ສຳນັກງານໃຫຍ່ ເລກທີ 061/2020
ນະຄອນຫຼວງວຽງຈັນ, ວັນທີ 12/10/2020
ແຈ້ງການ
ເຖິງ: ບັນດາບໍລິສັດ, ໂຮງພິມ ພາກລັດ ແລະ ເອກະຊົນ ທີ່ໄດ້ຍື່ນເອກະສານປະມູນລາຄາຜະລິດປະຕິທິນ ປີ 2021.
ເລື່ອງ: ແຈ້ງການເລື່ອນເວລາໃນການເປີດຊອງປະມູນລາຄາຜະລິດປະຕິທິນ ປີ 2021.
ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ຂໍແຈ້ງມາຍັງບໍລິສັດ, ໂຮງພິມ ພາກລັດ ແລະ ເອກະຊົນ ໄດ້ຍື່ນເອກະສານມາປະມູນລາຄາຜະລິດປະຕິທິນ ປີ 2021 ຕາມໜັງສືແຈ້ງເຊີນລາຄາ ເລກທີ 075/ ທຄຕລ 2020 ລົງວັນທີ 25/09/2020 ຊາບວ່າ: ທາງ ທຄຕລ ຈະໄດ້ມີີການເປີດຊອງປະມູນລາຄາປະຕິທິນ ປີ 2021 ໃນວັນທີ 15/10/2020 ຈາກເວລາ 09:30 ໂມງ ມາເປັນ ວັນທີ 16/10/2020 ເວລາ 9:30 ໂມງ ທີ່ຫ້ອງປະຊຸມ ຊັ້ນ 3 ຕຶກ C. ດັ່ງນັ້ນ, ຈຶ່ງສະເໜີໃຫ້ບໍລິສັດ, ໂຮງພິມ ພາກລັດ ແລະ ເອກະຊົນ ກະກຽມເອກສະສານ ປະກອບມີ ໃບສະເໜີລາຄາ ແລະ ໜັງສືຄໍ້າປະກັນ 2% ເພື່ອເຂົ້າຮ່ວມປະມູນດ້ວຍ.
ດັ່ງນັ້ນ,ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບໃນການຈັດຕັ້ງປະຕິບັດ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ