ໜັງສືແຈ້ງເຊີນ
ເຖິງ: ທ່ານ ຜູ້ອຳນວຍການໂຮງພິມ ພາກລັດ ແລະ ເອກະຊົນ.
ເລື່ອງ: ແຈ້ງເຊີນສົ່ງໃບປະເມີນລາຄາ ແບບຟອມ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງມາຍັງບັນດາທ່ານຊາບວ່າ ທຄຕລ ຈະໄດ້ປະເມີນຄັດເລືອກຜູ້ສະໜອງ ແບບຟອມ ໃຫ້ ທຄຕລ, ລາຍລະອຽດຂອງລາຍການແບບຟອມຕ່າງໆ ແມ່ນຄັດຕິດມາດ້ານຫຼັງ, ຖ້າທ່ານໃດທີ່ມີຄວາມສົນໃຈເຂົ້າຮ່ວມ ເພື່ອສະໜອງ-ຜະລິດແບບຟອມໃຫ້ ທຄຕລ ແມ່ນສາມາດຍື່ນຊອງເຂົ້າຮ່ວມໄດ້ ແລະ ໃຫ້ປະກອບເອກະສານ ດັ່ງລຸ່ມນີ້:
Ø ຊອງທີ 1: (ບໍ່ປິດຊອງ)
Ø ຊອງທີ 2: (ປິດຊອງ)
ໝາຍເຫດ:
1) ກະລຸນາສົ່ງຊອງເອກະສານ ທີ 1 ແລະ ທີ 2 ໃຫ້ ພະແນກຫ້ອງການບໍລິຫານ-ການເງິນ ທຄຕລ ສໍານັກງານໃຫ່ຍ ທີ່ປ່ອງບໍລິການຂາເຂົ້າ-ຂາອອກ ຊັ້ນ 4C, ສາມາດສົ່ງເອກະສານໄດ້ໂມງລັດຖະການ, ກ່ອນການປິດຮັບຊອງເວລາ 11.00 ໂມງ ຂອງວັນທີ 20/11/2020.
2) ໂຮງພິມທີ່ຊະນະການປະມູນ ແມ່ນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຄ່າໃຊ້ຈ່າຍຈົດທະບຽນສັນຍາ ແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງໂຮງພິມ.
ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງທ່ານ ທີ່ສົນໃຈ ຮັບຊາບ ແລະ ຍື່ນຊອງເຂົ້າຮ່ວມການປະເມີນລາຄາໃນຄັ້ງນີ້ດ້ວຍ.
ປະທານຄະນະກຳມະການປະມູນ
ສອບຖາມລາຍລະອຽດເພີ່ມເຕີ່ມ: bidcommittee@bcel.com.la