ທຄຕລ ຮ່ວມສົ່ງແຮງໃຈ ສູ້ໄພ COVID-19 ມອບເງິນໃຫ້ແກ່ລັດຖະບານລາວ ມູນຄ່າ 500 ລ້ານ ກີບ
ຄະນະຜູ້ບໍລິຫານ ແລະ ພະນັກງານ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ ຫຼື BCEL) ປະກອບສ່ວນໃນຂະບວນການຮັກຊາດຕ້ານການລະບາດຂອງພະຍາດ COVID-19 ໂດຍການມອບເງິນໃຫ້ແກ່ລັດຖະບານລາວ ເພື່ອປະກອບສ່ວນນຳໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ຢູ່ໃນ ສປປ ລາວ ມູນຄ່າ 500 ລ້ານ ກີບ ອະນຸມັດໂດຍ ຄະນະຜູ້ບໍລິຫານ ທຄຕລ ເຊິ່ງໃຫ້ກຽດຕາງໜ້າມອບໂດຍ ທ່ານ ບົວວັນ ສີມະລີວົງ ຮອງຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ພ້ອມດ້ວຍຕາງໜ້າຄະນະບໍລິຫານງານສາມອົງການຈັດຕັ້ງມະຫາຊົນຂອງ ທຄຕລ ແລະ ຕາງໜ້າລັດຖະບານກ່າວຮັບໂດຍ ທ່ານ ຮສ. ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທັງເປັນຮອງຫົວໜ້າຄະນະສະເພາະກິດຕ້ານ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ພາຍໃຕ້ການເຂົ້າຮ່ວມຂອງພະນັກງານທີ່ກ່ຽວຂ້ອງ.
ພິທີມອບ-ຮັບເງິນດັ່ງກ່າວໄດ້ຈັດຂຶ້ນທີ່ສຳນັກງານນາຍົກລັດຖະມົນຕີໃນຕອນບ່າຍ ວັນທີ 4 ພຶດສະພາ 2020 ເຊິ່ງໄດ້ດໍາເນີນໄປຢ່າງອົບອຸ່ນ ໂອກາດດັ່ງກ່າວ ທ່ານ ຮສ. ດຣ ບຸນກອງ ສີຫາວົງ ກໍ່ໄດ້ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງຄະນະຜູ້ບໍລິຫານງານ ແລະ ພະນັກງານ ທຄຕລ ທີ່ຍາມໃດກໍ່ເຫັນໄດ້ຄວາມສໍາຄັນຂອງວຽກງານອັນລວມຂອງຊາດ ກໍ່ຄືຂອງປະຊາຊົນ, ໂດຍສະເພາະວຽກງານຕ້ານພະຍາດ COVID-19 ໃນໄລຍະນີ້ ແລະ ໄດ້ປະກອບສ່ວນຮ່ວມຂະບວນການຮັກຊາດຕະຫຼອດມາ.
ຜ່ານມາ ທຄຕລ ກໍ່ໄດ້ສົ່ງແຮງໃຈ ສູ້ໄພ COVID-19 ໂດຍການປະກອບສ່ວນໃນຂະບວນການຕ້ານການລະບາດຂອງພະຍາດ ດັ່ງກ່າວເຊັ່ນ: ໃນລະຫວ່າງວັນທີ 10-27 ເມສາ 2020 ທີ່ຜ່ານມາ 3 ອົງການຈັດຕັ້ງມະຫາຊົນ ທຄຕລ ກໍ່ໄດ້ລະດົມທຶນຂອງສະມາຊິກ ແລະ ພະນັກງານ ທຄຕລ ທົ່ວລະບົບ ຊື້ເຄື່ອງມືການແພດ ແລະ ວັດຖຸທີ່ຈໍາເປັນ ຊ່ວຍເຫຼືອ 6 ພາກສ່ວນ ເພື່ອຕ້ານການລະບາດຂອງພະຍາດ COVID-19 ມູນຄ່າ 145 ລ້ານກວ່າ ກີບ ພ້ອມນັ້ນ; ໄດ້ເປີດໂຄງການທີ່ອຳນວຍຄວາມສະດວກສໍາລັບລູກຄ້າຂອງ ທຄຕລ ທີ່ຢາກປະກອບສ່ວນສົມທົບທຶນ ຜ່ານ BCEL OneHeart ໂຄງການ “ລະດົມທຶນໃຫ້ການຊ່ວຍເຫຼືອເພື່ອຕ້ານໂລກລະບາດ COVID-19” ເຊິ່ງ ທຄຕລ ກໍ່ໄດ້ຕາງໜ້າຜູ້ບໍລິຈາກ ມອບ-ຮັບເງິນບໍລິຈາກຂອງສັງຄົມທີ່ລະດົມໄດ້ຜ່ານໂຄງການດັ່ງກ່າວ ໃຫ້ກັບ 7 ພາກສ່ວນ ໂດຍມອບເປັນວັດຖຸ ແລະ ເຄື່ອງມືການແພດທີ່ຈໍາເປັນ ມູນຄ່າ 130.600.000 ກີບ (ຄັ້ງທີ 1) ແລະ ຍັງຈະສືບຕໍ່ລະດົມທຶນຈາກພະນັກງານ ທຄຕລ ທົ່ວລະບົບ ເພື່ອຊ່ວຍເຫຼືອຕື່ມອີກ. ສໍາລັບລູກຄ້າຂອງ ທຄຕລ ທີ່ນໍາໃຊ້ BCEL One ຢາກປະກອບສ່ວນສົມທົບທຶນໃນໂຄງການ BCEL OneHeart “ລະດົມທຶນໃຫ້ການຊ່ວຍເຫຼືອເພື່ອຕ້ານໂລກລະບາດ COVID-19” ແມ່ນສາມາດຮ່ວມບໍລິຈາກໄດ້, ລາຍລະອຽດສາມາດເຂົ້າເບິ່ງໄດ້ຜ່ານລິ້ງນີ້: https://oneheart.la/projects/oneheartcovid19, ສໍາລັບພິທີການມອບ-ຮັບການຊ່ວຍເຫຼືອໃນແຕ່ລະຄັ້ງຂອງໂຄງການນັ້ນແມ່ນຈະແຈ້ງໃຫ້ສັງຄົມຮັບຊາບຜ່ານທາງສື່ຂອງ ທຄຕລ ເປັນແຕ່ລະໄລຍະ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
Call center: 1555, Facebook & Instagram: BCEL Bank, Website: www.bcel.com.la
ຂຽນຂ່າວໂດຍ: ນາງ ສຸກສາຄອນ ບຸນສະຫວັດທິພັນ
ພາບໂດຍ: ທ້າວ ວິໄລສັກ ພົນທະພອນ