ທຄຕລ ຮ່ວມເປີດປະສົບການທ່ຽວເທດສະການອາຫານລາວ ແບບໄຮ້ເງິນສົດ
“ອີ່ມຈຸໃຈ ໃຊ້ຈ່າຍຜ່ານ OnePay”
...................................
ທີ່ສວນເຈົ້າອານຸວົງ, ນະຄອນຫຼວງວຽງຈັນ, ວັນທີ 28 ມັງກອນ 2020
ທຕຄລ ຮ່ວມສ້າງປະສົບການສັງຄົມໄຮ້ເງິນສົດ “ອີ່ມຈຸໃຈ ໃຊ້ຈ່າຍຜ່ານ OnePay” ທີ່ງານເທດສະການອາຫານລາວເພື່ອເພີ່ມສັກກະຍະພາບ ແລະ ໂອກາດໃນການຂາຍສິນຄ້າ ແລະ ບໍລິການ ໃຫ້ກັບຮ້ານຄ້າຂະໜາດຍ່ອຍ ທັງສ້າງປະສົບການໂດຍກົງໃຫ້ກັບຜູ້ຊື້ ແລະ ຜູ້ຂາຍ. ເຊິ່ງຄວາມພິເສດ ຂອງງານນີ້, ແມ່ນນອກຈາກຈະຫຼົງໄຫຼໄປກັບຄວາມຫຼາກຫຼາຍຂອງອາຫານລາວແຕ່ເໜືອເຖິງໃຕ້ ພ້ອມລົດຊາດທີ່ເປັນເອກະລັກຂອງອາຫານລາວແລ້ວຍັງເນລະມິດງານທັງໝົດເກືອບ 200 ຮ້ານໃຫ້ສາມາດຮອງຮັບການຊໍາລະເງິນຜ່ານ QR Code ຫຼື OnePay ເພື່ອຕອບສະໜອງຕາມຄວາມຕ້ອງການຂອງສັງຄົມໃນຍຸກດີຈີຕ້ອນ.
ທັງນີ້ຍັງອໍານວຍຄວາມສະດວກໃຫ້ກັບຮ້ານຄ້າໃນງານ ໃນການຮອງຮັບນັກທ່ອງທ່ຽວຊາວຈີນ ດ້ວຍການເປີດຊຳລະຜ່ານ WeChat Pay, AliPay ແລະ QR Code UPI ເນື່ອງຈາກນັກທ່ອງທ່ຽວຊາວຈີນນິຍົມໃຊ້ແອັບນີ້ ຊື້ສິນຄ້າ, ທັງຍັງເປັນການກະຕຸ້ນ ການສ້າງຄວາມຮັບຮູ້ໃຫ້ຮ້ານຄ້າໄດ້ປັບຕົວ ດ້ວຍການຮັບຊຳລະເງິນຜ່ານລະບົບເອເລັກໂທຣນິກຫຼາຍຂຶ້ນ ຕອບໂຈດທຸກຄວາມຕ້ອງການຂອງລູກຄ້າຍຸກດິຈິຕ້ອນ.
ການບໍລິການຊໍາລະຜ່ານ BCEL OnePay ໃນງານດັ່ງກ່າວແມ່ນເພື່ອນໍາສະເໜີການຊໍາລະຮູບແບບໃໝ່ຜ່ານ QR Code ຂອງ ທຄຕລ ໄປຍັງກຸ່ມເປົ້າໝາຍ ພໍ່ຄ້າແມ່ຄ້າ ແລະ ຜູ້ທີ່ມາທ່ຽວງານໃຫ້ເຫັນການນຳໃຊ້ຕົວຈິງ ທີ່ງ່າຍ ປອດໄພໃນການຊຳລະ, ປະຢັດເວລາ ແລະ ຄ່າໃຊ້ຈ່າຍ ຄະນະທີ່ຮ້ານຄ້າກໍ່ໄດ້ຮັບຄວາມສະດວກສະບາຍ ປອດໄພ ວ່ອງໄວ ບໍ່ຕ້ອງໃຊ້ເງິນທອນ ສອດຄ່ອງກັບສະໂລແກນຂອງ OnePay ທີ່ວ່າ “ທຸກການຈ່າຍ ງ່າຍໃນ OnePay”. ນອກຈາກນີ້ ຍັງສາມາດຮັບຊໍາລະເງິນດ້ວຍ WeChat Pay, AliPay ແລະ QR Code UPI ເພື່ອອຳນວຍຄວາມສະດວກໃຫ້ຮ້ານຄ້າພາຍໃນງານ ໃຫ້ສາມາດຮອງຮັບການຊຳລະຈາກລູກຄ້າຊາວຈີນໄດ້, ເນື່ອງຈາກແອັບດັ່ງກ່າວເປັນທີ່ນິຍົມໃນກຸ່ມນັກທ່ອງທ່ຽວຊາວຈີນ, ອີກທັງຮ້ານຄ້າກໍ່ເລີ່ມປັບຕົວດ້ວຍການຮັບຊຳລະເງິນຜ່ານລະບົບເອເລັກໂທຣນິກຫຼາຍຂຶ້ນ ສອດຄ່ອງກັບເປົ້າໝາຍຂອງ ທຄຕລ ທີ່ຕ້ອງການສົ່ງເສີມໃຫ້ຮ້ານຄ້າຮັບຊຳລະເງິນດ້ວຍ QR Code ເພື່ອຊ່ວຍສ້າງໂອກາດໃນການຄ້າຂາຍ ແລະ ເພື່ອເປັນການຫຼຸດຜ່ອນການນໍາໃຊ້ເງິນສົດ.
ພາຍໃນງານໄດ້ມີກິດຈະກຳຫຼາກຫຼາຍທີ່ໜ້າສົນໃຈ ໂດຍສະເພາະແມ່ນການແຂ່ງຂັນອາຫານລາວ ເພື່ອເລືອກເອົາລາຍການອາຫານທີ່ແຊບທີ່ສຸດ ແລະ ຄົງຄວາມເປັນເອກະລັກຂອງຄວາມເປັນລາວ ນັ້ນກໍ່ຄື ຕົ້ມໄກ່ດຳໃສ່ຮາກໄມ້ພື້ນເມືອງ ຂອງຊົນເຜົ່າມົ້ງ ຈາກ ແຂວງໄຊສົມບູນ ທີ່ໄດ້ຮັບລາງວັນຊະນະເລີດ. ພ້ອມດຽວກັນນັ້ນ, ພາຍໃນງານກໍ່ໄດ້ມີການເຊີນຊວນແຂກທີ່ເຂົ້າມາຮ່ວມງານຊີມອາຫານທີ່ມາຈາກທ້ອງຖິ່ນຕ່າງໆໃນແຕ່ລະພາກ ຂອງ ສ ປປ ລາວ ແລະ ເພີດເພີນກັບການເລືອກຊື້ເພື່ອເປັນຂອງຝາກ-ຂອງຕ້ອນດ້ວຍການຊຳລະຜ່ານ OnePay ທີ່ສາມາດສະແດງເພື່ອແລກຮັບຂອງຂວັນຈາກ ທຄຕລ ທັງຜູ້ຊຳລະເອງ ແລະ ຮ້ານຄ້າ. ພ້ອມດຽວກັນນີ້, ທຄຕລ ກໍ່ໄດ້ຮ່ວມຕັ້ງບູ໊ດຄອຍໃຫ້ບໍລິການໃນການຕິດຕັ້ງ ແລະ ເປີດນຳໃຊ້ແອັບ BCEL One ເພື່ອໃຫ້ສາມາດໃຊ້ຈ່າຍຜ່ານ OnePay ໄດ້ ລວມທັງບໍລິການອື່ນໆ ພ້ອມມອບຂອງຂວັນຢ່າງຄຶກຄື້ນ.
ການໃຫ້ບໍລິການດັ່ງກ່າວນີ້ແມ່ນໄດ້ຮັບການຕອບຮັບທີ່ດີ ແລະ ເຂົ້າເຖິງຄວາມຕ້ອງການຂອງຜູ້ຊົມໃຊ້ທີ່ມາທ່ຽວໃນງານ, ເຊິ່ງຄົນສ່ວນໃຫຍ່ແມ່ນສົນໃຈນຳໃຊ້ການຊຳລະເງິນດ້ວຍຮູບແບບໃໝ່, ສຳລັບຜູ້ບໍ່ທັນມີແອັບ BCEL One ກໍ່ມາສະໝັກເປີດນຳໃຊ້ຢ່າງຫຼວງຫຼາຍທີ່ບູ໊ດຂອງ ທຄຕລ ພາຍໃນງານ.
ທຄຕລ ຈະສືບຕໍ່ຂະຫຍາຍຜະລິດຕະພັນ OnePay ໃນຂອບເຂດທົ່ວປະເທດໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງສັງຄົມ ແລະ ນະໂຍບາຍຂອງພັກ-ລັດ ຫລຸດຜ່ອນການນຳໃຊ້ເງິນສົດຢູ່ໃນຂອດຈໍລະຈອນລະບົບເສດຖະກິດ. ຄຽງຄູ່ກັບຍຸກສະໄໝແຫ່ງການປ່ຽນແປງໃໝ່, ທຄຕລ ຈະພັດທະນາລະບົບໃຫ້ມີຄວາມທັນສະໄໝ ນຳໃຊ້ງ່າຍ ຊື້-ຂາຍສະດວກຂຶ້ນຕື່ມອີກດ້ວຍ.
ສຳລັບຮ້ານຄ້າໃດທີ່ສົນໃຈສະໝັກຜະລິດຕະພັນ BCEL OnePay, WeChat Pay, AliPay ຫລື QR Code UPI
ກໍ່ສາມາດເຂົ້າເບິ່ງລາຍລະອຽດໄດ້ທີ່ www.bcel.com.la ຫຼື Facebook Fan Page: BCEL Bank ຫຼື ສາມາດຕິດຕໍ່ໄດ້ທີ່ເບີ Call Center: 1555 ຫຼື ສາມາດຕິດຕໍ່ຫາທີມຂາຍຜະລິດຕະພັນໄດ້ໂດຍກົງທີ່ເບີ 020 2247 3738 ແລະ 020 2247 3739.
ຂຽນຂ່າວໂດຍ: ທ່ານ ນາງ ສຸກສາຄອນ ບຸນສະຫວັດທິພັນ
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
Call center: 1555, Facebook: BCEL Bank, Website: www.bcel.com.la