ຊື່ຜະລິດຕະພັນ

ຜະລິດຕະພັນ Smart VAT Card

ຄຸນລັກສະນະ

 

 

  • ແມ່ນຜະລິດຕະພັນໜຶ່ງທີ່ອອກໂດຍ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເຊິ່ງເປັນຜະລິດຕະພັນທີ່ ໃຊ້ຊໍາລະຄ່າອາກອນມູນຄ່າເພີ່ມ ຜ່ານລະບົບທະນາຄານດ້ວຍບັດ (Smart VAT) ແທນການ​ນໍາ​ໃຊ້ແຊັກ ແລະ ເງິນສົດ, ມີຄວາມໂປ່ງໃສ, ສາມາດກວດສອບໄດ້ຫຼຸດຜ່ອນການນໍາໃຊ້ເງິນສົດ,​ ມີຄວາມປອດໄພສູງ, ຍາກຕໍ່ການປອມແປງ ແລະ ບໍ່ສາມາດຖອນອອກເປັນເງິນສົດ ຫຼື ໃຊ້ຢ່າງອື່ນໄດ້.

ຄຸນປະໂຫຍດ

ຂອງບັດ

  • ເປັນບັດແທນເງິນສົດ ໃຊ້ຊໍາລະອາກອນມູນຄ່າເພີ່ມ, ສະໝັກອອກບັດໄດ້ງ່າຍທີ່ປ່ອງບໍລິການຂອງທະນາຄານ, ສາມາດປ່ຽນບັດຄືນເປັນເງິນສົດໄດ້ເຕັມຈຳນວນ, ສາມາດຕື່ມເງິນໄດ້ທີ່ປ່ອງບໍລິການຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ BCEL One.
  • ໃນກໍລະນີບັດເສຍຫາຍ, ແຕກຫັກ ສາມາດອອກບັດໃໝ່ໄດ້ໂດຍນໍາໃຊ້ໜັງສືຜ່ານແດນເພື່ອຢືນຢັນ ໂດຍຍັງຮັກສາຍອດເງິນໄວ້ຄືເກົ່າ.