ໜັງສືເຊີນເຂົ້າຮ່ວມປະມູນ
ເຖິງ : ບັນດາບໍລິສັດຮັບເໝົາຕິດຕັ້ງ ແລະ ຈຳໜ່າຍເຄື່ອງໄອທີ.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຍື່ນປະມູນ ລາຄາວຽກງານຕິດຕັ້ງສັນຍານເຕືອນໄພ ALARM.
- ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍຖືເປັນກຽດແຈ້ງເຊີນມາຍັງບັນດາບໍລິສັດຕິດຕັ້ງ ແລະ ຈຳໜ່າຍເຄື່ອງໄອທີ ເພື່ອຍື່ນຊອງສະເໜີລາຄາປະເມີນລາຄາວຽກງານຕິດຕັ້ງສັນຍານເຕືອນໄພ ALARM ໃຫ້ກັບໜ່ວຍບໍລິການນຳ້ຫງໍາ ສາຂາຊຽງຂວາງ, ສາຂາອຸດົມໄຊ, ສາຂາວັງວຽງ ແລະ ໜ່ວຍບໍລິການກາສີ ສາຂາວັງວຽງ ດັ່ງມີເນື້ອໃນລຸ່ມນີ້:
- ເງື່ອນໄຂການປະກອບເອກະສານການປະມູນດັ່ງນີ້:
ກ. ໃບທະບຽນວິສາຫະກິດ
ຂ. ໃບອະນຸຍາດດໍາເນີນທຸລະກິດປີ 2019 ຫຼື 2020
ຄ. ໃບຢັ້ງຢືນການເສຍອາກອນປີລ່າສຸດ ປີ2019)
ຊ. ໃບຢັ້ງຢືນຜົນງານ ແລະ ປະສົບການທິມງານທີ່ມີສີມືສະເພາະ
- ຊອງທີ 2: ໃບສະເໜີລາຄາລວມອາກອນຕ້ອງເປັນສະກຸນເງິນກີບທີ່ປະກອບສໍາເລັດແລ້ວ 1 ຊຸດ (ປິດຊອງ)
- ການຢື່ນຊອງ:
- ຍື່ນເອກະສານດ້ານເຕັກນິກ ແລະ ລາຄາຂອງບໍລີສັດ ມາຍັງ ທຄຕລ ພະແນກຫ້ອງການບໍລິຫານການເງິນ ໃນວັນທີ 21/12/2020 ແລະ ຈະປິດການຮັບຊອງເວລາ 09:00 ໂມງ ຂອງວັນດຽວກັນ.
- ບໍລິສັດ ສາມາດພົວພັນເອົາເອກະສານປະມູນ ເລີ່ມວັນທີ 30/11/2020, ເວລາ 08:30 - 16:30 ທີ່ ທຄຕລ ສໍານັກງານໃຫຍ່ ພະແນກຫ້ອງການບໍລິຫານ-ການເງິນ, ລາຍລະອຽດເອກກະສານປະກອບມີດັ່ງນີ້:
ກ. ໃບປະເມີນລາຄາ 1 ຊຸດ.
ຂ. ແບບການຕິດຕັ້ງ 1 ຊຸດ.
- ສາມາດສອບຖາມລາຍລະອຽດເພີ່ມເຕີມ ກ່ຽວກັບເຕັກນິກການຕິດຕັ້ງສັນຍານເຕືອນໄພ ALARM ຈາກວັນທີ 31/11/2020 – 18/12/2020 ໃນຊ່ວງເວລາ 8:30 - 11:30 ໂມງ --ແລະ 13:30 - 16:00 ໂມງ ທີ່ໝາຍເລກໂທລະສັບ 021 213200-414 ຫຼື , ນອກຈາກເວລາດັ່ງກ່າວແລ້ວ ທຄຕລ ຈະຂໍສະຫງວນສິດໃນການຕອບຄໍາຖາມໃດໆ ທັງໝົດ.
- ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ບໍ່ປະກອບເອກະສານຄົບຖ້ວນ ຫຼື ບໍ່ຖືກຕ້ອງຕາມການກຳນົດຂ້າງເທິງ.
- ການຊໍາລະແບ່ງຈ່າຍເປັນ 02 ງວດ ລຸ່ມນີ້:
- ງວດທີ1: ຊໍາລະ 90% ຂອງມູນຄ່າ ພາຍໃນ 25 ວັນລັດຖະການ ພາຍຫຼັງໄດ້ຕິດຕັ້ງສໍາເລັດ.
- ງວດທີ2: ຊໍາລະ 10% ຂອງມູນຄ່າ ພາຍຫຼັງຄົບກໍານົດການຄໍ້າປະກັນຄຸນະພາບສິນຄ້າ 06 ເດືອນ, ແຕ່ການຮັບປະກັນຄຸນນະພາບສິນຄ້າ ຕ້ອງແມ່ນຕາມໄລຍະເວລາຂອງສິນຄ້າດັ່ງກ່າວ ທີ່ຜູ້ສະໜອງແຈ້ງເບື້ອງຕົ້້ນ, ຖ້າຫາກຜູ້ສະໜອງເມີນເສີຍ ບໍ່ເຂົ້າມາສ້ອມແປງບຳລຸງຮັກສາ ແມ່ນ ທຄຕລ ຈະປັບໄໝ 20% ຂອງມູນຄ່າ.
ດັ່ງນັ້ນ ຈຶ່ງແຈ້ງເຊີນມາຍັງບັນດາ ບໍລິສັດ ເພື່ອຍື່ນຊອງສະເໜີລາຄາຕາມທີ່ກ່າວມາຂ້າງເທິງນັ້ນດ້ວຍ.
ປະທານຄະນະກຳມະການປະມູນ
ສອບຖາມລາຍລະອຽດເພີ່ມເຕີ່ມ: bidcommittee@bcel.com.la
ທ້າວ ເພັດສະໝອນ ແສງຕະກຸນ 020 77467722
ທ້າວ ສຸລິສັກ ສິນລາດຊະວົງ 020 23344556