#BCELຖະແຫຼງຂ່າວຍົກລະດັບຜະລິດຕະພັນແລະການບໍລິການຮັບໃຊ້ສັງຄົມໃນຍຸກດີຈີຕໍຢ່າງເປັນທາງການ
.................................
ໃນຍຸກທີ່ເທັກໂນໂລຢີມີຄວາມກ້າວໜ້າສູງ ໂລກເຮົາມີການເຊື່ອມໂຍງໃນທຸກດ້ານ ທຄຕລ ກໍ່ໄດ້ປັບປຸງການບໍລິການ ໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ ເນັ້ນໃສ່ການພັດທະນາຜະລິດຕະພັນ ແລະ ການບໍລິການຜ່ານລະບົບເອເລັກໂທນິກ ບົນພື້ນຖານຄວາມປອດໄພ ແລະ ໄດ້ມາດຕະຖານສາກົນ. ຫຼາຍຜະລິດຕະພັນຂອງ ທຄຕລ ໄດ້ຮັບການຍອມຮັບ ແລະ ນໍາໃຊ້ຢ່າງແຜ່ຫຼາຍ ຈາກສັງຄົມບໍ່ວ່າຈະເປັນ ຜະລິດຕະພັນບັດ, BCEL One, OnePay, SMS Banking, i-Bank ແລະ ອື່ນໆ.
ເນື່ອງຈາກ ທຄຕລ ເຫັນໄດ້ຄວາມສໍາຄັນ ແລະ ມີຄວາມພາກພູມໃຈໃນການອັບເດດພັດທະນາລະບົບເພື່ອໃຫ້ລູກຄ້າໄດ້ນໍາໃຊ້ການບໍລິການທີ່ທັນສະໄໝຢ່າງຕໍ່ເນື່ອງ ຈຶ່ງໄດ້ພັດທະນາຜະລິດຕະພັນໃຫ້ມີຄວາມຫຼາກຫຼາຍຢ່າງບໍ່ຢຸດຢັ້ງ ຈຶ່ງໄດ້ຍົກລະດັບຜະລິດຕະພັນ ແລະ ການບໍລິການ ເພື່ອຮັບໃຊ້ສັງຄົມ ແລະ ຈັດພິທີຖະແຫຼງຂ່າວຢ່າງເປັນທາງການ ໃນວັນທີ 13 ກຸມພາ 2020 ຢູ່ທີ່ ທຄຕລ ສຳນັກງານໃຫຍ່ ເປັນກຽດຖະແຫລງຂ່າວໂດຍ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ, ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອຳນວຍການໃຫຍ່ ທຄຕລ, ທ່ານ ລາໃຈ ຄັນພຣະວົງສ໌ ຮອງຜູ້ອຳນວຍການໃຫຍ່ ທຄຕລ, ເຂົ້າຮວມພິທີໃນຄັ້ງນີ້ໂດຍຕາງໜ້າຈາກທະນາຄານທຸລະກິດລັດ, ບໍລິສັດໃນເຄືອ, ຄະນະພະແນກ, ຄະນະສູນ, ສາຂາ ຂອງ ທຄຕລ ພາຍໃນນະຄອນຫຼວງວຽງຈັນ ພ້ອມທັງນັກຂ່າວ-ສື່ມວນຊົນຈາກຫຼາຍພາກສ່ວນກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
#ຜະລິດຕະພັນແລະການບໍລິການທີ່ໄດ້ຍົກລະດັບການນໍາໃຊ້ໃໝ່ນີ້ລ້ວນແຕ່ມີຄຸນລັກສະນະໂດດເດັ່ນທີ່ ຕອບໂຈດຄວາມຕ້ອງການຂອງການບໍລິການທາງການເງິນໃນຍຸກດິຈິຕໍ ເຊິ່ງປະກອບມີ:
1️⃣ BCEL OneCash: ປຽບສະເໝືອນກະເປົາເງິນເອເລັກໂທຼນິກເຊິ່ງເປັນຜະລິດຕະພັນບັດແບບຕື່ມເງິນ (Virtual Prepaid) ໜຶ່ງຂອງ ທຄຕລ ໂດຍຜູ້ທີ່ຕ້ອງການນໍາໃຊ້ບໍ່ຈຳເປັນຕ້ອງມີບັນຊີກັບ ທຄຕລ, ເຊິ່ງຄຸນລັກສະນະເດັ່ນແມ່ນສາມາດສ້າງ ແລະ ສົ່ງບົງເງິນ (Cash Voucher) ເພື່ອເປັນຂອງຂວັນໃຫ້ແກ່ບຸກຄົນອື່ນ ທີ່ມີບັນຊີ ຫຼື ບໍ່ມີບັນຊີກັບ ທຄຕລ ໃນເທດສະການຕ່າງໆໄດ້ເຊັ່ນ: ປີໃໝ່ສາກົນ,ປີໃໝ່ລາວ, ປີໃໝ່ຈີນ-ຫວຽດ (ກຸດຈີນ-ເຕັດຫວຽດ), ວັນແມ່ຍິງສາກົນ, ງານວັນເກີດ, ຮັບຂວັນລູກ, ອວຍພອນຄູ່ສົມລົດ, ຂຶ້ນເຮືອນໃໝ່ ແລະ ງານສໍາຄັນອື່ນໆ ເອີ້ນໄດ້ວ່າເປັນມິຕິໃໝ່ຂອງການໃຫ້ຂອງຂວັນທີ່ເປັນເງິນໃນວັນສໍາຄັນ, ບໍ່ວ່າທ່ານຈະຢູ່ໃສ ໃກ້ ຫຼື ໄກ, ເວລາໃດທ່ານກໍຈະບໍ່ພາດທີ່ຈະສົ່ງຄວາມສຸກໃຫ້ແກ່ຄົນທີ່ທ່ານຮັກໄດ້ ຄົນຮັບກໍ່ດີໃຈ ຄົນໃຫ້ກໍ່ມີຄວາມສຸກ. ນອກຈາກນັ້ນ, ຍັງສາມາດໃຊ້ຈ່າຍຄ່າ ສາທາລະນຸປະໂພກ (ຄ່າໄຟຟ້າ, ຄ່ານໍ້າປະປາ, ຄ່າໂທລະສັບ... ) ແລະ ຄ່າບໍລິການອື່ນໆໄດ້ ຜ່ານແອັບ BCEL One ແລະ ໃນມໍ່ໆນີ້ ຈະສາມາດໃຊ້ບໍລິການຜ່ານຕູ້ ATM ແລະ Counter ຂອງ ທຄຕລ ໄດ້.
2️⃣ BCEL OneCare: ເປັນທີ່ປຶກສາສ່ວນໂຕຂອງທ່ານທີ່ເຂົ້າເຖິງງ່າຍ ແລະ ຕິດຕໍ່ເພື່ອສອບຖາມຂໍ້ມູນຜະລິດຕະພັນ ແລະ ການບໍລິການຂອງ ທຄຕລ ເຖິງວ່າລູກຄ້າຈະຢູ່ແຫ່ງຫົນໃດຂອງໂລກກໍ່ສາມາດຕິດຕໍ່ ແລະ ສອບຖາມຜ່ານ OneCare ໄດ້ດ້ວຍການໂທ, ແຊັດ ຫຼື ຝາກຂໍ້ຄວາມສຽງ ໂດຍໃຊ້ Data/Wifi, ບໍ່ເສຍຄ່າໂທ, ບໍ່ຕ້ອງເປີດ Roaming ເມື່ອໄປຕ່າງປະເທດ, ຮັບປະກັນຄວາມປອດໄພໃນການເຮັດທຸລະກໍາຂອງລູກຄ້າເນື່ອງຈາກ OneCare ແມ່ນເປັນການໂທແບບ Video Call ເພື່ອຢັ້ງຢືນຕົວຕົນຂອງລູກຄ້າ ແລະ ກວດເອກະສານ ເຊິ່ງເປັນການບໍລິການຫຼັງການຂາຍ ທີ່ສາມາດຕິດຕໍ່ Call Center ຜ່ານແອັບພລີເຄຊັນໄດ້ ເຊິ່ງໃນອານາຄົດຈະສາມາດອອກບັດໃໝ່, ເປີດບັນຊີໃໝ່, ສາມາດໂອນໄດ້ ແລະ ຈະສາມາດຕິດຕໍ່ໄດ້ຕະຫຼອດ 24 ຊົ່ວໂມງໃນມໍ່ໆນີ້.
3️⃣ QR Withdrawal (ການຖອນເງິນສົດໂດຍການ Scan QR Code ທີ່ບໍ່ໃຊ້ບັດ): ມິຕິໃໝ່ຂອງການຖອນເງິນສົດຈາກຕູ້ ATM ດ້ວຍ QR Code ຜ່ານແອັບ BCEL One ໂດຍບໍ່ຈຳເປັນຕ້ອງໃຊ້ບັດ ATM. ລືມບັດກໍ່ຖອນເງິນໄດ້ພຽງໃຊ້ BCEL One ຂັ້ນຕອນງ່າຍໆພຽງ Login ເຂົ້າແອັບ BCEL One ເລືອກຟັງຊັ້ນ ຖອນເງິນສົດ ຜ່ານຕູ້ ATM ເລືອກຈໍານວນເງິນ, ເລືອກບັນຊີ, ກົດປຸ່ມສະແກນ QR Code ແລະລໍຖ້າສະແກນ, ຫຼັງຈາກນັ້ນ ກົດປຸ່ມຖອນເງິນດ້ວຍ QR Code ທີ່ໜ້າຈໍຕູ້ ATM ເພື່ອໃຊ້ໂທລະສັບມາສະແກນ QR Code ພ້ອມທັງໃສ່ລະຫັດບັດ ATM ທີ່ໜ້າຈໍຕູ້ ແລ້ວເງິນກໍ່ຈະອອກຈາກຕູ້ ATM ທັນທີ.
4️⃣ BCEL i-Bank Version 4: ເພີ່ມຄວາມສາມາດໃຫ້ສະດວກສະບາຍຂຶ້ນໄດ້ປັບປຸງໃຫ້ນໍາໃຊ້ໃນຮູບແບບ Mobile Application ເທິງ Smartphone ທັງລະບົບ iOS ແລະ Android ສະດວກທັນໃຈ ຫຼາຍຟັງຊັ້ນໄດ້ອັບເດດໃໝ່ ທີ່ຊ່ວຍໃຫ້ລູກຄ້າໂດຍສະເພາະນິຕິບຸກຄົນ ໃຊ້ງານໄດ້ງ່າຍຂຶ້ນ ທັງຮັບປະກັນຄວາມປອດໄພໂດຍ ລູກຄ້າສາມາດຢືນຢັນການເຮັດທຸລະກຳດ້ວຍການສະແກນໃບໜ້າ ແລະ ການແຈ້ງເຕືອນລາຍການລໍຖ້າອະນຸມັດຜ່ານ Application ທຸກຄັ້ງ, ພ້ອມມີລະບົບລາຍງານປະຫວັດການເຮັດທຸລະກຳໃນຮູບແບບເປັນປະຕິທິນທີ່ງ່າຍໃນການເບິ່ງຄືນພາບລວມຂອງການເຮັດທຸລະກຳໃນໄລຍະຜ່ານມາ ແລະ ໄດ້ປັບປຸງອີກຫຼາຍຟັງຊັ້ນໃຫ້ທຸກການໃຊ້ງານເປັນເລື່ອງງ່າຍ “BCEL i-Bank ຜູ້ຊ່ວຍທີ່ຄຽງຄູ່ທຸກຄວາມສໍາເລັດ”
📲ການສະແກນໃບໜ້າ: Feature ໃໝ່ທີ່ຮັບປະກັນຄວາມປອດໄພໃນການນໍາໃຊ້ BCEL One ແລະ i-Bank ເຊິ່ງເປັນທາງເລືອກໜຶ່ງຂອງການ Log in ໂດຍບໍ່ໃຊ້ລາຍມື ຫຼື ລະຫັດ, ມີຄວາມສາມາດບັນທຶກຂໍ້ມູນໃບໜ້າເຈົ້າຂອງບັນຊີໃນຂະນະທີ່ເຄື່ອນໄຫວໄວ້ເຊັ່ນ: ຄໍາສັ່ງຫັນໜ້າໄປທາງຊ້າຍ, ຫັນໜ້າໄປທາງຂວາ, ຫຼັບຕາ, ອ້າປາກ... ເຊິ່ງເປັນການບັນທຶກວິດີໂອການເຄື່ອນໄຫວໃບໜ້າເຈົ້າຂອງບັນຊີ ທີ່ເປັນໄປຕາມເງື່ອນໄຂຂອງມາດຕະຖານສາກົນທີ່ນໍາໃຊ້ກັນ (Live face detection) ໃຫ້ຢັ້ງຢືນໄດ້ວ່າແມ່ນເຈົ້າຂອງບັນຊີເປັນຜູ້ໃຊ້ເອງແທ້ ແລະ ປ້ອງກັນການປອມແປງບຸກຄົນອື່ນມາລັກໃຊ້ ຫຼື ລັກເອົາຮູບເຈົ້າຂອງບັນຊີມາໃຊ້. ເປັນທາງເລືອກໃໝ່ທີ່ງ່າຍ, ສະດວກ ຮັບປະກັນຄວາມປອດໄພ ແລະ ໄດ້ມາດຕະຖານສາກົນ
ການຍົກລະດັບການນໍາໃຊ້ຜະລິດຕະພັນ ແລະ ການບໍລິການ ທີ່ກ່າວມາຂ້າງເທິງນັ້ນແມ່ນລ້ວນແຕ່ເປັນການບໍລິການທີ່ອຳນວຍຄວາມສະດວກສະບາຍໃຫ້ແກ່ລູກຄ້າ ເປັນການໝູນໃຊ້ເທັກໂນໂລຢີເຂົ້າໃນວຽກງານການບໍລິການທາງການເງິນໃຫ້ມີຄວາມທັນສະໄໝ, ວ່ອງໄວ ສາມາດຊ່ວຍໃຫ້ວຽກງານການເງິນຂອງລູກຄ້າເປັນເລື່ອງທີ່ງ່າຍຂຶ້ນ ລູກຄ້າສາມາດເຮັດທຸລະກຳ ແລະ ແກ້ໄຂບັນຫາໄດ້ທັນທີ ໂດຍບໍ່ຕ້ອງເຂົ້າມາທະນາຄານ, ເໝາະກັບສັງຄົມໃນຍຸກດິຈີຕໍ ສະດວກສະບາຍທັງມີຄວາມປອດໄພ ສາມາດກວດສອບໄດ້ ແລະ ໄດ້ມາດຕະຖານສາກົນ.
ໃນຍຸກແຫ່ງການພັດທະນາທີ່ເທັກໂນໂລຢີມີຄວາມກ້າວໜ້າສູງ, ທຄຕລ ຈະສືບຕໍ່ພັດທະນາຜະລິດຕະພັນຢ່າງບໍ່ ຢຸດຢັ້ງ ໂດຍທຸກຜະລິດຕະພັນ ທຄຕລ ແມ່ນເນັ້ນຄວາມທັນສະໄໝ, ສະດວກສະບາຍ, ມີຄວາມປອດໄພ ກວດສອບໄດ້ ແລະ ໄດ້ມາດຕະຖານສາກົນ ໂດຍຄໍານຶງເຖິງຄວາມຕ້ອງການຂອງລູກຄ້າ ບົນພື້ນຖານຄວາມຮັບຜິດຊອບສູງຕໍ່ສັງຄົມ. ເພື່ອໃຫ້ລູກຄ້າ ແລະ ສັງຄົມໄດ້ຮັບປະໂຫຍດສູງສຸດ.
………………………........
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນທັນສະໄໝ ວ່ອງໄວ ໝັ້ນໃຈ
👉 ສອບຖາມຂໍ້ມູນເພີ່ມຕື່ມ:
📞 1555
🇫 BCEL Bank
🌐 www.bcel.com.la