ໝັ້ນໃຈໃນການບໍລິການ
BCEL ໄດ້ຮັບໃບຢັ້ງຢືນມາດຕະຖານສາກົນ ISO 9001:2015
ດ້ານການບໍລິການຄຸນນະພາບ (The Provision Of Banking Services)
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ໄດ້ຮັບໃບຢັ້ງຢືນມາດຕະຖານສາກົນ ISO 9001:2015 ດ້ານການບໍລິການຄຸນນະພາບ (The Provision Of Banking Services), BCEL ໄດ້ຖືກຮັບຮອງລະບົບມາດຕະຖານສາກົນ ISO 9001: 2008 ດ້ານການບໍລິການຄຸນນະພາບ (The Provision Of Banking Services) ນັບແຕ່ປີ 2011 ເປັນຕົ້ນມາ ແລະ ໃນປີນີ້ແມ່ນໄດ້ຮັບການຮອງຮັບມາດຕະຖານ ISO 9001:2015 ເຊິ່ງເປັນເວີຊັ້ນ (Version) ລ່າສຸດທີ່ສາກົນນໍາໃຊ້ໃນປະຈຸບັນ ໂດຍ BCEL ໄດ້ຮອງຮັບເວີຊັ້ນນີ້ມາແຕ່ ປີ 2017 ຈົນເຖິງ ປະຈຸບັນ, ໂດຍໄດ້ຮັບການກວດສອບ ແລະ ຮັບຮອງໂດຍ ບໍລິສັດ SGS (Thailand) ການໄດ້ຮັບໃບຢັ້ງຢືນດັ່ງກ່າວເປັນການກາລັນຕີ ດ້ານຄຸນະພາບ ແລະ ການບໍລິການຂອງ ທຄຕລ ເພື່ອໃຫ້ລູກຄ້າກໍຄືສັງຄົມໃຫ້ມີຄວາມເຊື່ອໝັ້ນຕໍ່ກັບການໃຊ້ບໍລິການ.
ປະຈຸບັນ BCEL ມີຕາໜ່າງການໃຫ້ບໍລິການໃນຂອບເຂດທົ່ວປະເທດ ປະກອບມີ 20 ສາຂາ, 98 ໜ່ວຍບໍລິການ ແລະ 12 ຫ້ອງແລກປ່ຽນ ທີ່ສາມາດຮອງຮັບການໃຫ້ບໍລິການລູກຄ້າໄດ້ທຸກຂົງເຂດທົ່ວປະເທດ ແລະ BCEL ເປັນຜູ້ນໍາດ້ານການໃຫ້ບໍລິການເຄື່ອງມືເອເລັກໂທຣນິກ ທາງດ້ານການເງິນ-ການທະນາຄານ ທີ່ມີຄວາມທັນສະໄໝ ໂປ່ງໃສ ກວດສອບໄດ້ ສາມາດຕອບໂຈດຄວາມຕ້ອງການໃຊ້ບໍລິການຂອງລູກຄ້າໄດ້ຫຼາຍທີ່ສຸດ ໂດຍມຸ່ງເນັ້ນເຖິງຄວາມວ່ອງໄວ ສະດວກສະບາຍ ໄດ້ມາດຕະຖານສາກົນ ແລະ ການໄດ້ຮັບໃບຢັ້ງຢືນລະບົບມາດຕະຖານ ISO 9001:2015 ດ້ານການບໍລິການຄຸນະພາບ (The Provision Of Banking Services) ໃນຄັ້ງນີ້ ຖືເປັນໝາກຜົນແຫ່ງຄວາມສໍາເລັດອັນໜຶ່ງ ທີ່ເກີດຈາກຄວາມຕັ້ງໃຈ ແລະ ເອົາໃຈໃສ່ ຂອງຄະນະຜູ້ບໍລິຫານ ຕະຫຼອດຮອດພະນັກງານທຸກໆຄົນທີ່ໄດ້ສຸມໃສ່ພັດທະນາ ທຸ້ມເທທັງແຮງກາຍແຮງໃຈ ຈົນໄດ້ມາແຫ່ງຄວາມສໍາເລັດໃນຄັ້ງນີ້.
ໃນຕໍ່ໜ້າ BCEL ຍັງຄົງສືບຕໍ່ ມຸ້ງໝັ້ນພັດທະນາລະບົບການບໍລິການ ລວມໄປເຖິງຜະລິດຕະພັນຕ່າງໆ ຢ່າງບໍ່ຢຸດຢັ້ງເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງລູກຄ້າຜູ້ໃຊ້ບໍລິການ ໂດຍທຸກຜະລິດຕະພັນ ແລະ ການບໍລິການແມ່ນເນັ້ນໃສ່ຄວາມທັນສະໄໝ, ສະດວກສະບາຍ, ມີຄວາມປອດໄພ ສາມາດກວດສອບໄດ້ ແລະ ໄດ້ມາດຕະຖານສາກົນ ເພື່ອຕອບສະໜອງຄວາມຕ້ອງການລູກຄ້າບົນພື້ນຖານຄວາມຮັບຜິດຊອບສູງຕໍ່ສັງຄົມກໍຄືລູກຄ້າຜູ້ທີ່ໃຊ້ບໍລິການ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ