ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ ແລະ ຫ້າງຮ້ານທີ່ຮັບເໜົາຜະລິດເຮືອນຂອງຕູ້ ATM ໃນນະຄອນຫຼວງວຽງຈັນ.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຍືນຊອງປະມູນລາຄາຕູ້ເຮືອນແດງເອທີເອັມ ທຄຕລ ຈຳນວນ 50 ຫລັງ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງມາຍັງທ່ານຊາບບັນດາບໍລິສັດ ແລະ ຫ້າງຮ້ານຮັບເໜົາຜະລິດເຮືອນຂອງຕູ້ ATM ເພື່ອມານໍາໃຊ້ເຂົ້າໃນວຽກງານວິຊາສະເພາະຂອງ ທະນາຄານ ຈຶ່ງໄດ້ແຈ້ງເຊີນມາຍັງທ່ານເພື່ອຍືນຊອງເຂົ້າຮ່ວມປະມູນ ດັ່ງມີລາຍລະອຽດຂ້າງລຸ່ມນີ້:
ລ.ດ |
ລາຍການ ແລະ ສະເປັກ |
ຈຳນວນ |
1. |
ເຮືອນຂອງຕູ້ ATM ຂະໜາດ 265h*150w*260d ທີ່ເຮັດດ້ວຍ: ເຫຼັກ, ເຄືອບສານກັນໝ້ຽງ, ສີສັນຕ່າງໆຕາມເຕັກນິກ ແລະ ຄວາມຕ້ອງການຂອງ ທຄຕລ ໂດຍມີລາຍລະອຽດຄື:
|
50 ຫຼັງ |
* ງວດທີ 1: ຊໍາລະ 90% ຂອງມູນຄ່າພາຍໃນເວລາ 30 ວັນ ຫຼັງຈາກທີ່ໄດ້ຮັບເຄື່ອງຖືກຕ້ອງຄົບຖ້ວນ.
* ງວດທີ 2: ຊໍາລະ 10% ຂອງມູນຄ່າ ພາຍຫຼັງຄົບກໍານົດການຄໍ້າປະກັນຄຸນະພາບສິນຄ້າ 1 ປີ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ປະທານຄະນະກຳມະການປະມູນ
ສອບຖາມລາຍລະອຽດເພີ່ມເຕີ່ມ bidcommittee@bcel.com.la
ຫຼືຕິດຕໍ່ ທ່ານ ພູວອນ ສໍອິນໄຊ: 020 59559889