ໜັງສືແຈ້ງເຊີນ
ເຖິງ: ບັນດາທ່ານຫົວໜ້າບໍລິສັດ, ຜູ້ສະໜອງ ທີ່ເປັນຕົວແທນຈຳໜ່າຍປະເພດເຄື່ອງຈັກ
ໃນນະຄອນຫຼວງວຽງຈັນ.
ເລື່ອງ: ເຊີນເຂົ້າຮ່ວມຍື່ນຊອງລາຄາ ເຄື່ອງຈັກນັບ-ຄັດໄຈ້-ກວດເງິນປອມ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍແຈ້ງເຊີນມາຍັງທ່ານ ຜູ້ສະໜອງເຄື່ອງຈັກ ຍື່ນຊອງປະມູນ ເຄື່ອງຈັກທີ່ສາມາດ: ນັບເງິນ-ຄັດໄຈ້ເງິນ-ກວດເງິນປອມໄດ້ຫຼາຍສະກຸນ ເພື່ອປະກອບເປັນເຄື່ອງມືຮັບໃຊ້ເຂົ້່າໃນວຽກງານວິຊາສະເພາະຂອງທະນາຄານ ຄື: ເຄື່ອງຈັກນັບ-ຄັດໄຈ້ເງິນລຸ້ນ 2 (1+1) ຊ່ອງ, 4 (3+1) ຊ່ອງ ແລະ 8 ຊ່ອງ ຕາມເງື່ອນໄຂດັ່ງລຸ່ມນີ້:
Ø ເອກະສານ ຊອງທີ 1 (ບໍ່ປິດຊອງ):
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດຈໍາໜ່າຍເຄື່ອງຈັກນັບເງິນ, ຕ້ອງມີວິຊາການ ກ່ຽວກັບເຄື່ອງຈັກດັ່ງກ່າວໂດຍສະເພາະ ແລະ ມີປະສົບການ ຢ່າງໜ້ອຍ 5 ປີຂຶ້ນໄປ (ສໍາເນົາໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປີລ່າສຸດ, ໃບຢັ້ງຢືນການເປັນຕົວແທນຈໍາໜ່າຍ).
- ຄວາມສາມາດຂອງຈັກ 2 ຊ່ອງ: ນັບເງິນ ກວດເງິນປອມ ໄຈ້ເງິນ ແລະ ລຽງໜ້າເງິນ; ກວດເງິນປອມໄດ້ ຢ່າງໜ້ອຍ 6 ສະກຸນເງິນ (LAK, USD, CNY, THB, EUR, GBP); ຄວາມໄວໃນການນັບຢ່າງໜ້ອຍ 650 ໃບ/ນາທີ; ຊ່ອງຮັບເງິນທີ່ນັບແລ້ວຢ່າງໜ້ອຍ 200 ໃບ, ມີຈໍນອກເສີມ.
- ຄວາມສາມາດຂອງຈັກ 4 ຊ່ອງ: ນັບເງິນ ກວດເງິນປອມ ລຽງໜ້າເງິນ ແລະ ຄັດແຍກເງິນເກົ່າ-ໃໝ່ ໄດ້; ສາມາດຄັດແຍກຕ່າງສະກຸນເງິນພ້ອມກັນໄດ້; ກວດເງິນປອມໄດ້ ຢ່າງໜ້ອຍ 6 ສະກຸນເງິນ (LAK, USD, CNY, THB, EUR, GBP); ຄວາມໄວໃນການນັບຢ່າງໜ້ອຍ 700 ໃບ/ນາທີ; ຊ່ອງຮັບເງິນທີ່ນັບແລ້ວຢ່າງໜ້ອຍ 2.000 ໃບ.
- ຄວາມສາມາດຂອງຈັກ 8 ຊ່ອງ: ນັບເງິນ ກວດເງິນປອມ ລຽງໜ້າເງິນ ແລະ ຄັດແຍກເງິນເກົ່າ-ໃໝ່ ໄດ້; ສາມາດຄັດແຍກຕ່າງສະກຸນເງິນພ້ອມກັນໄດ້; ກວດເງິນປອມໄດ້ ຢ່າງໜ້ອຍ 6 ສະກຸນເງິນ (LAK, USD, CNY, THB, EUR, GBP); ຄວາມໄວໃນການນັບຢ່າງໜ້ອຍ 700 ໃບ/ນາທີ; ຊ່ອງຮັບເງິນທີ່ນັບແລ້ວຢ່າງໜ້ອຍ 2.000 ໃບ.
- ລະບຸຍີ່ຫໍ້ ແລະ ຄຸນນະພາບບຂອງເຄື່ອງຈັກ ເຊັ່ນ: ຂະໜາດ, ຄຸນສົມບັດຂອງເຄື່ອງຈັກ, ການອັບເດດ Software, ການຝຶກອົບຮົມການໃຊ້ງານໃຫ້ພະນັກງານ ທຄຕລ, ລະບຸປີຜະລິດ-ປະເທດຜະລິດສິນຄ້າ, ກຳນົດເວລາສົ່ງເຄື່ອງ, ການຮັບປະກັນສິນຄ້າ, ການບຳລຸງຮັກສາ-ການບໍລິການຫຼັງການຂາຍ, ການຮັບປະກັນການເຄຼມຄືນ ໃນກໍລະນີທີ່ເງິນປອມສາມາດຜ່ານໄດ້ ແລະ ເງື່ອນໄຂອື່ນໆຢ່າງລະອຽດ.
- ບໍລິສັດໃດທີ່ມີເງື່ອນໄຂໃຫ້ຈ່າຍຜ່ອນ ຫຼື ເຊົ່າ ແມ່ນໃຫ້ລະບຸມາພ້ອມ.
- ກຳນົດຍື່ນຊອງ ແມ່ນວັນທີ 16/07/2020 ເວລາ 11:00 ໂມງ ທີ່ພະແນກຫ້ອງການບໍລິຫານ-ການເງິນ ສຳນັກງານໃຫຍ່ ທີ່ປ່ອງບໍລິການຂາເຂົ້າ-ຂາອອກ ຊັ້ນ 4 ອາຄານ C.
Ø ເອກະສານ ຊອງທີ 2 (ປິດຊອງ):
- ການສະເໜີລາຄາຕ້ອງເປັນສະກຸນເງິນກີບ ແລະ ລວມອາກອນມູນຄ່າເພີ່ມ 10%.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຕໍ່າສຸດ 2% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນທີ່ອອກໂດຍທະນາຄານພາຍໃນ (ວັນໝົດອາຍຸຂອງໜັງສືຄໍ້າປະກັນແມ່ນວັນທີ 15/08/2020) ຫຼື ແຊັກທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງກ່າວຄືນ.
- ກຳນົດຢື່ນຊອງລາຄາ ແມ່ນວັນທີ 24/07/2020 ເວລາ 14:00 ໂມງ ທີ່ຫ້ອງປະຊຸມຊັ້ນ 3 ອາຄານ C (ເປີດຊອງລາຄາຊ່ອງໜ້າກັບຄະນະກໍາມະການຂອງ ທຄຕລ).
ໝາຍເຫດ: ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ ຫຼື ບໍ່ຍື່ນເງິນຄໍ້າປະກັນການປະຕິບັດສັນຍາ ຜູ້ຊະນະການປະມູນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 2% ຂອງມູນຄ່າລວມທີ່ສະເໜີປະມູນ.
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຄ່າທຳນຽມໃນການຈົດທະບຽນສັນຍາ ແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງຜູ້ສະໜອງ.
- ການຊໍາລະແບ່ງຈ່າຍເປັນ 03 ງວດ ລຸ່ມນີ້:
* ງວດທີ 1: ຊໍາລະ 15% ຂອງມູນຄ່າ (ຈ່າຍລ່ວງໜ້າ) ຫຼັງຈາກເຊັນສັນຍາ ແລະ ຈົດທະບຽນສັນຍາແລ້ວ.
* ງວດທີ 2: ຊໍາລະ 75% ຂອງມູນຄ່າ ພາຍຫຼັງໄດ້ຮັບເຄື່ອງ ແລະ ຕິດຕັ້ງສໍາເລັດ.
* ງວດທີ 3: ຊໍາລະ 10% ຂອງມູນຄ່າ ພາຍຫຼັງຄົບກໍານົດການຄໍ້າປະກັນສິນຄ້າ (ຢ່າງໜ້ອຍ 01 ປີ).
ດັ່ງນັ້ນ, ຈຶ່ງແຈ້ງເຊີນມາຍັງທ່ານ ທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນລາຄາໃນຄັ້ງນີ້ດ້ວຍ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ຕິດຕໍ່ພົວພັນ:
ຂະແໜງສະໜອງວັດຖຸເຕັກນິກ:
213200 ຕໍ່ 414