ໜັງສືແຈ້ງເຊີນ
ເຖິງ: ທ່ານ ຜູ້ອຳນວຍການໂຮງງານ, ເຈົ້າຂອງທຸລະກິດ ແລະ ບັນດາຫ້າງຮ້ານຄ້າຕັດຫຍິບ.
ເລື່ອງ: ເຊີນທ່ານນຳສະເໜີແພເສື້ອແບບພະນັກງານຊາຍ-ຍິງ (ຊຸດສູດສາກົນ) ທຄຕລ ປະຈຳປີ 2022.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍຖືເປັນກຽດແຈ້ງເຊີນມາຍັງທ່ານ ທີ່ມີຄວາມສົນໃຈສະໜອງແພເສື້ອແບບພະນັກງານຊາຍ ແລະ ແພເສື້ອແບບພະນັກງານຍິງ (ຊຸດສູດສາກົນ) ແລະ ນໍາເອົາແພທີ່ມີຄູນະພາບຂອງຮ້ານທ່ານມານຳສະເໜີຕໍ່ຄະນະກຳມະການ ໃນວັນສຸກ ວັນທີ 19/02/2021 ເວລາ 9:30 ນາທີ ທີ່ຫ້ອງປະຊຸມ ຊັ້ນ3 ຕຶກ C ທຄຕລ ສຳນັກງານໃຫຍ່.
ດັ່ງນັ້ນ, ຈຶ່ງແຈ້ງເຊີນມາຍັງທ່ານ ເພື່ອເຂົ້າຮ່ວມໃນຄັ້ງນີ້ດ້ວຍ.
ຫົວໜ້າພະແນກຫ້ອງການບໍລິຫານ-ການເງິນ
ຜູ້ປະສານງານ:
ນ. ຈັນມາລີ ພິມວົງສາ 02055888876