ໜັງສືເຊີນເຂົ້າຮ່ວມແຂ່ງຂັນປະມູນ
ເຖິງ : ບັນດາບໍລິສັດຮັບເໝົາກໍ່ສ້າງ, ສ້ອມແປງ ແລະ ຕົບແຕ່ງ.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຍື່ນປະມູນສະເໜີລາຄາວຽກງານຕົບແຕ່ງໜ່ວຍບໍລິການດອນໜູນ.
- ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍຖືເປັນກຽດແຈ້ງເຊີນມາຍັງບັນດາບໍລິສັດຮັບເໝົາກໍ່ສ້າງ, ສ້ອມແປງ ແລະ ຕົບແຕ່ງກ່ຽວກັບການສະເໜີເງື່ອນໄຂ ແລະ ຂັ້ນຕອນໃນການປະກອບເອກະສານຍື່ນຊອງສະເໜີລາຄາປະເມີນວຽກຕົບແຕ່ງໜ່ວຍບໍລິການດອນໜູນ ຕັ້ງຢູ່ ບ້ານໄຊສະຫວ່າງ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ດັ່ງມີເນື້ອໃນລຸ່ມນີ້:
ກ. ແບບຟອມການຍື່ນຊອງປະມູນ.
ຂ. ໃບປະເມີນລາຄາ 1 ຊຸດ.
ຄ. ແບບຕົບແຕ່ງ 1 ຊຸດ.
02/03/2020 - 25/03/2020, ໃນຊ່ວງເວລາ 8:30 - 11:30 ໂມງ --ແລະ 13:30 - 16:00 ໂມງ ທີ່ໝາຍເລກໂທລະສັບ 020 55522448, 020 77467722. ນອກຈາກເວລາດັ່ງກ່າວແລ້ວ ທຄຕລ ຈະຂໍສະຫງວນສິດໃນການຕອບຄໍາຖາມໃດໆ ທັງໝົດ.
ຟອມຄັດຕິດມາພ້ອມ);
ເງື່ອນໄຂການປະກອບເອກະສານການປະມູນດັ່ງນີ້:
ຊອງທີ 1:
ກ. ໃບທະບຽນວິສາຫະກິດ
ຂ. ໃບອະນຸຍາດດໍາເນີນທຸລະກິດປີ 2019 ຫຼື 2020
ຄ. ໃບທະບຽນອາກອນ 3 ປີຍ້ອນຫຼັງ (2017, 2018, 2019)
ງ.ໃບຢັ້ງຢືນຖານະການເງິນ ປີ 2019 (ອອກໃຫ້ໂດຍທະນາຄານ)
ຈ. ບັນຊີພາຫະນະຮັບໃຊ້ວຽກ ແລະ ອຸປະກອນຂອງບໍລິສັດ
ສ. ບັນຊີພະນັກງານຄຸ້ມຄອງ ແລະ ວິຊາການຂອງບໍລິສັດ
ຊ. ໃບຢັ້ງຢືນຜົນງານ ແລະ ປະສົບການທິມງານທີ່ມີສີມືສະເພາະດ້ານຕົບແຕ່ງໜ່ວຍບໍລິການ ຫຼື ສາຂາທະນາຄານຢ່າງໜ້ອຍ 4 ໂຄງການ
ລາຍລະອຽດຕາມແບບຟອມທີ່ຕິດຄັດດ້ານຫຼັງ.
ຊອງທີ 2:
ກ. ໃບປະເມີນລາຄາຕ້ອງເປັນສະກຸນເງິນກີບທີ່ປະກອບສໍາເລັດແລ້ວ 1 ຊຸດ
ດັ່ງນັ້ນ ຈຶ່ງແຈ້ງມາຍັງບັນດາ ບໍລິສັດ ເພື່ອຍື່ນຊອງສະເໜີລາຄາຕາມທີ່ກ່າວມາຂ້າງເທິງນັ້ນດ້ວຍ.
ຜູ້ອຳນວຍການໃຫຍ່
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ