ໜັງສືແຈ້ງເຊີນ
ເຖິງ: ບັນດາໂຮງພິມພາກລັດ ແລະ ເອກະຊົນ ຢູ່ໃນນະຄອນຫຼວງວຽງຈັນ.
ເລື່ອງ: ເຊີນເຂົ້າຮ່ວມການປະມູນລາຄາ ຜະລິດປະຕິທິນ ປະຈຳປີ 2022.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍແຈ້ງມາຍັງບັນດາໂຮງພິມພາກລັດ ແລະ ເອກະຊົນ ເພື່ອເຂົ້າຮ່ວມການປະມູນລາຄາປະຕິທິນ ທຄຕລ ປະຈຳປີ 2022 ຕາມລາຍລະອຽດລຸ່ມນີ້:
ລ/ດ
|
ລາຍການ
|
ຕົວຢ່າງພາບປະກອບ
|
ລາຍລະອຽດ
|
|
1
|
ປະຕິທິນແຂວນ ຝາ: ຈຳນວນ 60.000 ອັນ
|
|
- ຂະໜາດ: 45*70 ຊມ (2 ເດືອນ/ໜ້າ).
- ເຈ້ຍໜາ 200 ກຼາມ.
- ພິມ 4 ສີ: ພິມ 1 ໜ້າ/ໃບ, ທັງໝົດ 7 ໃບ/ຊຸດ ລວມໜ້າປົກ.
- ໃສ່ຢ່ວງດູກງູເຫຼັກເບົາ ຂະໜາດ 40 ຊມ (ສີດຳ).
- ພິມດ້ວຍເຄື່ອງພິມຄຸນນະພາບສູງ.
- ການຫຸ້ມຫໍ່ປະຕິທິນ: ຖົງຢາງໃສ.
- 50 ອັນ/ແກັດ
|
|
2
|
ປະຕິທິນຕັ້ງໂຕະ: ຈຳນວນ 40.000 ອັນ
|
|
- ຂະໜາດ: 18*15 cm (2 ເດືອນ/ໜ້າ)
- ເຈ້ຍໜາ 210 ແກຼມ.
- ພິມ 4 ສີ: ພິມ 2 ໜ້າ/ໃບ, ທັງໝົດ 7 ໃບ/ຊຸດ ລວມໜ້າປົກ.
- ໃສ່ຢ່ວງດູກງູເຫຼັກເບົາເຕັມຫົວ (ສີຂາວ).
- ການຫຸ້ມຫໍ່ປະຕິທິນ: ຊອງເຈ້ຍສີຂາວ.
- 100 ອັນ/ແກັດ.
|
|
3
|
ໜ້າວຽກເພີ່ມເຕີມ: ຜູ້ສະໜອງຕ້ອງຮັບຜິດຊອບຄ່າອອກແບບປະຕິທິນ, ແຕ່ງໜ້ານາງແບບທັງໝົດ 6 ທ່ານ, ຊຸດເຄື່ອງນຸ່ງແນວແຟຊັ່ນ ໂດຍເນັ້ນການໂຄສະນາຜະລິດຕະພັນທີ່ແຕກຕ່າງກັນທັງ 6 ໜ້າປະຕິທິນ, ລວມທັງເອົາແບບຢ່າງປະຕິທິນໄປຜ່ານກະຊວງຖະແຫຼ່ງຂ່າວ-ວັດທະນະທຳ.
- ອາດເວີກຂອງປະຕິທິນຕັ້ງໂຕະ ແລະ ແຂວນຝາ ແມ່ນຮູບພາບດຽວກັນ.
|
- ເອກະສານຊອງທີ 1 (ບໍ່ປິດຊອງ):
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດກ່ຽວກັບສິ່ງພິມ (ໂຮງພິມພາຍໃນ) ແລະ ດຳເນີນ
ທຸລະກິດຢ່າງໜ້ອຍ 3 ປີຂຶ້ນໄປ ແລະ ໃຫ້ສໍາເນົາໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນຢ່າງໜ້ອຍ ປີ 2019 ແລະ ເອກະ ສານກ່ຽວກັບຜົນງານການຜະລິດປະຕິທິນ ຜ່ານມາ.
- ກຳນົດລາຍລະອຽດສິນຄ້າຕາມສະເປັກຂ້າງເທິງ ພ້ອມທັງລະບຸເວລາການຈັດສົ່ງ.
- ກຳນົດຍື່ນຊອງ ກ່ອນວັນພະຫັດ, ວັນທີ 05/08/2021 ເວລາ 11:00 ໂມງ ທີ່ພະແນກຫ້ອງການບໍລິຫານ-ການເງິນ ສໍານັກງານໃຫຍ່, ປ່ອງບໍລິການຂາເຂົ້າ-ຂາອອກ ຊັ້ນ 4 ຕຶກ C.
- ບໍລິສັດທີ່ສົນໃຈເຂົ້າຮ່ວມປະມູນຕ້ອງເຂົ້າມານຳສະເໜີການອອກແບບຂອງຕົນ ໃນວັນສຸກ, ທີ 06/08/2021.
- ເອກະສານຊອງທີ 2 (ປິດຊອງ):
- ໃບສະເໜີລາຄາໃຫ້ລະບຸເປັນສະກຸນເງິນກີບ, ລາຄາຫົວໜ່ວຍແຕ່ລະລາຍການ ແລະ ລວມອາກອນມູນຄ່າເພີ່ມໃຫ້ຄົບຖ້ວນ.
- ວັນສຸກ, ທີ 20/08/2021 ເວລາ 9:30 ໂມງ ແມ່ນມື້ເປີດຊອງປະມູນ, ສະນັ້ນ ບໍລິສັດ/ຮ້ານຕົວແທນຈໍາໜ່າຍ ຈະຕ້ອງຖືຊອງລາຄາມາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ຫ້ອງປະຊຸມຊັ້ນ 3 ຕຶກ C.
- ບໍລິສັດຜູ້ສະໜອງຕ້ອງກໍານົດສະເປັກ ພ້ອມທັງລະບຸເງື່ອນໄຂຕ່າງໆ ມາໃຫ້ຄົບຖ້ວນ ແລະ ໃຫ້ກົງກັບຄວາມຕ້ອງການໃນຕາຕະລາງຂ້າງເທິງນັ້ນ.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຕໍ່າສຸດ 2% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນທີ່ອອກໂດຍທະນາຄານພາຍໃນ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງ ວັນທີ 20/09/2021) ຫຼື ແຊັກທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງກ່າວຄືນ.
ໝາຍເຫດ: ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງຕາມການກຳນົດຂ້າງເທິງ.
- ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ ຫຼື ບໍ່ຍື່ນເງິນຄໍ້າປະກັນການປະຕິບັດສັນຍາ ຜູ້ຊະນະການປະມູນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 2% ຂອງມູນຄ່າລວມທີ່ສະເໜີປະມູນ.
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຄ່າທຳນຽມໃນການຈົດທະບຽນສັນຍາ ແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງຜູ້ສະໜອງ.
- ການຊໍາລະແບ່ງຈ່າຍເປັນ 02 ງວດ ລຸ່ມນີ້:
* ງວດທີ 1: ຊໍາລະ 15% ຂອງມູນຄ່າ ພາຍຫຼັງທີ່ເຊັນສັນຍາ ແລະ ຈົດທະບຽນສານເປັນທີ່ຮຽບຮ້ອຍແລ້ວ.
* ງວດທີ 2: ຊໍາລະ 85% ຂອງມູນຄ່າ ພາຍຫຼັງສົ່ງເຄື່ອງຄົບຕາມຈໍານວນ ແລະ ກວດກາຄວາມຖືກຕ້ອງຈາກຄະນະກຳມະການຂອງ ທຄຕລ ພາຍໃນ 30 ວັນລັດຖະການ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ຜູ້ອໍານວຍການ
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ລາຍລະອຽດເພີ່ມເຕີ່ມ:
ພະແນກການຕະຫຼາດ: 29965636, 28888152
ພະແນກຫ້ອງການການ: 021 213200 ຕໍ່ 414