[ບໍລິການບັດ ຮ່ວມພິເສດ Co-Brand Card

ຄຸນລັກສະນະ

  • ບັດເຄຼດິດຮ່ວມພິເສດ ຫຼື BCEL Co-Brand Credit Cards  ແມ່ນບັດເຄຼດິດຢູນຽນເພ (UnionPay Credit Cards) ພາຍໃຕ້ການຮ່ວມມືລະຫວ່າງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ລັດວິສະຫະກິດການບິນລາວ ແລະ ຢູນຽນເພ. ເປັນບັດ chip ຕາມມາດຕະຖານສາກົນເຊິ່ງມີຄວາມປອດໄພສູງສາມາດນໍາໃຊ້ ເພື່ອຖອນເງິນສົດ ຫຼື ໃຊ້ຊໍາລະຄ່າສິນຄ້າ ຫຼື ການບໍລິການຕ່າງໆຕາມຄຸນລັກສະນະຂອງແຕ່ລະຊະນິດ ແລະ ແຕ່ລະປະເພດຂອງບັດ. 
  • ບັດ BCEL Co-Brand ລວມມີ 3 ປະເພດບັດຄື: ບັດແພັດຕິນໍາ (BCEL Co-brand Platinum), ບັດຄໍາ (BCEL Co-brand Gold Sky) ທີ່ມີ 2 ທາງເລືອກຄື ແບບມີປະກັນໄພ ແລະ ແບບບໍ່ມີປະກັນໄພ ແລະ ບັດຄລາດສິກ (BCEL Co-brand Silver Cloud). ສາມາດສະໝັກບັດເສີມໄດ້ສູງສຸດ 2 ບັດ
  • ບັດເຄຼດິດຄືບັດແທນເງິນສົດລ່ວງໜ້າ ຫຼື ເປັນບັດສິນເຊື່ອ ທີ່ສະມາຊິກບັດຈະໄດ້ຮັບວົງເງິນສິນເຊື່ອຈາກທະນາຄານໂດຍອີງຕາມລະບຽບທີ່ວາງອອກ. ບັດດັ່ງກ່າວສາມາດໃຊ້ຊໍາລະຄ່າສິນຄ້າ ຫຼື ບໍລິການຕ່າງໆ ຫຼື ຈ່າຍເງິນຜ່ານອິນເຕີເນັດ. ໄລຍະເວລາປອດດອກເບ້ຍ ສູງສຸດ 45 ວັນ (ຂຶ້ນຢູ່ກັບວັນທີທີ່ໃຊ້ຈ່າຍ) ກໍລະນີຊໍາລະເຕັມຈຳນວນເງິນທີ່ຮຽກເກັບ ແລະ ຊໍາລະໃນເວລາທີ່ກຳນົດ.
  • ສາມາດເລືອກຊໍາລະຄ່າໃຊ້ຈ່າຍພຽງບາງສ່ວນແຕ່ຕ້ອງບໍ່ໜ້ອຍກວ່າຂັ້ນຕ່ຳ 10% ຂອງຍອດໜີ້ຕາມໃບແຈ້ງຍອດບັນຊີບັດເຄຼດິດ (Statement).

ຜົນປະໂຫຍດທີ່ໄດ້ຮັບ

  • ສາມາດໃຊ້ແທນເງິນສົດ ແລະ ແຊັກ ຢ່າງສະດວກສະບາຍ ແລະ ປອດໄພ ເພື່ອຊໍາລະສະສາງຄ່າສິນຄ້າ ຫຼື ບໍລິການ ແລະ ທ່ອງທ່ຽວໄປສະຖານທີ່ຕ່າງໆທົ່ວໂລກ ໂດຍບໍ່ຈໍາເປັນຕ້ອງຖືເງິນສົດເປັນຈໍານວນຫຼາຍ.
  • ສາມາດຊື້ສິນຄ້າ ຫຼື ຊໍາລະຄ່າບໍລິການ ຜ່ານ Internet ໄດ້ສາມາດໃຊ້ບໍລິການຊໍາລະສະສາງຕາມຮ້ານຄ້າ ແລະ ຈຸດບໍລິການຕ່າງໆ ຜ່ານເຄື່ອງຮູດບັດ (EDC/POS) ແລະ ນຳໃຊ້ຖອນເງິນສົດຜ່ານຕູ້ເອທີີເອັມໄດ້ທຸກຈຸດ ທົ່ວໂລກ ທີ່ມີສັນຍາລັກ UnionPay.
  • ສາມາດໃຊ້ຖອນເງິນສົດຈາກຕູ້ ATM, ໃຊ້ຈ່າຍຄ່າສິນຄ້າ ຫຼື ຄ່າບໍລິການຢູ່ຕາມຮ້ານຄ້າ ຫຼື ຜ່ານທາງເວັບໄຊທ໌ທີ່ມີສັນຍາລັກຮັບບັດ UnionPay ທັງພາຍໃນ ແລະ ຕ່າງປະເທດ. 
  • ໄດ້ຮັບສ່ວນຫຼຸດຈາກບັນດາຮ້ານຄ້າສະມາຊິກ Partnership ຂອງ ທຄຕລ ແລະ ຈາກຮ້ານຄ້າທີ່ເຂົ້າຮ່ວມກິດຈະກຳກັບຢູນຽນເພ.
  • ບໍ່ເສຍຄ່າທຳນຽມ ສໍາລັບຊໍາລະຄ່າບໍລິການ ຫຼື ສິນຄ້າຈາກຮ້ານຄ້າສະມາຊິກ ແລະ ຕູ້ ATM ທຄຕລ. 
  • ສາມາດລິ້ງວົງເງິນສິນເຊື່ອ ຫຼື ໃຊ້ວົງເງິນສິນເຊື່ອຮ່ວມກັບບັດເຄຼດິດປະເພດອື່ນຂອງທ່ານ ເຊັ່ນ: BCEL Visa CreditBCEL JCB Credit ແລະ BCEL World Mastercard.     ການອອກບັດທີ່ລີິ້ງວົງເງິນດຽວກັນຈະບໍ່ມີຄ່າທຳນຽມສະໝັກບັດ ແລະ ເຮັດໃຫ້ທ່ານສາມາດຮັບສິດທິພິເສດ ແລະ ປະໂຫຍດໃນການນໍາໃຊ້ຈາກຫຼາຍຜະລິດຕະພັນບັດ. 
  • ສາມາດຕິດຕາມລາຍການເຄື່ອນໄຫວ ແລະ ຄວມຄຸມການນໍາໃຊ້ບັດເຄຼດິດຂອງທ່ານຜ່ານ BCEL One ເຊິ່ງຈະຊ່ວຍໃຫ້ທ່ານນໍາໃຊ້ບັດເຄຼດິດຂອງທ່ານໄດ້ຢ່າງສະດວກສະບາຍ ແລະ ປອດໄພຍິ່ງຂຶ້ນ.

ເງື່ອນໄຂ

ການນໍາໃຊ້

1. ບຸກຄົນສັນຊາດລາວ ຫຼື ຕ່າງປະເທດ

2. ເປັນບຸກຄົນທີ່ມີລາຍຮັບໝັ້ນຄົງ

3. ມີທີ່ຢູ່ແນ່ນອນຖ້າເປັນຄົນຕ່າງປະເທດຕ້ອງມີໃບອະນຸຍາດ ຫຼື ການຄໍ້າປະກັນຈາກອົງການທີ່ກ່ຽວຂ້ອງ

4. ມີວົງເງິນຄໍ້າປະກັນ (ສໍາລັບການຄ້ໍາດ້ວຍເງິນໂດລາແມ່ນໄດ້ວົງເງິນໃນບັດບໍ່ເກີນ 85ຂອງວົງເງິນ      ຄ້ຳປະກັນ, ສ່ວນການຄ້ຳປະກັນດ້ວຍເງິນກີບແລະບາດແມ່ນໄດ້ວົງເງິນບໍ່ເກີນ 80%)

5. ຖ້າບໍ່ຕ້ອງການນຳໃຊ້ວົງເງິນຄ້ຳປະກັນ ແມ່ນສາມາດສະເໜີອອກບັດເຄຼດິດທີ່ບໍ່ມີຫຼັກຊັບຄ້ຳປະກັນ ໂດຍສະເໜີຜ່ານຄະນະກຳມະການສິນເຊື່ອຕາມລະບຽບການ

6. ມີຄວາມສາມາດທາງດ້ານການປະພຶດຕໍ່ໜ້າກົດໝາຍໃນການປະຕິບັດສັນຍາ ແລະ ເງື່ອນໄຂຕ່າງໆ

7. ຕ້ອງມີບັນຊີກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຢ່າງໜ້ອຍ 1 ບັນຊີມີບັດປະຈຳຕົວ ຫຼື ໜັງສືເດີນທາງ (passport) ຫຼື ປຶ້ມສໍາມະໂນຄົວ.

ໝາຍເຫດ

  • ອີງຕາມລະບຽບຂອງ ທຄຕລ, ແຕ່ລະບັດມີການກຳນົດວົງເງິນການຖອນເງິນສົດ ແລະ ການໃຊ້ຈ່າຍຕໍ່ຄັ້ງຕໍ່ວັນ. ຕາຕະລາງກ່ຽວກັບວົງເງິນການວົງເງິນການຖອນ, ການໃຊ້ຈ່າຍ ແລະ ຄໍາແນະນໍາການນໍາໃຊ້ແມ່ນລະບຸລະອຽດຢູ່ໃນໃບເງື່ອນໄຂທີ່ທາງທະນາຄານມອບໃຫ້ແກ່ທ່ານເພື່ອເປັນບ່ອນອີງໃນການນໍາໃຊ້. ສະນັ້ນ, ຜູ້ຖືບັດຄວນສຶກສາເງື່ອນໄຂໃຫ້ລະອຽດເພື່ອຄວາມເຂົ້າໃຈ ແລະ ສະດວກໃນການນຳໃຊ້ບັດ.
  • ແຕ່ລະປະເພດບັດ ສາມາດຖອນເງິນສົດໄດ້ 50% ຂອງວົງເງິນສິນເຊື່ອ ຫຼື ສາມາດໃຊ້ຈ່າຍໄດ້ທັງໝົດ 100% ຂອງວົງເງິນສິນເຊື່ອ.  

ວົງເງິນສິນເຊື່ອ ຫຼື Credit Limit

1. ບັດ BCEL Co-Brand Platinum             100,000 ໂດລາ

2. ບັດ BCEL Co-Brand Gold Sky             30,000 ໂດລາ

3. ບັດ BCEL Co-Brand Silver Cloud        10,000 ໂດລາ

ຄ່າທໍານຽມ

ຊະນິດບັດ

ຄ່າສະໝັກສະມາຊິກ

ຄ່າບໍາລຸງຮັກສາປະຈໍາປີ

 

ບັດຫຼັກ

ບັດເສີມ

ບັດຫຼັກ

ບັດເສີມ

 

Co-Brand Platinum
 Co-Brand Gold Sky  

(ມີປະກັນໄພ)

 

Co-Brand Gold Sky  

(ບໍ່ມີປະກັນໄພ)
 Co-Brand Silver Cloud

50 USD
 
30 USD
 

 

30 USD

 

25 USD

40 USD
 
20 USD
 

 

20 USD

 

15 USD

150 USD
 
80 USD
 

 

40 USD

 

30 USD

80 USD
 
50 USD
 

 

20 USD

 

15 USD

 

 

ວົງເງິນໃຊ້ຈ່າຍຂອງບັດ

ເນື້ອໃນ

Co-Brand Platinum

Co-Brand Gold Sky

Co-Brand Silver Cloud

ໃນປະເທດ

ຕ່າງປະເທດ

ໃນປະເທດ

ຕ່າງປະເທດ

ໃນປະເທດ

ຕ່າງປະເທດ

ວົງເງິນນໍາໃຊ້/ມື້

30,000

USD

40,000USD

15,000 USD

20,000USD

6,000 USD

8,000 USD

ຈໍານວນຄັ້ງໃຊ້ຈ່າຍ/ມື້

60 ຄັ້ງ

80 ຄັ້ງ

30 ຄັ້ງ

40 ຄັ້ງ

20 ຄັ້ງ

30 ຄັ້ງ

ວົງເງິນໃຊ້ຈ່າຍສູງສຸດ/ຄັ້ງ

30,000

USD

36,000USD

15,000 USD

18,000 USD

5,000 USD

10,000 USD

ວົງເງິນຖອນສົດ/ມື້

4,000 USD

4,000 USD

2,000 USD

2,000 USD

1,800 USD

1,800 USD

ຈໍານວນຄັ້ງຖອນເງິນສົດ/ມື້

20 ຄັ້ງ

20 ຄັ້ງ

10 ຄັ້ງ

10 ຄັ້ງ

10 ຄັ້ງ

10 ຄັ້ງ

ສິດທິພິເສດ ບັດ Co-Brand

ຟຣີປະກັນໄພທ່ອງທ່ຽວ (ສະເພາະບັດ Co-brand Platinum ແລະ ບັດ Co-brand Gold ທີ່ມີປະກັນໄພເທົ່ານັ້ນ)

  • ສໍາລັບປະກັນໄພ ແມ່ນມີການຄຸ້ມຄອງອຸບັດຕິເຫດຕະຫຼອດການເດີນທາງສູງສຸດ 85,000 ໂດລາສະຫະລັດ ແລະ ຄຸ້ມຄອງຄ່າປິ່ນປົວສຸກເສີນສູງສຸດ 100,000 ໂດລາສະຫະລັດ, ຄຸ້ມຄອງກະເປົາເດີນທາງຕົກເຮ່ຍ ຫຼື ເສຍຫາຍໄດ້ສູງສຸດ 1,500 ໂດລາສະຫະລັດ ແລະ ອື່ນໆ ທີ່ຈໍາເປັນສໍາລັບການເດີນທາງຂອງທ່ານ. ທັງໝົດນີ້ແມ່ນການຄຸ້ມຄອງສູງສຸດເຖິງ 90ວັນ/trip (Multi-trip/year) ເຊິ່ງລາຍລະອຽດທັງໝົດກ່ຽວກັບປະກັນໄພທ່ອງທ່ຽວຈະມີຢູ່ໃນໃບຢັ້ງຢືນປະກັນໄພ (ຫຼື Certificate of Insurance) ທີ່ຈະສົ່ງເຂົ້າອີເມລຂອງທ່ານ. 
  • ເງື່ອນໄຂໂດຍລວມຂອງການຄຸ້ມຄອງປະກັນໄພມີດັ່ງລຸ່ມນີ້:
  • ບຸກຄົນທີ່ຖືກຄຸ້ມຄອງ: ແມ່ນເຈົ້າຂອງບັດ ແລະ ເມຍ/ຜົວ, ລູກ ຫຼື ເພື່ອນມິດສະຫາຍ (ສູງສຸດໄດ້ 3 ຄົນ). ແຕ່ເງື່ອນໄຂຄືເຈົ້າຂອງບັດຕ້ອງເດີນທາງໄປນໍາ.
  • ປະກັນໄພທ່ອງທ່ຽວນີ້ແມ່ນເລີ່ມຄຸ້ມຄອງຕັ້ງແຕ່ເວລາທ່ານເລີ່ມເດີນທາງອອກຈາກລາວ, ຄຸ້ມຄອງໄດ້ທົ່ວໂລກ.
  • ເຈົ້າຂອງບັດຕ້ອງມີອາຍຸບໍ່ເກີນ 75 ປີ
  • ເຈົ້າຂອງບັດຕ້ອງໃຊ້ບັດ Co-brand ຈ່າຍຄ່າເດີນທາງຂອງຕົນ (ຄ່າປີ້ຍົນ, ຄ່າທົວ, ຄ່າທີ່ພັກ) ຢ່າງໜ້ອຍ 50% ຂອງມູນຄ່າທັງໝົດ. ຖ້າບໍ່ດັ່ງນັ້ນ, ທ່ານກໍ່ຈະບໍ່ໄດ້ຮັບການຄຸ້ມຄອງຈາກປະກັນໄພທ່ອງທ່ຽວ.
  • ປະກັນໄພທ່ອງທ່ຽວ ສະບັບນີ້ ແມ່ນສະໜອງໂດຍບໍລິສັດ Crawford and Company Vietnam. ກໍລະນີທີ່ຕ້ອງການດຳເນີນການຮ້ອງຂໍການຄຸ້ມຄອງສໍາລັບເຫດການທີ່ຖືກຄຸ້ມຄອງຕາມໃບຢັ້ງຢືນປະກັນໄພ, ເຈົ້າຂອງບັດຕ້ອງເປັນຜູ້ດຳເນີນພົວພັນ ກັບບໍລິສັດ Crawford and Company Vietnam ໂດຍກົງຜ່ານທາງໂທລະສັບໝາຍເລກ (+84) 8382-19199 (09:00-17:00) ຫຼື ນອກເວລາແມ່ນຕິດຕໍ່ທາງ ອີເມລ:nguyenbinh@crawco.com.vn ເພື່ອຂໍແບບຟອມ. ທ່ານຕ້ອງປະກອບແບບຟອມ ແລະ ສົ່ງກັບໃຫ້ກັບພາຍໃນ 28 ວັນ ພ້ອມກັບເອກະສານຢັ້້ງຢືນຕ່າງໆ. ທ່ານຕ້ອງເກັບຮັກສາໃບບິນຕ່າງໆ, ໃບຢັ້ງຢືນ ຫຼື ລາຍງານຢ່າງເປັນທາງການ, ປີ້ເຮືອບິນ, ຫຼັກຖານການນໍາໃຊ້ບັດ ແລະ ຫຼັກຖານອື່ນໆທີ່ຈຳເປັນ.

 

  1. ສິດທິພິເສດຈາກການບິນລາວ (ສະເພາະ ເວລາທີ່ທ່ານເດີນທາງກັບການບິນລາວ)

ບັດ Cobrand Platinum

  • ໃຊ້ເປັນບັດສະມາຊິກສະສົມໄມລ໌ເພື່ອແລກຂອງສົມມະນາຄຸນຈາກການບິນລາວ,
  • ໄດ້ຮັບສ່ວນຫຼຸດ 50% ສຳລັບຫ້ອງພັກຮັບຮອງພິເສດຈາກການບິນລາວ (ສະເພາະຢູ່ສະໜາມບິນທີ່ການບິນລາວມີ ແລະ ແຕ່ຜູ້ຖືບັດຕ້ອງແຈ້ງພະນັກງານການບິນລາວ ທີ່ຈຸດ Check-in ຖ້າທ່ານຕ້ອງການນໍາໃຊ້ຫ້ອງພັກຮັບຮອງພິເສດຈາກການບິນລາວ).
  • ໃຊ້ສະສົມໄມລ໌ ເພື່ອແລກຊື້ປີ້ເຮືອບິນກັບການບິນລາວ ແລະ ຍົກລະດັບຈາກປີ້ທໍໍາມະດາ ເປັນປີ້ບ່ອນນັ່ງທຸລະກິດ (ແຕ່ຕ້ອງແຈ້ງໃຫ້ພະນັກງານການບິນລາວຮັບຮູ້ 24 ຊົ່ວໂມງກ່ອນການເດີນທາງ).
  • ໃຊ້ສະສົມໄມລ໌ ເພື່ອແລກຊື້ປີ້ເຮືອບິນກັບການບິນໃຫ້ແກ່ຕົນເອງ, ຄອບຄົວ ຫຼື ໝູ່ເພື່ອນ.
  • ສາມາດແຈ້ງປີ້ເຮືອບິນທີ່ປ່ອງບໍລິການແຈ້ງປີ້ຂອງຊັ້ນທຸລະກິດໄດ້ (Business Check-in Counter)
  • ໄດ້ຮັບນະໂຍບາຍນໍ້າໜັກເກີນ 10 Kg, ສິດນີ້ບໍ່ສາມາດໃຊ້ໄດ້ກັບສາຍການບິນອື່ນ (Code Share Flight)
  • ໄດ້ຮັບສິດພິເສດອັນດັບທີ່ 1 ໃນການຂຶ້ນເຮືອບິນກ່ອນເວລາ Boarding
  • ໄດ້ຮັບສິດອັນດັບທີ 1 ໃນການໄດ້ບ່ອນກ່ອນ ກໍລະນິລໍຖ້າ Stand by list
  • ສາມາດເຂົ້າໃຊ້ບໍລິການຊື້ປີ້ເຮືອບິນຂອງຫ້ອງການຂາຍປີ້-ຈອງບ່ອນ ໂດຍບໍ່ຕ້ອງກົດບັດຄິວ.
  • ໄດ້ຮັບສ່ວນຫຼຸດເມື່ອເຂົ້າພັກທີ່ໂຮງແຮມເມືອງທອງ ແຂວງ ຫຼວງພະບາງ ອີງຕາມໂປຼໂມຊັ້ນທີ່ໂຮງແຮມອອກແຕ່ລະໄລຍະ
  • ໄດ້ຮັບຄະແນນສະສົມໄມລ໌ເພີ່ມຕື່ມ 3% ຈາກຈໍານວນຄະແນນທີ່ໄດ້ໃນຖ້ຽວບິນນັ້ນ ຫຼື ຄັ້ງນັ້ນຂອງທຸກໆເສັ້ນທາງບິນ ທັງເສັ້ນທາງພາຍໃນ ແລະ ຕ່າງປະເທດ.

ສໍາຄັນ:  ກໍລະນີທີ່ທ່ານມີທັງບັດສະມາຊິກຂອງການບິນລາວ ແລະ ບັດຮ່ວມພິເສດ Co-brand, ທ່ານສາມາດເລືອກນຳໃຊ້ສິດທິພິເສດຈາກບັດໃດບັດໜຶ່ງເທົ່ານັ້ນ. ບໍ່ສາມາດສະເໜີທັງສອງບັດ ເພື່ອຮັບສິດທິພິເສດເປັນ 2 ເທົ່າ.

ບັດ Co-brand Gold Sky

  • ໃຊ້ເປັນບັດສະມາຊິກສະສົມໄມລ໌ເພື່ອແລກຂອງສົມມະນາຄຸນຈາກການບິນລາວ,
  • ໄດ້ຮັບສ່ວນຫຼຸດ 30% ສຳລັບຫ້ອງພັກຮັບຮອງພິເສດຈາກການບິນລາວ (ສະເພາະຢູ່ສະໜາມບິນປາຍທາງທີ່ການບິນລາວມີ ແລະ ແຕ່ຜູ້ຖືບັດຕ້ອງແຈ້ງພະນັກງານການບິນລາວ ທີ່ຈຸດ Check-in ຖ້າທ່ານຕ້ອງການນໍາໃຊ້ຫ້ອງພັກຮັບຮອງພິເສດຈາກການບິນລາວ).
  • ໃຊ້ສະສົມໄມລ໌ ເພື່ອແລກຊື້ປີ້ເຮືອບິນກັບການບິນລາວ ແລະ ຍົກລະດັບຈາກປີ້ທໍໍາມະດາ ເປັນປີ້ບ່ອນນັ່ງທຸລະກິດ (ແຕ່ຕ້ອງແຈ້ງໃຫ້ພະນັກງານການບິນລາວຮັບຮູ້ 24 ຊົ່ວໂມງກ່ອນການເດີນທາງ).
  • ໃຊ້ສະສົມໄມລ໌ ເພື່ອແລກຊື້ປີ້ເຮືອບິນກັບການບິນໃຫ້ແກ່ຕົນເອງ, ຄອບຄົວ ຫຼື ໝູ່ເພື່ອນ.
  • ໄດ້ຮັບຄະແນນສະສົມໄມລ໌ເພີ່ມຕື່ມ 2% ຈາກຈໍານວນຄະແນນທີ່ໄດ້ໃນຖ້ຽວບິນນັ້ນ ຫຼື ຄັ້ງນັ້ນຂອງທຸກໆເສັ້ນທາງບິນ ທັງເສັ້ນທາງພາຍໃນ ແລະ ຕ່າງປະເທດ.
  • ໄດ້ຮັບສິດອັນດັບທີ 2 ໃນການໄດ້ບ່ອນກ່ອນ ກໍລະນີລໍຖ້າ Stand by list
  • ໄດ້ຮັບສ່ວນຫຼຸດເມື່ອເຂົ້າພັກທີ່ໂຮງແຮມເມືອງທອງ ແຂວງ ຫຼວງພະບາງ ອີງຕາມໂປຼໂມຊັ້ນທີ່ໂຮງແຮມອອກແຕ່ລະໄລຍະ
  • ສາມາດແຈ້ງປີ້ເຮືອບິນທີ່ປ່ອງບໍລິການແຈ້ງປີ້ຂອງຊັ້ນທຸລະກິດໄດ້ (Business Check-in Counter)
  • ໄດ້ຮັບນະໂຍບາຍນໍ້າໜັກເກີນ 8 Kg, ສິດນີ້ບໍ່ສາມາດໃຊ້ໄດ້ກັບສາຍການບິນອື່ນ (Code Share Flight)
  • ໄດ້ຮັບສິດພິເສດອັນດັບທີ່ ໃນການຂຶ້ນເຮືອບິນກ່ອນເວລາ Boarding
  • ສາມາດເຂົ້າໃຊ້ບໍລິການທີ່ປ່ອງຈອງ-ຂາຍປີ້ການບິນລາວໂດຍບໍ່ຕ້ອງກົດບັດຄິວ
  • ສໍາຄັນ:  ກໍລະນີທີ່ທ່ານມີທັງບັດສະມາຊິກຂອງການບິນລາວ ແລະ ບັດຮ່ວມພິເສດ Co-brand, ທ່ານສາມາດເລືອກນຳໃຊ້ສິດທິພິເສດຈາກບັດໃດບັດໜຶ່ງເທົ່ານັ້ນ. ບໍ່ສາມາດສະເໜີທັງສອງບັດ ເພື່ອຮັບສິດທິພິເສດເປັນ 2 ເທົ່າ.  

 

 

ບັດ Co-brand Silver Cloud

  • ໃຊ້ເປັນບັດສະມາຊິກສະສົມໄມລ໌ເພື່ອແລກຂອງສົມມະນາຄຸນຈາກການບິນລາວ
  • ໄດ້ຮັບສ່ວນຫຼຸດ 20% ສຳລັບຫ້ອງພັກຮັບຮອງພິເສດຈາກການບິນລາວ (ສະເພາະຢູ່ສະໝາມບິນໝາຍປາຍທາງທີ່ການບິນລາວມີ ແລະ ແຕ່ຜູ້ຖືບັດຕ້ອງແຈ້ງພະນັກງານການບິນລາວ ທີ່ຈຸດ Check-in ຖ້າທ່ານຕ້ອງການນໍາໃຊ້ຫ້ອງພັກຮັບຮອງພິເສດຈາກການບິນລາວ).
  • ໃຊ້ສະສົມໄມລ໌ ເພື່ອແລກຊື້ປີ້ເຮືອບິນກັບການບິນໃຫ້ແກ່ຕົນເອງ, ຄອຍຄົວ, ຫຼື ໝູ່ເພື່ອນ.
  • ໄດ້ຮັບສິດອັນດັບທີ 3 ໃນການໄດ້ບ່ອນກ່ອນ ກໍລະນີລໍຖ້າ Stand by list
  • ໄດ້ຮັບຄະແນນສະສົມໄມລ໌ເພີ່ມຕື່ມ 1% ຈາກຈໍານວນຄະແນນທີ່ໄດ້ໃນຖ້ຽວບິນນັ້ນ ຫຼື ຄັ້ງນັ້ນຂອງທຸກໆເສັ້ນທາງບິນ ທັງເສັ້ນທາງພາຍໃນ ແລະ ຕ່າງປະເທດ.
  • ໄດ້ຮັບສ່ວນຫຼຸດເມື່ອເຂົ້າພັກທີ່ໂຮງແຮມເມືອງທອງ ແຂວງ ຫຼວງພະບາງ ອີງຕາມໂປຼໂມຊັ້ນທີ່ໂຮງແຮມອອກແຕ່ລະໄລຍະ
  • ໄດ້ຮັບນະໂຍບາຍນໍ້າໜັກເກີນ 5 Kg, ສິດນີ້ບໍ່ສາມາດໃຊ້ໄດ້ກັບສາຍການບິນອື່ນ (Code Share Flight)
  • ສໍາຄັນ:  ກໍລະນີທີ່ທ່ານມີທັງບັດສະມາຊິກຂອງການບິນລາວ ແລະ ບັດຮ່ວມພິເສດ Co-brand, ທ່ານສາມາດເລືອກນຳໃຊ້ສິດທິພິເສດຈາກບັດໃດບັດໜຶ່ງເທົ່ານັ້ນ. ບໍ່ສາມາດສະເໜີທັງສອງບັດ ເພື່ອຮັບສິດທິພິເສດເປັນ 2 ເທົ່າ.

ສິດທິປະໂຫຍດ

  1. ປະກັນໄພທ່ອງທ່ຽວໃນເວລາເດີນທາງໄປຕ່າງປະເທດ (Oversea Travel Insurance*ສໍາລັບບັດ    Co-Brand Platinum ແລະ ບັດ Co-Brand Gold (ມີປະກັນໄພ)  

ທຸກຄັ້້ງທີ່ທ່ານເດີນທາງໄປຕ່າງປະເທດ ແລະ ນຳໃຊ້ບັດ BCEL Co-Brand ຂອງທ່ານຊໍາລະຄ່າເດີນທາງ (ປີ້ຍົນ), ຄ່າທີ່ພັກ ແລະ ຄ່າແພັກເກັດທ່ອງທ່ຽວ*, ທ່ານຈະໄດ້ຮັບການຄຸ້ມຄອງຈາກແຜນປະກັນໄພທ່ອງທ່ຽວ ໃນຕະຫຼອດການເດີນທາງ ເປັນຕົ້ນ: 

  • ຄ່າໃຊ້ຈ່າຍປິ່ນປົວສຸກເສີນ                              ສູງສຸດ 100.000 ໂດລາ
  • ຄ່າໃຊ້ຈ່າຍໃນການອົບພະຍົບ/ການຍ້າຍກັບຄືນຖິ່ນ     ສູງສຸດ 1.000.000 ໂດລາ
  • ຄ່າອຸບັດຕິເຫດບຸກຄົນ-ຕະຫຼອດການເດີນທາງ          ສູງສຸດ 85.000 ໂດລາ
  • ຄ່າເຂົ້າພັກຮັກສາທີ່ໂຮງໝໍ                              50 ໂດລາ/ວັນ ສູງສຸດເຖິງ 30 ວັນ
  • ຄ່າຊົດເຊີຍກໍລະນີກະເປົາເດີນທາງເສຍຫາຍ            ສູງສຸດ 1.500 ໂດລາ
  • ຄ່າຊົດເຊີຍກໍລະນີຖ້ຽວບິນລ່າຊ້າ                        75 ໂດລາ/ຊົ່ວໂມງ
  • ກະເປົາເດີນທາງລ່າຊ້າ                                   75 ໂດລາ/ຊົ່ວໂມງ

ແລະ ລາຍລະອຽດອື່ນໆສາມາດເບິ່ງເພີ່ມເຕີມໄດ້ຈາກເງື່ອນໄຂການຄຸ້ມຄອງປະກັນໄພ. 

  • ຄຸ້ມຄອງກໍລະນີທີ່ທ່ານນຳໃຊ້ບັດຊໍາລະຄ່າສິນຄ້າ ແຕ່ບໍ່ໄດ້ຮັບເຄື່ອງ ຫຼື ເຄື່ອງທີ່ໄດ້ຮັບບໍ່ຖືກຕ້ອງຕາມລາຍການທີ່ຕ້ອງການ ຫຼື ນຳໃຊ້ບໍ່ໄດ້ເນື່ອງຈາກເປ່ເພເສຍຫາຍ      ສູງສຸດ 1.500 ໂດລາ
    1. ຫ້ອງພັກຮັບຮອງພິເສດ DragonPass (ສໍາລັບບັດ Co-Brand Platinum ເທົ່ານັ້ນ)
  • ສິດທິພິເສດນີ້ ແມ່ນສໍາລັບຜູ້ຖືບັດຮ່ວມພິເສດ Platinum ເທົ່ານັ້ນ. ທ່ານຈະໄດ້ຮັບສິດ ເຂົ້າພັກທີ່ຫ້ອງພັກຮັບຮອງຂອງ DragonPass ຕາມສະໜາມບິນຕ່າງໆ ທີ່ຢູ່ໃນເຄື່ອຂອງ DragonPass  ຟຼີ 2 ຄັ້ງ/ປີ. 
  • ຮູບແບບຂອງບັດສະມາຊິກແມ່ນ Virtual Card, ເຊິ່ງລູກຄ້າຕ້ອງໄດ້ Download  App ຂອງ Dragon Pass ເພື່ອນໍາໃຊ້ຕາມ     Membership Card number ແລະ password ທີ່ທາງ ທຄຕລ ສະໜອງໃຫ້. ທ່ານສາມາດເຂົ້ານໍາໃຊ້ DragonPass App ໄດ້ຄືດັ່ງລຸ່ມນີ້:
    1. ດາວໂລດ DragonPass App ໂດຍການສະແກນ ບາໂຄດ ລຸ່ມນີ

image

  1. ຫຼື ດາວໂຫຼດ DragonPass App ຈາກ App Store ຫຼື Play Store

            image

  1. ເປີດ DragonPass App ແລະ ນໍາໃຊ້ເລກບັດສະມາຊິກ  ແລະ ລະຫັດທີ່ທາງສູນບັດຈັດກຽມ ຫຼື ສົ່ງເຂົ້າ Message ມືຖືຂອງທ່ານ ເພື່ອ log-in.

1.png

  1. ຄຼິກ “  Show my card number”  ເວລາທີ່ທ່ານຕ້ອງການເຂົ້າພັກທີ່ຫ້ອງພັກຮັບຮອງ.

2.png   3.png

  1. ລະບົບຈະສະແດງຂໍ້ມູນບັດສະມາຊິກຂອງທ່ານ ພ້ອມຄິວອາໂຄດ (QR Code) ແລະ ພະນັກງານຕ້ອນຮັບຈະສະແກນເພື່ອກວດ ສອບກ່ອນທີ່ ທ່ານຈະເຂົ້າພັກຜ່ອນຢູ່ຫ້ອງພັກຮັບຮອງພິເສດ
  2. ນອກຈາກນີ້ຜ່ານ DragonPass App, ທ່ານຍັງສາມາດຊອກຫາຫ້ອງພັກຮັບຮອງທີ່ທ່ານສາມາດເຂົ້າພັກໄດ້ ຕາມສະໝາມບິນທີ່ທ່ານ Transit.