ຊົມເຊີຍຜົນສໍາເລັດ
BCEL ເປີດໂຕການນໍາໃຊ້ລະບົບໂປຼແກຼມ HBS (Core Banking ໃໝ່)
ຄັ້ງທໍາອິດໃນ ສປປ ລາວ ຢ່າງເປັນທາງການ
ຄັ້ງທໍາອິດໃນ ສປປ ລາວ ທີ່ນໍາໃຊ້ລະບົບໂປຼແກຼມ Core Banking HBS ເຂົ້າຮັບໃຊ້ວຽກງານ ການເງິນ-ການທະນາຄານໂດຍ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ ຫຼື BCEL), ເຊິ່ງໄດ້ຈັດພິທີການເປີດໂຕຢ່າງເປັນທາງການ ໃນຕອນເຊົ້າຂອງ ວັນສຸກ ວັນທີ 06 ສິງຫາ 2021 ທີ່ ອາຄານ ທຄຕລ ສໍານັກງານໃຫຍ່ ໂດຍພິທີດັ່ງກ່າວໄດ້ຈັດຜ່ານທາງລະບົບອອນລາຍ ໂປຼແກຼມ ZOOM, ເປັນກຽດເຂົ້າຮ່ວມໂດຍ ທ່ານ Terry LIANG ປະທານຜູ້ບໍລິຫານ ບໍລິສັດ ໄຮຊັນ ຟິນເທັກ ໂກຼໂບ (HSG) ແລະ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອໍານວຍການ BCEL, ພ້ອມດ້ວຍແຂກຈາກ ທະນາຄານແຫ່ງ ສປປ ລາວ ກົມໄອທີ ແລະ ກົມຄຸ້ມຄອງທະນາຄານທຸລະກິດ, ທ່ານ Winman KWOK Waikwan- Project Director ບໍລິສັດ ໄຮຊັນ ຟິນເທັກ ໂກຼໂບ (HSG) ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງທັງສອງຝ່າຍກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ;
ຜົນສໍາເລັດດັ່ງກ່າວເປັນໝາກຜົນຂອງການຮ່ວມມືລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ ຫຼື BCEL) ແລະ ບໍລິສັດ ໄຮຊັນ ຟິນເທັກ ໂກຼໂບ (HSG), ໂດຍທັງສອງຝ່າຍໄດ້ເລີ່ມດຳເນີນ ຢ່າງເປັນທາງການ ໃນໄລຍະ ທ້າຍປີ 2019 ເປັນຕົ້ນມາ, ໃນໄລຍະທີ່ຜ່ານມາທັງສອງຝ່າຍກໍໄດ້ສຸມໃສ່ຄົ້ນຄວ້າພັດທະນາຢ່າງຕັ້ງໜ້າເພື່ອໃຫ້ລະບົບມີຄວາມສົມບູນ ແລະ ສອດຄ່ອງກັບການນໍາໃຊ້ຕົວຈິງທີ່ສຸດ ຈົນມາຮອດທ້າຍເດືອນ ເມສາ 2021 ເຫັນວ່າລະບົບມີຄວາມ ພ້ອມແລ້ວ ທຄຕລ ຈຶ່ງໄດ້ເລີ່ມນຳໃຊ້ລະບົບໂປຼແກຼມ Core Banking HBS ຢ່າງເປັນທາງການ (Go-Live ລະບົບ), ປະຈຸບັນ ລະບົບໂປຼແກຼມ Core Banking HBS ແມ່ນມີຄວາມພ້ອມໃນການນໍາໃຊ້ ແລະ ສາມາດຮອງຮັບ ຄວາມຕ້ອງການ ຂອງການບໍລິການໄດ້ຫຼາກຫຼາຍ ເຊິ່ງແທດເໝາະກັບຍຸກປະຈຸບັນທີ່ມີຄວາມທັນສະໄໝໃນຮູບແບບການບໍລິການທາງດ້ານການເງິນ (FinTech);
ລະບົບໂປຼແກຼມ Core Banking HBS ເປັນລະບົບໃໝ່ ທີ່ມີຄວາມທັນສະໄໝໃນການນໍາໃຊ້ ສາມາດຮອງຮັບໄດ້ຫຼາກຫຼາຍຜະລິດຕະພັນ, ມີຄວາມປອດໄພ ແລະ ມີປະສິດທິພາບສູງ ໄດ້ມາດຕະຖານສາກົນ. ນອກຈາກນັ້ນ; ລະບົບດັ່ງກ່າວ ແມ່ນຈະຊ່ວຍສະໜັບສະໜູນໃຫ້ ທຄຕລ ຫັນເປັນ Digital Banking ຢ່າງເຕັມຮູບແບບເພື່ອນໍາມາເຊິ່ງແນວຄິດດ້ານນະວັດຕະກໍາທາງການເງິນທີ່ຊ່ວຍສ້າງຜະລິດຕະພັນ ແລະ ການບໍລິການໃຫ້ຕອບໂຈດ ຄວາມຕ້ອງການຂອງລູກຄ້າໃນ ການໃຊ້ຊີວິດປະຈໍາວັນ ແລະ ມອບປະສົບການທີ່ດີໃຫ້ກັບລູກຄ້າທີ່ເໜືອຄວາມຄາດໝາຍ ດ້ວຍຊ່ອງທາງດີຈິຕອລທີ່ລໍ້າສະໄໝ ພາຍໃຕ້ຄໍາຂວັນ “ທັນສະໄໝ ວ່ອງໄວ ໝັ້ນໃຈ” ເຊິ່ງຖືເປັນໜຶ່ງໃນຍຸດທະສາດ ຂອງ BCEL ຄື: "ຍຸດທະສາດຫັນເປັນທັນສະໄໝໂດຍນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ໆໃນການດຳເນີນທຸລະກິດກ້າວສູ່ຍຸກເສດຖະກິດດີຈີຕອລ;
“ໃນການປ່ຽນຖ່າຍລະບົບໂປຼແກຼມ HBS (Core Banking ໃໝ່) ໃນຄັ້ງນີ້, ຂ້າພະເຈົ້າເຊື່ອໝັ້ນວ່າ BCEL ພວກເຮົາພ້ອມດ້ວຍພື້ນຖານອັນເຂັ້ມແຂງຈະສາມາດຂັບເຄື່ອນເພີ່ມການຂະຫຍາຍຜະລິດຕະພັນໃໝ່ ແລະ ການບໍລິການຮູບແບບ ໃໝ່ທີ່ຕອບສະໜອງຄວາມຕ້ອງການຂອງສັງຄົມໃນປະຈຸບັນກໍຄືອະນາຄົດ. ພວກເຮົາເຊື່ອໝັ້ນໃນສະກາຍຍະພາບຂອງລະບົບ ໂປຼແກຼມ Core Banking HBS ແມ່ນສາມາດເພີ່ມມູນຄ່າໃຫ້ກັບຜະລິດຕະພັນເອເລັກໂທຼນິກແບັງຄິງນັ້ນກໍ່ຄື ການບໍລິການເທິງມືຖື ຫຼື BECL ONE ຂອງພວກເຮົາທີ່ມີຄວາມເໜືອນກວ່າທາງດ້ານການແຂ່ງຂັນໃນຕະຫຼາດປະຈຸບັນ” ກ່າວໂດຍ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອໍານວຍການ BCEL
“ພວກເຮົາພ້ອມແລ້ວທີ່ຈະໃຫ້ການສະໜັບສະໝູນການບໍລິການແກ່ທາງ ທຄຕລ ເຊິ່ງມັນເປັນຂີດໝາຍໃນການເປັນຄູ່ຮ່ວມໃນໄລຍະຍາວ ແລະ ເຊື່ອໝັ້ນວ່າ ລະບົບທີ່ທາງພວກເຮົາສະໜອງໃຫ້ນັ້ນ ເປັນລະບົບທີ່ທັນສະໄໝທີ່ສຸດ ແລະ ສອດຄ່ອງກັບສະພາບການປ່ຽນແປງທາງດ້ານການເງິນໃນຍຸກສະໄໝ Digital ນີ້ຫຼາຍທີ່ສຸດ” ກ່າວໂດຍ ທ່ານ Terry LIANG ປະທານຜູ້ບໍລິຫານ ບໍລິສັດ ໄຮຊັນ ຟິນເທັກ ໂກຼໂບ (HSG)
ໃນຕໍ່ໜ້າ ທຄຕລ ຈະສືບຕໍ່ພັດທະນາລະບົບການບໍລິການ ລວມໄປເຖິງຜະລິດຕະພັນຕ່າງໆ ຢ່າງບໍ່ຢຸດຢັ້ງເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງລູກຄ້າຜູ້ໃຊ້ບໍລິການ ໂດຍທຸກຜະລິດຕະພັນ ແລະ ການບໍລິການແມ່ນເນັ້ນໃສ່ຄວາມ ທັນສະໄໝ, ສະດວກສະບາຍ, ມີຄວາມປອດໄພ ສາມາດກວດສອບໄດ້ ແລະ ໄດ້ມາດຕະຖານສາກົນ ເພື່ອຕອບສະໜອງຄວາມຕ້ອງການລູກຄ້າບົນພື້ນຖານຄວາມຮັບຜິດຊອບສູງຕໍ່ສັງຄົມກໍຄືລູກຄ້າຜູ້ທີ່ໃຊ້ບໍລິການ ທຄຕລ.