີການທົດລອງໃຊ້ມາໄດ້ໄລຍະໜຶ່ງແລ້ວ ໂດຍເລີ່ມທົດລອງເປີດນຳໃຊ້ລະບົບ Smart VAT ຕັ້ງແຕ່ວັນທີ 19/09/2017 ແລະ Smart VAT 2 ຕັ້ງແຕ່ເດືອນ 12/2018 ເປັນຕົ້ນມາ.
ທຄຕລ ແລະ ກົມພາສີ ກໍ່ໄດ້ເອົາໃຈໃສ່ໃນການໂຄສະນາເຜີຍແຜ່ຂໍ້ມູນ ອະທິບາຍ ແນະນຳໃນການນຳໃຊ້ລະບົບ ໃຫ້ກັບປະຊາຊົນໃຫ້ຮັບຮູ້ ແລະ ເຂົ້າໃຈ ຜ່ານສື່ໂຄສະນາຕ່າງໆຢ່າງກວ້າງຂວາງ. ພ້ອມນັ້ນ, ກໍ່ມີພະນັກງານ ທຄຕລ ຄອຍໃຫ້ຄຳແນະນຳປະຈຳດ່ານ ນັບແຕ່ມື້ເປີດໃຫ້ທົດລອງນຳໃຊ້ຈົນຮອດ ເດືອນ 06/2019 ເຮັດໃຫ້ປະຊາຊົນຜູ້ຊົມໃຊ້ໄດ້ຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນ ທັງມີຄວາມລຶ້ງເຄີຍໃນການນຳໃຊ້ລະບົບຊຳລະດ້ວຍຕົນເອງຜ່ານຕູ້ KIOSK.
ຜ່ານການປະຕິບັດງານເຫັນວ່າ ຂອດບໍລິການມີຄວາມສະດວກ, ວ່ອງໄວ ຫຼຸດເວລາໃນການບໍລິການ, ເພີ່ມຄວາມສະດວກໃຫ້ກັບຜູ້ເດີນທາງ, ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໃຫ້ເປັນລະບົບທີ່ມີຄວາມຖືກຕ້ອງ ແລະ ທັນເວລາ ສ້າງຄວາມໂປ່ງໃສ ແລະ ສາມາດກວດສອບໄດ້, ຖ້າທຽບໃສ່ໃນປີຜ່ານມາເຫັນວ່າ ການຈັດເກັບຄ່າທໍານຽມຜູ້ໂດຍສານ ໃນປີ 2019 ເພີ່ມຂຶ້ນປະມານ 201% ເມື່ອທຽບໃສ່ປີ 2018; ແລະ ການນໍາໃຊ້ບຸກຄະລາກອນເຂົ້າໃນວຽກງານດັ່ງກ່າວ ຫຼຸດລົງປະມານ 25% ເຫັນໄດ້ວ່າ ໃນຊ່ວງໄລຍະທົດລອງໄດ້ຮັບຜົນການຕອບຮັບຈາກສັງຄົມເປັນຢ່າງດີ.
ໃນຕໍ່ໜ້າ ທຄຕລ ແລະ ກົມພາສີ ຈະສືບຕໍ່ຮ່ວມມືກັນໂຄສະນາ ເຜີຍແຜ່ໃຫ້ສັງຄົມໄດ້ຮັບຊາບຢ່າງກວ້າງຂວາງ ແລະ ຈະສືບຕໍ່ຕິດຕາມລະບົບໃຫ້ສາມາດບໍລິການຢ່າງມີຄຸນະພາບ ສາມາດຜັນຂະຫຍາຍການບໍລິການດັ່ງກ່າວສູ່ດ່ານອື່ນໆອີກ ເປັນຕົ້ນແມ່ນ ດ່ານພາສີສາກົນບໍ່ເຕັນ ແລະ ດ່ານພາສີສາກົນຂົວມິດຕະພາບ 4 ແລະ ບັນດາດ່ານພາສີສາກົນອື່ນໆໃນຂອບເຂດທົ່ວປະເທດ.
#ລາຍລະອຽດເພີ່ມເຕີ່ມ:
ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 17 ມັງກອນ 2020 ທີ່ ດ່ານພາສີສາກົນຂົວມິດຕະພາບ I ພາຍໃຕ້ຫົວຂໍ້ “ພິທີເປີດນໍາໃຊ້ລະບົບການຈັດເກັບຄ່າທຳນຽມພາຫະນະ ແລະ ຜູ້ໂດຍສານເຂົ້າ-ອອກ ແບບເອເລັກໂທຣນິກ ແລະ ລະບົບຄຸ້ມຄອງພາຫະນະເຂົ້າ-ອອກຊົ່ວຄາວ (ບ53) ຂອງດ່ານພາສີສາກົນ ຂົວມິດຕະພາບແຫ່ງທີ່ I” ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ຄໍາມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ, ຮັກສາການຫົວໜ້າກົມພາສີ, ຫົວໜ້າດ່ານພາສີສາກົນຂົວມິດຕະພາບ I, ທ່ານ ພູຂົງ ຈັນທະຈັກ ຜູ້ອໍານວຍການໃຫຍ່ ທຄຕລ, ຄະນະດ່ານ, ຄະນະພະແນກ ແລະ ຜູ້ອຳນວຍການບໍລິສັດຄຳປະເສີດ ຄອມພິວເຕີ ຈຳກັດ ຜູ້ພັດທະນາລະບົບ (ບ53) ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.
ຂໍ້ມູນຈາກ: ເພຈ ກະຊວງການເງິນ ແລະ ທຄຕລ
ຂຽນຂ່າວໂດຍ: ນາງ ສຸກສາຄອນ ບຸນສະຫວັດທິພັນ
ພາຍໂດຍ: ທ້າວ ວິໄລສັກ ພົນທະພອນ
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
Facebook: BCEL Bank, Website: www.bcel.com.la