ຂ່າວສານ ສະໝັກວຽກ ແບບຟອມຕ່າງໆ ກິດຈະກໍາ & ໂປຼໂມຊັນ ຂາຍດິນ ແລະ ເຮືອນ ອີເມວ EN

ຄຳຂວັນ ແລະ ເຄື່ອງໝາຍການຄ້າ


logobcel

ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ

ສິແດງ

ເປັນສີເອກະລັກຂອງທະນາຄານ (ສິຫຼັກ) ທຸງຊາດ ມີຄວາມໝາຍວ່າຄວາມເຂັ້ມແຂງ, ການພັດທະນາສູ່ຄວາມກ້າວໜ້າ ແລະໄຊຊະນະ

ສິຟ້າ

ໝາຍເຖິງ ຄວາມອຸດົມສົມບູນ, ຜົນປະໂຫຍດສູງສຸດຂອງການຄ້າ ແລະຜູ້ລົງທຶນ

ສີເຫຼືອງ ແລະ ຮູບດອກຄູນ

ໝາຍເຖິງ ຄວາມເປັນສິຣິມຸງຄຸນ, ຄໍ້າຄູນ, ຮັ່ງມີເງີນຄໍາ ແລະ ຄວາມຈະເລີນຮຸ່ງເຮືອງ

(ໝາຍເຫດ: ກີບຂອງດອກຄູນທັງສີ່ ຕ້ອງມີສີເຫຼືອງເຕັມ ບໍ່ມີຊ່ອງຫວ່າງຫຼືປ່ອງ)

ສີຂາວ

ໝາຍເຖິງ ຄວາມບໍລິສຸດຜຸດຜ່ອງ, ຮັບໃຊ້ດ້ວຍຄວາມຈິງໃຈ ແລະ ໂປ່ງໃສ.

ທຄຕລ

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ

BCEL

BANQUE POUR LE COMMERCE EXTERIEUR LAO PUBLIC

ຂອບວົງມົນ

ໝາຍເຖິງ ຄວາມໝັ້ນຄົງ ແລະ ຄວາມສາມັກຄີເປັນປືກແຜ່ນກົມກຽວ ປຽບດັ່ງໜ່ວຍໂລກທີ່ໝູນປີ່ນຊົ່ວນີລັນ.

 

ຄໍາຂວັນ ຂອງ ທຄຕລ:   "ທັນສະໄໝ ວ່ອງໄວ ໝັ້ນໃຈ"

 

ຄໍາຂວັນ

ນິຍາມ ແລະ ຄວາມໝາຍ

ທັນສະໄໝ

ໝາຍເຖິງ ການນໍາໜ້າທາງດ້ານເຕັກໂນໂລຊີ, ເຄື່ອງມືຮັບໃຊ້ ແລະ ບຸກຄະລາກອນທີ່ພັດທະນາຢ່າງຮອບດ້ານ

ວ່ອງໄວ

ໝາຍເຖິງ ການບໍລິການທີ່ສະດວກສະບາຍ, ວ່ອງໄວ, ຖືກຕ້ອງ ແລະ ຈະແຈ້ງໃນຮຸບແບບການບໍລິການປະຕຸດຽວ

ໝັ້ນໃຈ

ໝາຍເຖິງ ຄວາມເຂັ້ມແຂງ, ມີຊື່ສຽງ, ຖານະການເງິນໝັ້ນຄົງ, ໄດ້ຮັບຄວາມເຊື່ອຖືຈາກສັງຄົມ ທັງພາຍໃນ ແລະ ຕ່າງປະເທດ

ປະຕິທິນ ທຄຕລ 2024