ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ ຫ້າງຮ້ານຕົວແທນຈໍາຫນ່າຍ Cassette ຂອງ ຕູ້ເອທີເອັມ ຢູ່ໃນນະຄອນຫລວງ
ວຽງຈັນ.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມການປະເມີນລາຄາ Cassette ຂອງ ຕູ້ເອທີເອັມ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງເຊີນມາຍັງບໍລິສັດ, ຫ້າງຮ້ານ ຕົວແທນຈຳໜ່າຍກະແຊັດສໍາຮອງສໍາລັບຕູ້ ATM (S1 Cassette) ຊາບວ່າ ທຄຕລ ມີຄວາມຕ້ອງການຈັດຊື້ກະແຊັດສໍາຮອງສໍາລັບຕູ້ ATM (S1 Cassette) ເພື່ອມາຮັບໃຊ້ເຂົ້າໃນລະບົບວຽກງານວິຊາສະເພາະຂອງ ທຄຕລ ດັ່ງມີລາຍການຂ້າງລຸ່ມນີ້:
ລ/ດ |
ລາຍການ |
ລາຍລະອຽດສະເປັກ |
ຈຳນວນ |
1 |
Cassette |
|
160 ອັນ |
ງວດທີ 1: ຊຳລະ 90% ຂອງມູນຄ່າ ພາຍຫລັງໄດ້ຮັບເຄື່ອງ ແລະ ຕິດຕັ້ງເຄື່ອງສຳເລັດ.
ງວດທີ 2: ຊຳລະ 10% ຂອງມູນຄ່າທັງໝົດພາຍຫຼັງຄົບກໍານົດຄໍ້າປະກັນ (ໄລຍະ 06 ເດືອນ) ນັບຕັ້ງແຕ່ວັນທີມອບຮັບເຄື່ອງ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ