ຂ່າວສານ ສະໝັກວຽກ ແບບຟອມຕ່າງໆ ກິດຈະກໍາ & ໂປຼໂມຊັນ ຂາຍດິນ ແລະ ເຮືອນ ອີເມວ EN

ສໍານັກງານໃຫຍ່


    ພະແນກບໍລິການລູກຄ້າ ລາຍໃຫຍ່ເປັນພະແນກໜື່ງ ທີ່ຜູ້ບໍລິຫານລະດັບສູງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຮ່ວມກັນອອກແບບ ສ້າງຕັ້ງຂື້ນມາ ຍົກສູງສາຍພົວພັນທີ່ດີ ກັບລູກຄ້າ ແລະ ເພືອລວມສູນການບໍລິການດ້ານການ ທະນາຄານ ທຸກຍ່າງໄວ້ໃນຈຸດດຽວ ແນ່ໃສ່ ເພື່ອສ້າງຄວາມສະດວກສະບາຍ ແລະ ຄວາມປະທັບໃຈໃຫ້ ແກ່ລູກຄ້າ ທຸກກຸ່ມ ເຊັ່ນ: ລູກຄ້າທີ່ເປັນບໍລະສັດ ຂະໜາດໃຫຍ່, ຂະໜາດກາງ ແລະ ຂະໜາດນ້ອຍ ທີ່ມີຄວາມໝັ້ນຄົງສູງ ໂດຍພວກ ເຮົາມີ ທີມງານ ທີ່ເປັນມືອາຊີບ ມີປະສົບການດ້ານການເງິນ, ການທະນາຄານ ມາຍາວນານກວ່າ 20ປີ ໄວ້ຄອຍບໍລິການທ່ານ.

  • ພວກເຮົາຈະຊ່ວຍທ່ານໃນການ
  • - ໃຫ້ຄຳປຶກສາດ້ານການລົງທຶນ ແລະ ຂະຫຍາຍທຸລະກິດ
  • - ຊ່ວຍວິເຄາະເຖິງຄວາມເປັນໄປໄດ້ໃນການລົງທຶນ
  • - ຊອກຫາແຫລ່ງທຶນເພື່ອລົງທຶນ
  • - ໃຫ້ຄຳປຶກສາ ດ້ານການປະກອບເອກະສານ ທີ່ຕິດພັນກັບທຸລະກິດ ຂອງທ່ານ
  • - ສະໜອງຂໍ້ມູນດ້ານຜະລິດຕະພັນ ແລະບໍລີການຂອງທະນາຄານ
  • ສົນໃຈເຊີນ ຕິດຕໍ່ :
  • ຊັ້ນ 2 ແລະ 3 ຕຶກ ເອ (A) ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
  • ເລກທີ 01, ຖະໜົນ: ປາງຄຳ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ
  • ຫລື ພົວພັນຫາ
    ປະຕິທິນ ທຄຕລ 2024