ໂອນເງິນຂ້າມທະນາຄານແບບໃໝ່ ສະດວກ ປອດໄພ ໄດ້ຮັບເງິນທັນທີ !
...................................
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ ຫຼື BCEL) ໄດ້ຮ່ວມມືກັບ ທະນາຄານ ບີໄອຊີ ລາວ ຈໍາກັດ (BIC) ເປີດໃຫ້ການບໍລິການໂອນເງິນຂ້າມທະນາຄານ ຜ່ານ Mobile Application ເຊິ່ງເປັນການໂອນເງິນຂ້າມທະນາຄານຮູບແບບໃໝ່ທີ່ສະດວກປອດໄພ ເຖິງປາຍທາງໃນວັນດຽວກັນ. ໂດຍໄດ້ຈັດພິທີເປີດໂຕໃຫ້ບໍລິການຢ່າງເປັນທາງການ ໃນວັນທີ 14 ກຸມພາ 2020 ທີ່ ໂຮງແຮມລາວພລາຊາ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງທະນາຄານແຫ່ງ ສປປ ລາວ, ເປັນກຽດເປີດພິທີໂດຍ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອຳນວຍການໃຫຍ່ ທຄຕລ, ທ່ານ ລິດທິກອນ ພູມມະສັກ ປະທານສະພາບໍລິຫານກຸ່ມບໍລິສັດ BIC, ທ່ານ ນາງ ກິ່ງໂພເງິນ ພູມມະສັກ ປະທານສະພາບໍລິຫານທະນາຄານ BIC ລາວ ຈໍາກັດ, ທ່ານ ລິມ ໄວ ຮຸ່ງ ຜູ້ອຳນວຍການໃຫຍ່ ທະນາຄານ BIC ພ້ອມກັນນັ້ນ; ກໍ່ຍັງມີບັນດາຕາງຫນ້າພາກສ່ວນທີ່ກ່ຽວຂ້ອງ ຈາກ ທະນາຄານແຫ່ງ ສປປ ລາວ, ຄະນະຜູ້ບໍລິຫານທັງສອງຝ່າຍ, ບັນດາແຂກທີ່ຖືກເຊີນ, ຄະນະພະແນກ, ຄະນະສູນ ແລະ ສາຂາ ຂອງ ທຄຕລ ແລະ ທະນາຄານ ບີໄອຊີ ລາວ ພາຍໃນນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ແລະ ສື່ມວນຊົນຈາກຫຼາຍພາກສ່ວນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງການຮ່ວມມືໃນຄັ້ງນີ້ແມ່ນເພື່ອເຮັດໃຫ້ການໂອນເງິນລະຫວ່າງສອງທະນາຄານເປັນເລື່ອງງ່າຍຂຶ້ນ ໂດຍຜ່ານ ແອັບ ແລະ ອິນເຕີເນັດແບບ Real Time ໂດຍບໍ່ຕ້ອງເຂົ້າມາທະນາຄານ. ໝາຍຄວາມວ່າລູກຄ້າຂອງ ທຄຕລ ສາມາດນຳໃຊ້ແອັບ BCEL One ເພື່ອໂອນເງິນຫາບັນຊີຂອງ BIC ໄດ້ເລີຍ ແລະ ໃນຂະນະດຽວກັນ ລູກຄ້າຂອງ BIC ແມ່ນສາມາດນຳໃຊ້ແອັບ BIC Best ເພື່ອໂອນເງິນຫາບັນຊີຂອງ BCEL ໄດ້ແບບ Real Time ຕະຫຼອດ 24/7 ເໝືອນກັບການໂອນເງິນຫາບັນຊີພາຍໃນເຄືອຂ່າຍຂອງຕົນເອງ ແລະ ສາມາດໂອນເງິນໄດ້ທັງສາມສະກຸນຫຼັກຄື: ກີບ, ບາດ ແລະ ໂດລາ. ສຳຄັນທີ່ສຸດແມ່ນ ເຮັດໄດ້ທຸກທີ່ພຽງມີແອັບ BCEL One ຂອງ BCEL ແລະ BIC Best ຂອງ BIC.
ທະນາຄານແຫ່ງສ.ປ.ປ.ລາວ ເຫັນເຖິງຄວາມສຳຄັນ ໃນການຊຸກຍູ້ ທະນາຄານທຸລະກິດໃນລາວ ໃຫ້ບໍລິການທຸລະກຳ ທາງດ້ານການເງິນ ໃຫ້ແກ່ສັງຄົມ ມີຄວາມສະດວກ, ວ່ອງໄວ, ປອດໄພ, ທົ່ວເຖິງຫລາຍກວ່າເກົ່າ, ແລະ ຍົກລະດັບການບໍລິການ ທຸລະກຳທາງ ດ້ານການເງິນ ຂອງ ສປປ ລາວ ໃຫ້ທັດທຽມ ກັບບັນດາປະເທດໄກ້ຄ້ຽງ. ການອະນຸມັດຈາກ ທະນາຄານແຫ່ງ ສປປ ລາວ ໃນການເຊື່ອມຕໍ່ລະຫວ່າງ ທະນາຄານ BCEL ແລະທະນາຄານ BIC ໃນຄັ້ງນີ້ ກໍ່ແມ່ນເພື່ອເປັນການທົດລອງ, ແລະປະເມີນຜົນການໂອນເງິນແບບ Real Time ລະຫວ່າງທະນາຄານ. ພາຍໃນອານາຄົດອັນໃກ້ນີ້, ການບໍລິການດັ່ງກ່າວ ແມ່ນຈະສາມາດຂະຫຍາມເຊື່ອມຕໍ່ກັບບັນດາ ທະນາຄານທຸລະກິດອື່ນໆ ທີ່ມີຄວາມພ້ອມ, ເຊິ່ງຈະເຮັດໃຫ້ການບໍລິການທຸລະກຳ ທາງດ້ານການເງິນຢູ່ ສປປ ລາວ ມີຄວາມສະດວກຂື້ນຫຼາຍ. ການຕິດຕັ້ງລະບົບການເຊື່ອມຕໍ່, ທັງສອງທະນາຄານແມ່ນໄດ້ປະຕິບັດຕາມລະບຽບ ແລະເງື່ອນໄຂ ທີ່ທະນາຄານແຫ່ງ ສປປ ລາວ ວ່າງ ອອກ ແລະໄດ້ນຳໃຊ້ ບໍລິສັດ Sysmatic ເປັນຜູ້ຮັບຜິດຊອບຕິດຕັ້ງລະບົບເຊື່ອມຕໍ່ຄັ້ງນີ້.
ການຮ່ວມມືໃນຄັ້ງນີ້ ຖືເປັນອີກໜຶ່ງຄວາມມຸ້ງໝັ້ນທັງສອງທະນາຄານລະຫວ່າງ BCEL ແລະ BIC ໃນການພັດທະນາຮູບແບບໃໝ່ຂອງການໃຫ້ບໍລິການໂອນເງິນຂ້າມທະນາຄານເພື່ອຕອບສະໜອງຄວາມຕ້ອງການ ແລະ ມອບປະສົບການທີ່ດີທາງການເງິນໃຫ້ກັບລູກຄ້າ. ພ້ອມນັ້ນຍັງຈະຊ່ວຍຂະຫຍາຍຊ່ອງທາງການເຂົ້າເຖິງການບໍລິການ ແລະ ສາມາດອຳນວຍຄວາມສະດວກໃຫ້ກັບລູກຄ້າຂອງທັງສອງທະນາຄານໄດ້ເປັນຢ່າງດີ.
ໃນຕໍ່ຫນ້າ BCEL ແລະ BIC ຈະສືບຕໍ່ຮ່ວມມືກັນພັດທະນາໃຫ້ສາມາດໂອນເງິນຂ້າມທະນາຄານລະຫວ່າງ BCEL & BIC ຜ່ານ BCEL i-Bank ເພື່ອຕອບສະຫນອງຄວາມຕ້ອງການຂອງລູກຄ້າ ແລະ ເຮັດໃຫ້ການໂອນເງິນຂ້າມທະນາຄານເປັນເລື່ອງງ່າຍ.
………………………........
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນທັນສະໄໝ ວ່ອງໄວ ໝັ້ນໃຈ
👉 ສອບຖາມຂໍ້ມູນເພີ່ມຕື່ມ:
📞 1555
🇫 BCEL Bank
🌐 www.bcel.com.la