ໜັງສືແຈ້ງເຊີນຍື່ນເອກກະສານເພື່ອຄັດເລືອກດ້ານຄຸນວຸດທິ
ເຖິງ : ບັນດາບໍລິສັດຮັບເໝົາກໍ່ສ້າງ, ສ້ອມແປງ ແລະ ຕົບແຕ່ງ.
ເລື່ອງ: ແຈ້ງເຊີນຍື່ນເອກກະສານສະເໜີຄຸນວຸດທິເພື່ອຄັດເລືອກບໍລິສັດຮັບເໝົາກໍ່ສ້າງ Data Center.
- ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍຖືເປັນກຽດແຈ້ງເຊີນມາຍັງບັນດາບໍລິສັດຮັບເໝົາກໍ່ສ້າງ, ສ້ອມແປງ ແລະ ຕົບແຕ່ງ ທີ່ມີຄວາມສົນໃຈ ສະເໜີຄຸນວຸດທິຂອງບໍລິສັດ ເພື່ອຄັດເລືອກເປັນບໍລິສັດຮັບເໝົາກໍ່ສ້າງ ສູນສຳຮອງຂໍ້ມູນຂອງ ທຄຕລ (Data Center) ຕັ້ງຢູ່ບ້ານໂພນປ່າເປົ້າ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ເຊິ່ງການຄັດເລືອກຈະດຳເນີນເປັນ 2 ຂັ້ນຕອນ: ຂັ້ນຕອນທີ 1 ຈະຄັດເລືອກດ້ານຄຸນວຸດທິ ຂອງບໍລິສັດທີ່ຄົບເງື່ອນໄຂ ແລະ ຂັ້ນຕອນທີ 2 ບໍລິສັດທີ່ໄດ້ຖືກຄັດເລືອກ ທຄຕລ ຈະແຈ້ງຍື່ນສະເໜີລາຄາປະມູນ ລາຍລະອຽດດັ່ງນີ້:
- ການຄັດເລືອກບໍລິສັດ ຈະດຳເນີນຕາມຂັ້ນຕອນການປະມູນເປີດກ້ວາງທີ່ໄດ້ກຳນົດໄວ້ຢູ່ໃນລະບຽບກໍ່ສ້າງ, ສ້ອມແປງ ແລະ ຕົບແຕ່ງ ທຄຕລ ສະບັບເລກທີ: 29/ທຄຕລ.2020, 12/6/2020.
- ບໍລິສັດທີ່ມີຄວາມສົນໃຈ ສາມາດພົວພັນເອົາເອກກະສານ ແລະ ລາຍລະອຽດການແຈ້ງເຊີນທີ່ພະແນກຫ້ອງການບໍລິຫານ-ການເງິນ ທຄຕລ ສຳນັກງານໃຫຍ່ (ຊັ້ນ 4 ຕຶກ C) ເລີ່ມວັນທີ 03/09/2020, ເວລາ 08:30 - 16:00 ລາຍລະອຽດເອກກະສານປະກອບມີດັ່ງນີ້:
ກ. ຈົດໝາຍເຊີນ ແລະ ເງື່ອນໄຂການປະກວດດ້ານຄຸນວຸດທິ.
ຂ. ຂໍ້ກຳນົດທົ່ວໄປ.
ຄ. ເອກກະສານເພີ່ມເຕີມ : Application Form, Preliminary Data, Confidential
Agreement.
- ບໍລິສັດຕ້ອງຍື່ນຊອງເອກກະສານສ່ວນທີ 1 ທີ່ພະແນກຫ້ອງການບໍລິຫານ-ການເງິນ (ຊັ້ນ 4 ຕຶກ C) ທຄຕລ ສຳນັກງານໃຫຍ່ ກ່ອນວັນທີ: 02/10/2020 ປິດຮັບເວລາ 16:00 ໂມງ ແລະ ຈະແຈ້ງຜົນການຄັດເລືອກບໍລິສັດພາຍໃນ 1 ເດືອນພາຍຫຼັງມື້ປິດຮັບ. ຖ້າວ່າບໍລິສັດຜ່ານການຄັດເລືອກດ້ານຄຸນວຸດທິແລ້ວ ແມ່ນ ທຄຕລ ແຈ້ງໃຫ້ຊື້ແບບ ແລະ ຊອງປະມູນສ່ວນທີ 2 ມູນຄ່າ 15.000.000 ກີບ/ຊຸດ ວິທີການຊໍາລະຈ່າຍເປັນເງິນສົດ ຫຼື ເປັນເງິນໂອນ.
- ບໍລິສັດທີ່ມີຄວາມຕ້ອງການຊື້ຊອງສ່ວນທີ 1 ຕ້ອງເປັນບໍລິສັດທີ່ມີໃບອະນຸຍາດດຳເນີນທຸລະກິດ, ໃບຢັ້ງ ຢືນການເສຍອາກອນປີປະຈຸບັນຖືກຕ້ອງຕາມລະບຽບກົດໝາຍທີ່ກ່ຽວຂ້ອງກັບການກໍ່ສ້າງ, ທຶນຈົດທະ ບຽນຢ່າງຕໍ່າ 3 ຕື້ກີບ ລາຍລະອຽດໄດ້ອະທິບາຍໃນເອກກະສານ TOR ດ້ານຄຸນວຸດທິບັນຈຸໃນຊອງ.
- ບໍລິສັດຕ້ອງມີຜົນງານການກໍ່ສ້າງອາຄານ Data center ຫຼືເຄີຍມີຜົນງານໃນລັກສະນະດຽວກັນກັບໂຄງ ການນີ້ມູນຄ່າບໍ່ໜ້ອຍກ່ວາ 30 ຕື້ກີບ ແລະ ວຽກກໍ່ສ້າງສຳເລັດບໍ່ເກີນ 5 ປີ ຕ້ອງນໍາເອກກະສານສັນຍາ ຫຼື ໜັງສືຮັບຮອງຜົນງານມາສະແດງ.
- ບໍລິສັດຕ້ອງມີຖານະການເງິນຍ້ອນຫຼັງ 3 ປີ ໂດຍສະແດງເຖິງຖານະການເງິນກຳໄລ-ຂາດທຶນ.
- ສາມາດສອບຖາມລາຍລະອຽດເພີ່ມເຕີມ ກ່ຽວກັບການປະກອບເອກກະສານ ແລະ ເຕັກນິກການກໍ່ສ້າງກ່ອນການຍື່ນຊອງຈາກວັນທີ 03/09/2020 - 02/10/2020 ໃນຊ່ວງເວລາ 8:30 - 11:30 ໂມງ --ແລະ 13:30 - 16:30 ໂມງ ທີ່ໝາຍເລກໂທລະສັບ 020 55522448, 020 77467722. ນອກຈາກເວລາດັ່ງກ່າວແລ້ວ ທຄຕລ ຈະຂໍສະຫງວນສິດໃນການຕອບຄໍາຖາມໃດໆ ທັງໝົດ.
ດັ່ງນັ້ນ ຈຶ່ງແຈ້ງເຊີນມາຍັງບັນດາ ບໍລິສັດ ເພື່ອຮັບຊາບ ແລະ ຕ້ອງການຍື່ນຊອງເອກກະສານທີ່ກ່າວມາຂ້າງເທິງນີ້.
ຜູ້ອຳນວຍການໃຫຍ່
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ