ໜັງສືແຈ້ງເຊີນ
ເຖິງ: ທ່ານ ຜູ້ອຳນວຍການໂຮງພິມ ພາກລັດ ແລະ ເອກະຊົນ.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຢື່ນຊອງໃບປະເມີນລາຄາ ແບບຟອມ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍຖືເປັນກຽດແຈ້ງເຊີນມາຍັງບັນດາໂຮງພິມ ທີ່ຜະລິດສິ່ງພິມແບບຟອມຕ່າງໆ ທີ່ ມີຄວາມສົນໃຈຢື່ນຊອງປະເມີນລາຄາ ແບບຟອມ: ໃບຢັ້ງຢືນທຸລະກຳ ຕາມແບບ, ຂະໜາດ ທີ່ ທຄຕລ ກຳນົດສົ່ງໃຫ້, ການຢື່ນຊອງປະເມີນລາຄາຕ້ອງປະກອບເອກະສານຕາມເງື່ອນໄຂດັ່ງລຸ່ມນີ້ :
- ຊອງທີ 1 ປະກອບມີ :
- ສໍາເນົາໃບອະນຸຍາດດໍາເນີນທຸລະກິດ, ໃບຢັ້ງຢືນການມອບພັນທະອາກອນຢ່າງໜ້ອຍ 3 ປີຍ້ອນຫຼັງ ແລະ ຜົນງານປະສົບການຂອງໂຮງພິມໃນໄລຍະຜ່ານມາຢ່າງນ້ອຍ 3 ປີຂື້ນໄປ.
- ຕ້ອງຜະລິດຕົວຢ່າງແບບຟອມ ມາໃຫ້ພ້ອມ 10 ຊຸດ ເພື່ອຈະໄດ້ທົດລອງນຳໃຊ້ເຂົ້າລະບົບຕາມຂະໜາດ Art work ຂະໜາດ 22 x 17 cm, ຍີ່ຫໍ້ເຈ້ຍເຄມີ 2 ໃບ/ຊຸດ (ຕ້ອງເປັນເຈ້ຍຍີ່ຫໍ້ Moji ເກດ A) , ພິມດ້ວຍນ້ຳມຶກຍີ່ຫໍ້ດີ, ທົນທານ, ສີຊັດເຈນດີ, ຕິດກາວຫົວ 2 ໃບ/ຊຸດ, ຮັບປະກັນຄຸນນະພາບ 8-10 ປີ .
- ຊອງທີ 2 ປະກອບມີ :
- ໃບປະເມີນລາຄາເປັນສະກຸນເງິນກີບ ລວມອາກອນມູນຄ່າເພີ່ມ 10%.
- ໃບປະເມີນລາຄາຕ້ອງລະບຸລະອຽດ: ຂະໜາດ 22 x 17 cm, ຍີ່ຫໍ້ເຈ້ຍເຄມີ 2 ໃບ/ຊຸດ (ຕ້ອງເປັນເຈ້ຍຍີ່ຫໍ້ Moji ເກດ A) , ພິມດ້ວຍນ້ຳມຶກຍີ່ຫໍ້ດີ, ທົນທານ, ສີຊັດເຈນດີ, ຕິດກາວຫົວ 2 ໃບ/ຊຸດ, ໃນຈຳນວນ 2.000.000 ຊຸດ/ຄັ້ງ, ຮັບປະກັນຄຸນນະພາບ 8-10 ປີ ແລະ ກໍານົດເວລາຜະລິດສຳເລັດພ້ອມຈັດສົ່ງເຂົ້າສາງ ທຄຕລ.
- ໂຮງພິມທີ່ຈະຢືນຊອງປະເມີນຕ້ອງວາງເງິນຄໍ້າປະກັນການປະເມີນ 2% ຂອງມູນຄ່າທັງໝົດຕາມໃບປະເມີນລາຄາ, ຈາກບັນຊີເງິນຝາກ ຫຼື ໜັງສືຄໍ້າປະກັນຈາກທະນາຄານ ກຳນົດນຳໃຊ້ເຖິງ ວັນທີ 29/05/2020, ພາຍຫລັງປະກາດຜົນ ທຄຕລ ຈະສົ່ງເງິນ ຫຼື ໜັງສືຄໍ້າປະກັນດັ່ງກ່າວຄືນ.
- ກຳນົດການຢື່ນຊອງປະເມີນລາຄາທັງ 2 ຊອງແມ່ນວັນທີ 05/05/2020 ປິດຮັບຊອງເວລາ 14.00 ໂມງ ທີ່ພະແນກຫ້ອງການບໍລິຫານ-ການເງິນ ສໍານັກງານໃຫ່ຍ ປ່ອງບໍລິການຂາເຂົ້າ-ຂາອອກ ຊັ້ນ 4 ອາຄານ C.
- ໂຮງພິມທີ່ຊະນະການປະມູນ ແມ່ນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຄ່າໃຊ້ຈ່າຍໃນການຈົດທະບຽນສັນຍາ, ຄ່າສິນເປື່ອງອື່ນໆ ແມ່ນເປັນຄວາມຮັບຜິດຊອບຂອງໂຮງພິມ.
ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງທ່ານທີ່ ສົນໃຈ ຮັບຊາບ ແລະ ຢື່ນຊອງເຂົ້າຮ່ວມການປະເມີນລາຄາໃນຄັ້ງນີ້ດ້ວຍ.
ຜູ້ອຳນວຍການ
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ຕິດຕໍ່ພົວພັນ:
ຂະແໜງສະໜອງວັດຖຸເຕັກນິກ
021 213200 ຕໍ່ 414
ຕົວຢ່າງແບບຟອມ: ໃບຢັ້ງຢືນທຸລະກຳ
(ຂະໜາດ 22*17, ເຈ້ຍເຄມີ 2 ໃບຊຸດ, ພິມ 4 ສີ, ທາກາວແຍກຊຸດ (ບໍ່ເຮັດເປັນຫົວ), ແພັກ 500 ຊຸດ/ຫໍ່, ພິມຂັ້ນຕໍ່າ 2 ລ້ານຊຸດ/ຄັ້ງ)
ໃບທີ 1-1 (ພິມ 4 ສີ)
ໃບທີ 1-2 (ພິມ 1 ສີ)
ໃບທີ 2-1 (ພິມ 4 ສີ)