ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ສໍານັກງານໃຫ່ຍ ເລກທີ: /ທຄຕລ............... ນະຄອນຫລວງວຽງຈັນ, ວັນທີ: ...................
ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ, ຫ້າງຮ້ານຕົວແທນຈຳໜ່າຍຮ້ານຂາຍສີ້ນ ແລະ ແພເສື້ອ ຢູ່ໃນນະຄອນຫລວງວຽງຈັນ.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຢື່ນຊອງໃບປະເມີນລາຄາສີ້ນ ແລະ ແພເສື້ອ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງມາຍັງທ່ານຊາບບັນດາບໍລິສັດ ແລະ ຫ້າງຮ້ານຕົວແທນທີ່່ມີ
ຄວາມສົນໃຈຢື່ນຊອງປະເມີນລາຄາ ສີ້ນ ແລະ ແພເສື້ອທີ່ ທຄຕລ ກຳນົດສົ່ງໃຫ້, ການຢື່ນຊອງປະເມີນລາຄາຕ້ອງປະກອບເອກະສານຕາມເງື່ອນໄຂດັ່ງລຸ່ມນີ້ :
ລ/ດ
|
ລາຍການ
|
ເງື່ອນໃຂກ່ຽວກັບສີ້ນ
|
ຈຳນວນ
|
1
|
ສີ້ນຈຸດດຳ
|
- ຕ້ອງເປັນສີ້ນໄໝຫຼາບເບີ 1 ທັງຜືນສີ້ນ ແລະ ຕີນສີ້ນ.
- ການຕຳ່ຜືນສີ້ນ ແມ່ນໃຊ້ໄໝຫຼາບເບີ 1 ຕ່ຳ 3 ເສັ້ນ ແລະ ຕີນສີ້ນໃຊ້ໄໝຫຼາບລ່ວງເບີ 1 ຕຳ່ 6 ເສັ້ນ.
- ຕ້ອງໃຊ້ໃໝຄຳເບີ 1 ແລະ ໄໝຄຳສີທອງ ເບີ 1 ໃນການເກາະ ຫຼື ຊັດ ( ລວມທັງຕີນສີ້ນ ແລະ ຜືນ ).
- ຕີນສີ້ນຕ້ອງເປັນຟຶມ 10 ລົບ ຄວາມກ້ວາງ 19 ຊມ.
- ຜືນສີ້ນຕ້ອງກ້ວາງ 180 ຊມ.
|
800 ຜືນ
|
2
|
ສີ້ນຂັ້ນ
|
- ຕ້ອງເປັນສີ້ນໄໜຫຼາບເບີ 1 ທັງຜືນ ແລະ ຕີນສີ້ນ.
- ການຕຳຜືນສີ້ນ ແມ່ນໃຊ້ໄໝຫຼາບເບີ 1 ຕ່ຳ 3 ເສັ້ນ.
- ຕີນສີ້ນໃຊ້ໄໝຫຼາບເບີ 1, ລ່ວງ 6 ເສັ້ນ.
- ໃຊ້ໄໜຄຳເບີ 12 ແລະ ໄໝຄຳທອງເບີ 3 ໃນການເກາະ ແລະ ຊັດ ( ລວມທັງຜືນສີ້ນ ແລະ ຕີນເສັ້ນ ).
- ຕີນສີ້ນຕ້ອງເປັນຟືມ 10 ລົບ ຄວາມກ້ວາງ 19 ຊມ.
- ຜືນສີ້ນຕ້ອງກ້ວາງ 180 ຊມ.
|
800 ຜືນ
|
3
|
ແພເສື້ອ
|
- ແພສີສົ້ມ ເນື້ອຝ້າຍ 60% ແລະ ເນື້ອນິລົງ 40 % ນ້ຳເບີ 1 ໜ້າກ້ວາງ 1. 5 ແມັດ
ໜາຍເຫດ : ສາມາດເອົາຕົວຢ່າງແພ ນຳ ທຄຕລ ໄດ້.
- ຖ້າບໍລິສັດສາມາດອອກແບບເປັນເອກະລັກສະເພາະຂອງ ທຄຕລ
ແມ່ນໃຫ້ສະເໜີເງື່ອນມາໄດ້.
|
2.700 ແມັດ
|
- ເງື່ອນໄຂຂອງບໍລິສັດ, ຫ້າງຮ້ານຜູ້ສະໜອງທີ່ຈະຢືນຊອງປະມູນຕ້ອງປະກອບມີລາຍການດັ່ງນີ້:
- ບັນຈຸໃສ່ຊອງທີ່1 (ບໍ່ປິດຊອງ): ໃບທະບຽນວິສາຫະກິດ, ໃບຢັ້ງຢືນການມອບພັນທະອາກອນປີປະຈຸບັນ, ໃບຢັ້ງຢືນເປັນຕົວແທນຈຳໜ່າຍ ( ຖ້າມີ ). ກຳນົດການຢື່ນຊອງກ່ອນ 14:00 ໂມງຂອງ ວັນທີ 15/05/2020 ໃນໂມງລັດຖະການທີ່ ພະແນກຫ້ອງການບໍລິຫານ-ການເງິນ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສຳນັກງານໃຫຍ່ ທີ່ປ່ອງບໍລິການຂາເຂົ້າ-ຂາອອກ ຊັ້ນ 4 ອາຄານ C ແລະ ຄັດຕິດສິນຄ້າຕົວຢ່າງທີ່ຈະເຂົ້າຮ່ວມປະມູນມາພ້ອມ.
- ບັນບັນຈຸໃສ່ຊອງທີ່2 (ປິດຊອງ): ໃບສະເໜີລາຄາ (ຕ້ອງກໍານົດເປັນເງິນກີບລວມອາກອນ).
- ສະເໜີລາຄາເປັນສະກຸນເງິນກີບ ແລະ ລວມອາກອນມູນຄ່າເພີ່ມ(10%)
- ຮ້ານຜູ້ສະໜອງຕ້ອງຖືຊອງປະເມີນວາງເງິນຄໍ້າປະກັນການປະເມີນ 2% ຂອງມູນຄ່າທັງໝົດຕາມໃບປະເມີນລາຄາ, ຈາກບັນຊີເງິນຝາກ ຫຼື ໜັງສືຄໍ້າປະກັນຈາກທະນາຄານ ກຳນົດນຳໃຊ້ເຖິງ ວັນທ 29/05/20, ພາຍ
ຫລັງປະກາດຜົນ ທຄຕລ ຈະສົ່ງເງິນ ຫຼື ໜັງສືຄໍ້າປະກັນດັ່ງກ່າວຄືນ.
- ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ, ການຊຳລະແບ່ງຈ່າຍເປັນ 02 ງວດ ລຸ່ມນີ້:
- ງວດທີ1: ຊຳລະ 50% ຂອງມູນຄ່າພາຍຫລັງເຊັນສັນຍາທັງສອງຝ່າຍ ແລະ ສຳເລັດການຈົດທະບຽນສັນຍາຈາກພາກສ່ວນທີ່ກ່ຽວຂ້ອງ (ຄ່າທໍານຽມໃນການຈົດທະບຽນສັນຍາຄວາມຮັບຜິດຊອບຂອງຜູ້ສະໜອງ)..
- ງວດທີ2: ຊຳລະ 50% ຂອງມູນຄ່າສັນຍາທັງໝົດພາຍຫຼັງມອບຮັບເຄື່ອງເຂົ້າສາງຄົບຖ້ວນແລ້ວ, ພາຍໃນ10ວັນລັດຖະການ.
- ຮ້ານຜູ້ສະໜອງທີ່ຊະນະການປະມູນ ແມ່ນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຄ່າໃຊ້ຈ່າຍໃນການຈົດທະບຽນສັນຍາ, ຄ່າສິນເປື່ອງອື່ນໆ ແມ່ນເປັນຄວາມຮັບຜິດຊອບຂອງຮ້ານຜູ້ສະໜອງ.
- ໃນມື້ຢື່ນຊອງປະເມີນລາຄາສີ້ນ ແລະ ແພເສື້ອ ແມ່ນທາງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຈະໄດ້ແຈ້ງຕາມພາຍຫຼັງ.
- ລົບລ້າງໃບແຈ້ງເຊີນປະມູນສະບົບເລກທີ 036/ທຄຕລ 2020 ລົງວັນທີ 30/03/2020.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຢື່ນຊອງປະມູນໃນຄັ້ງນີ້.
ຜູ້ອຳນວຍການ
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ຕິດຕໍ່ພົວພັນ:
ຂະແໜງສະໜອງວັດຖຸເຕັກນິກ
021 213200 ຕໍ່ 414